ລັດຖະມົນຕີວ່າການກະຊວງຍຸຕິທຳເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ເມືອງພຽງ ແຂວງໄຊຍະບູລີ

ໃນ​ວັນ​ທີ 12 ມັງກອນ 2016 ນີ້ ທ່ານ ບຸນ​ເກີດ​ ສັງ​ສົ​ມສັກ ລັດຖະມົນຕີ​ວ່າ​ການ​ກະຊວງ​ຍຸຕິ​ທຳ, ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກນຳຄະນະພັກ, ຄະນະນຳຂອງ​ຫ້ອງ​ການ​ປົກຄອງ​ເມືອງ​ພຽງ, ​ແຂວງ​ໄຊ​ຍະ​ບຸລີ ​ໂດຍ​ໃຫ້ກຽດຕ້ອນຮັບ​ຂອງ​ ທ່ານ ສົມ​ຫວັງ ກຳມະການພັກແຂວງ, ​ເລຂາ​ພັກເມືອງ​​, ​ເຈົ້າ​ເມືອງ​ໆພຽງ ໃນໂອກາດດັ່ງກ່າວ ທ່ານສົມຫວັງ ແກ້ວວິໄລສັກ ໄດ້ລາຍງານສະພາບຈຸດເສດໂດຍຫຍໍ້ກ່ຽວກັບການພັດທະນາເສດຖະກິດ ແລະ ການຈັດຕັ້ງປະ ຕິບັດວຽກງານຍຸຕິທຳໃນໄລຍະຜ່ານມາ ໂດຍສະເພາະແມ່ນໂຄສະນາເຜີຍແຜ່ກົດໝາຍ, ຊູ້ຍູ້ການແກ້ໄຂຂໍ້ຂັດແຍ່ງ, ການປະຕິບັດຄຳຕັດສິນຂອງສານ, ສ້າງຕັ້ງໜ່ວຍໄກ່ເກັ່ຍຂໍ້ຂັດແຍ່ງຂັ້ນບ້ານເພື່ອແກ້ໄຂຂໍຂັດແຍ້ງຂັ້ນບ້ານ ແລະ ໄດ້ສ້າງຕັ້ງບ້ານປອດຄະດີ 49 ບ້ານ.ໃນໂອກາດລົງເຄື່ອນໄຫວເຮັດວຽກ ແລະ ພົບປະກັບຄະນະພັກ, ຄະນະນຳຂອງເມືອງ ທ່ານ ລັດຖະມົນຕີວ່າການກະຊວງຍຸຕິທຳກໍໄດ້ສະແດງຄວາມຂອບອົກຂອບໃຈການຕ້ອນຮັບອັນອົບອຸ່ນ ແລະ ຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ ຊຶ່ງເຮັດໃຫ້ພື້ນຖານໂຄງລ່າງໄດ້ຮັບການພັດຖະນາຢາງບໍ່ຢຸດຢັ້ງ, ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນືອງ ປະຊາຊົນມີຊີວິດທີດີຂຶ້ນ ເວົ້າລວມ ເວົ້າສະເພາະ ວຽກງານຂົງເຂດຍຸຕິທຳກໍໄດ້ຮັບການຈັດຕັ້ງປະຕິບັດຢ່າງຈິງຈັງ ແລະ ມີໝາກຜົນ, ພ້ອມກັນນີ້ ທ່ານ ຍັງໄດ້ຮຽກຮອງໃຫ້ຄະນະພັກ ຄະນະນຳ ຂອງເມືອງຈົງສືບຕໍ່ເອົາໃຈໃສ່ຊີ້ນຳ ນຳພາວຽກງານຍຸຕິທຳເມືອງໃນການເຄື່ອນໄຫວປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ ເພື່ອປະກອບສ່ວນເຂົ້າໃນການຄຸ້ມຄອງລັດ, ຄຸ້ມຄອງສັງຄົມ ດ້ວຍລັດຖະທຳມະໜູນ ແລະ ກົດໝາຍເທື່ອລະກ້າວ.

     ໃນວັນດຽວກັນ ຢູ່ຫ້ອງປະຊຸມໃຫຍ່ຂອງເມືອງພຽງ, ແຂວງໄຊຍະບຸລີ ໄດ້ເປີດການຮຽນ-ການສອນກົດໝາຍຊັ້ນຕົ້ນຊຸດ VI ຂຶ້ນ ພາຍໃຕ້ການເປັນປະທານຂອງ ທ່ານ ສົມຫວັງ ແກ້ວວິໄລສັກ, ກຳມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງໆພຽງໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ບຸນເກີດ ສັງສົມສັກ ລັດຖະມົນຕີວ່າການກະຊວງຍຸຕິທຳ,  ມີຫົວໜ້າຫ້ອງການກະຊວງຍຸຕິທຳ, ຫົວໜ້າກົມ, ຮອງກົມ, ຮອງຫົວໜ້າສະຖາບັນຍຸຕິທຳແຫ່ງຊາດ, ຫົວໜ້າພະແນກຍຸຕິທຳແຂວງໄຊຍະບຸລີ, ຫົວໜ້າຫ້ອງການຍຸຕຳເມືອງໄຊຍະບຸລີ, ຄະນະພັກເມືອງ, ນັກຮຽນທີ່ມາຈາກຂະແໜງການຕ່າງໆຂອງເມືອງ ແລະ ນັກສຶກສາກົດໝາຍສະຖາບັນຍຸຕິທຳສາຍພາກເໜືອແຂວງຫຼວງພະບາງ,ພະນັກງານຫຼັກແຫຼງອ້ອມຂ້າງເມືອງເຂົ້າຮ່ວມຈຳນວນ 137 ທ່ານ, ຍິງ 70 ທ່ານ, ຊຶ່ງການຮຽນ ການສອນກົດໝາຍຊັ້ນຕົ້ນຄັ້ງນີ້ຈະດຳເນີນໄປເປັນເວລາ 45 ວັນຈຶ່ງຈະສຳເລັດ.

      ຈຸດປະສົງໃນການເປີດການຮຽນ ການສອນກົດໝາຍຊັ້ນຕົ້ນໃນຄັ້ງນີ້ ແມ່ນເພື່ອເປີດໂອກາດໃຫ້ພະນັກງານ, ທະຫານ, ຕຳຫຼວດ, ນັກທຸລະກິດ, ແມ່ຄ້າຊາວຂາຍຕະຫຼອດຮອດພໍ່ແມ່ປະຊາຊົນພາຍໃນເມືອງດັ່ງກ່າວໄດ້ຮຽນຮູ້ບັນດາກົດໝາຍຕ່າງໆເພື່ອນຳໃຊ້ເຂົ້າໃນການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງຕົນທີ່ໄດ້ກຳນົດໄຫວ້ໃນລັດຖະທຳມະນູນ ແລະ ກົດໝາຍຂອງ ສປປ ລາວ.

      ໃນໂອກາດດັ່ງກ່າວ ທ່ານ ລັດຖະມົນຕີວ່າການກະຊວງຍຸຕິທຳ ໄດ້ຍົກໃຫ້ເຫັນຄວາມໝາຍ ແລະ ຄວາມສຳຄັນຂອງກົດໝາຍ. ພ້ອມທັງເນັ້ນໜັກໃຫ້ນັກວິທະຍາກອນ ຫຼື ຄູ່ອາຈານທີ່ມາສິດສອນຕ້ອງຍົກສູງຄວາມຮັບຜິດຊອບຂອງຕົນຕໍ່ຊຸດຝຶກອົບຮົມຈັດຕາຕະລາງ ແລະ ເອົາໃຈໃສ່ໃນການສິດສອນຢ່າງເປັນປົກກະຕິ ນອກນັ້ນຍັງໄດ້ຮຽກຮ້ອງມາຍັງຜູ່ເຂົ້າຮ່ວມແຕ່ຄົນ ຄົ້ນຄ້ວາຮ່ຳຮຽນ, ຈົງເອົາໃສ່ໃນການສຶກສາຮ່ຳຮຽນ ແລະ ຂຶ້ນຫ້ອງໃຫ້ຄົບຕາມຫຼັກສູດ.