ລັດຖະມົນຕີກະຊວງຍຸຕິທໍາ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງທ່ານ ເຈື່ອງ ເຖ ໂກນ ຮອງຜູ້ອໍານວຍການສະຖາບັນຍຸຕິທໍາ ສສ ຫວຽດນາມ

ຕອນເຊົ້າຂອງວັນທີ 30 ສິງຫາ 2019 ຢູ່ທີ່ຫ້ອງຮັບແຂກກະຊວງຍຸຕິທຳ, ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທຳ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ ເຈື່ອງ ເຖໂກນ ຮອງຜູ້ອໍານວຍການສະຖາບັນຍຸຕິທໍາ ສສ ຫວຽດນາມ ພ້ອມດ້ວຍຄະນະ.

ຈຸດປະສົງໃນການເຂົ້າຢ້ຽມຂໍ່ານັບ ທ່ານ ລັດຖະມົນຕີກະຊວງຍຸຕິທໍາ ໃນຄັ້ງນີ້ ເພື່ອລາຍງານສະພາບການຈັດຕັ້ງປະຕິບັດບັນດາກິດຈະກໍາ ຂອງໂຄງການຊ່ວຍໜູນສະຖາບັນຍຸຕິທໍາລາວໃນໄລຍະຜ່ານມາ, ລາຍງານໝາກຜົນຂອງກອງປະຊຸມ ປະກອບຄໍາຄິດເຫັນກ່ຽວກັບຮ່າງຫຼັກສູດລາຍວິຊາກໍ່ສ້າງ ແລະ ສາລະບານປະມວນເອກະສານຝຶກອົບຮົມ ຊຶ່ງຈັດຂຶ້ນໃນວັນທີ 27-29 ສິງຫາ 2019 ທີ່ທ່າລາດ, ເມືອງແກ້ວອຸດົມ, ແຂວງວຽງຈັນ ພາຍໃຕ້ໂຄງການຊ່ວຍໜູນສະຖາບັນຍຸຕິທໍາລາວ, ພ້ອມທັງລາຍງານຄາດໝາຍສູ້ຊົນໃນຕໍ່ໜ້າ ແລະ ຂໍທິດຊີ້ນໍາ ເພື່ອເຮັດໃຫ້ວຽກງານການຈັດຕັ້ງປະຕິບັດໂຄງການມີປະສິດທິພາບ ແລະ ປະສິດທິຜົນ ບັນລຸຕາມເນື້ອໃນຈິດໃຈຂອງໂຄງການ. 
ໃນເວລາດຽວກັນ ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທຳ ແຫ່ງ ສປປ ລາວ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງ ຕໍ່ທ່ານ ເຈື່ອງ ເຖໂກນ ຮອງຜູ້ອໍານວຍການສະຖາບັນຍຸຕິທໍາ ສສ ຫວຽດນາມ ພ້ອມດ້ວຍຄະນະ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ການຊ່ວຍເຫຼືອສະຖາບັນຍຸຕິທໍາລາວໃນຄັ້ງນີ້.

ຂຽນຂ່າວ-ຖ່າຍພາບ: ຂົນ ບຸນທິສານ