ລັດຖະມົນຕີວ່າການກະຊວງຍຸຕິທຳ ຕ້ອນຮັບການຢ້ຽມຢາມຂອງທ່ານ ນາງ ຊາຊອນ ຟີລີບ ຜູ່ຕ່າງໜ້າມູນນິທິເອເຊຍ

ໃນວັນທີ 23 ກຸມພາ 2016  ຢູ່ທີ່ຫ້ອງຮັບແຂກກະຊວງຍຸຕິທຳ ທ່ານ ບຸນເກີດ ສັງສົມສັກ, ລັດຖະມົນຕີວ່າການກະຊວງຍຸຕິທຳ ໄດ້ຕ້ອນຮັບການຢ້ຽມຢາມຂອງ ທ່ານ ນາງ ຊາຊອນ ຟິລິບ,ຫົວໜ້າຝ່າຍບໍ ຜູ່ຕ່າງໜ້າມູນນິທິເອເຊຍ.

          ຈຸດປະສົງຂອງການຢ້ຽມຢາມຄັ້ງນີ້ ເພື່ອປຶກສາຫາລື ແລະ ຕີລາຄາການຈັດຕັ້ງປະຕິບັດບັນດາກິດຈະກຳຕ່າງໆຢູ່ຂັ້ນທ້ອງຖິ່ນ ແລະ ສູນກາງໂດຍສະເພາະແມ່ນວຽກງານແກ່ໄຂຂອງໜ່ວຍໄກ່ເກັ່ຍຂໍ້ຂັດແຍ້ງຂັ້ນບ້ານ, ວຽກງານຊ່ວຍເຫຼືອລ້າທາງດ້ານກົດໝາຍ, ວຽກງານໂຄສະນາເຜີຍແຜ່ກົດໝາຍ ລວມທັງວຽກງານທະນາຍຄວາມ; ພ້ອມກັນນັ້ນ, ອົງການມູນນິທິເອເຊຍ ຍັງໄດ້ໃຫ້ການສະໜັບໜູນແກ່ກະຊວງຍຸຕິທຳ ແຫ່ງ ສປປ ລາວ ກ່ຽວກັບການແລກປ່ຽນບົດຮຽນກັບບັນດາພາກສ່ວນທີ່ກ່ຽວຂ້ອງ ຊຶ່ງປະກອບມີ: ກະຊວງຍຸຕິທຳ, ໄອຍະການ, ສານ ແລະ ສູນແກ້ໄຂຂໍ້ຂັດແຍ່ງສາກົນຢູ່ ສິງກະໂປ.

          ໃນໂອກາດດັ່ງກ່າວ ທັງສອງຝ່າຍກໍໄດ້ລາຍງານສະພາບຈຸດພິເສດ ແລະ ການເຄື່ອນໄຫວວຽກງານຂົງເຂດຍຸຕິໃຫ້ກັນຊາບ, ພ້ອມທັງສະຫຼຸບຕີລາຄາສູງຕໍ່ການພົວພັນຮ່ວມມືໃນໄລຍະຜ່ານມາ ແລະ ຈະສືບຕໍ່ການຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນຕໍ່ໜ້າໃຫ້ກວ້າງຂວາງກວ່າເກົ່າ ແລະ ພ້ອມທັງໄດ້ຫາລືກ່ຽວກັບຂໍ້ຫຍຸງຍາກໃນປີ ຜ່ານມາ ແລະ ສິ່ງທ້າທາຍ ແລະ ເງື່ນໄຂທີ່ ສປປ ລາວ ເຂົ້າເປັນສະມາຊິກປະຊາຄົມເສດຖະກິດອາຊຽນ.

          ໃນຕອນທ້າຍທ່ານຜູ່ຕ່າງໜ້າອົງການມູນິທິເອເຊຍ ໄດ້ສະແດງຄວາມຂອບໃຈມາຍັງ ທ່ານ ບຸນເກີດ ສັງສົມສັກ ລັດຖະມົນຕີວ່າການກະຊວງຍຸຕິທຳ ທີ່ໄດ້ຕ້ອນຮັບຢ່າງອົບອຸ່ນຕໍ່ການເຂົ້າມາຢ້ຽມຢາມໃນຄັ້ງນີ້ ແລະ ທ່ານ ລັດ ຖະມົນຕີວ່າການກະຊວງຍຸຕິທຳ ກໍໄດ້ສະແດງຄວາມຂອບໃຈຕໍ່ທ່ານຜູ່ຕ່າງໜ້າອົງການມູນນິທິເອເຊຍເຊັ່ນດຽວກັນ.