ສ ເກົາຫຼີ ແລະ ສູນແກ້ໄຂ້ຂໍ້ຂັດແຍ່ງທາງດ້ານເສດຖະກິດ ພົບປະແລກປ່ຽນບົດຮຽນ

ໃນຕອນເຊົ້າຂອງວັນທີ 3 ພຶດສະພາ 2019 ຢູ່ທີ່ຫ້ອງປະຊຸມຊັ້ນສອງ ກະຊວງຍຸຕິທຳ ໄດ້ມີການພົບປະແລກປ່ຽນບົດຮຽນ ລະຫວ່າງ ສ ເກົາຫຼີ ແລະ ສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ໂດຍການເປັນປະທານຮ່ວມຂອງ ທ່ານ ນາງ ດວງມະນີ ລາວມາວ ຫົວໜ້າສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ກະຊວງຍຸຕິທຳ ແຫ່ງ ສປປ ລາວ ແລະ ທ່ານ ຈອງຮຸນ ປັກ ຮອງຫົວໜ້າພະແນກ, ກະຊວງຍຸຕິທຳ ສ ເກົາຫຼີ ຜູ້ເຂົ້າຮ່ວມມີຮອງຫົວໜ້າສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ກະຊວງຍຸຕິທຳ ແຫ່ງສປປ ລາວ ພ້ອມດ້ວຍຄະນະ, ຕາງໜ້າ ສ ເກົາຫຼີ ພ້ອມດ້ວຍຄະນະ ເຂົ້າຮ່ວມທັງໝົດ 22 ທ່ານ, ຍິງ 8 ທ່ານ.

ໃນການພົບປະໃນຄັ້ງນີ້ ທ່ານ ນາງ ດວງມະນີ ລາວມາວ ກໍໃຫ້ຮູ້ເຖິງສາຍພົວພັນ ລະຫວ່າງ ກະຊວງຍຸຕິທຳ ແຫ່ງ ສປປ ລາວ ແລະ ກະຊວງຍຸຕິທຳ ສ ເກົາຫຼີ ໄດ້ມີການພົວພັນກັນມາແຕ່ດົນນານ, ກະຊວງຍຸຕິທຳແຫ່ງ ສປປ ລາວ ໄດ້ຮັບການຊ່ວຍເຫຼືອທາງດ້ານງົບປະມານ ແລະ ຊ່ຽວຊານ ຈາກກະຊວງຍຸຕິທຳ ສ ເກົາຫຼີ ໂດຍການຈັດກອງປະຊຸມແລກປ່ຽນບົດຮຽນຊຶ່ງກັນ ແລະ ກັນ ໂດຍສະເພາະໃນໄລຍະ 2-3 ປີ ທີ່ຜ່ານມາ ພ້ອມທັງໄດ້ຮັບການເຊື້ອເຊີນໄປຖອດຖອນບົດຮຽນຢູ່ ສ ເກົາຫຼີ ອີກດ້ວຍ. ໃນການແລກປ່ຽນໃນຄັ້ງນີ້ແມ່ນຈະໄດ້ນຳສະເໜີ ກ່ຽວກັບຮ່າງດຳລັດ ລະບຽບຄຸ້ມຄອງຜູ້ໄກ່ເກ່ຍ-ກຳມະການຕັດສີນຕ່າງປະເທດ ແລະ ລະບຽບຄຸ້ມຄອງອົງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດເອກະຊົນ ແລະ ສະເພາະກິດຢູ່ ສປປ ລາວ ນຳສະເໜີໂດຍ ທ່ານ ບີວາງ ຈົ່ງເຈີ ຮອງຫົວໜ້າສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ. ໃນການສ້າງດໍາລັດສະບັບນີ້ ແມ່ນມີຄວາມຈໍາເປັນ ແລະ ມີເຫດຜົນດັ່ງນີ້: ພັກ-ລັດ ມີນະໂຍບາຍເປີດກວ້າງເສດຖະກິດ, ຮັບຮູ້ຫຼາຍຮູບແບບກໍາມະສິດ ເປັນຕົ້ນ ກໍາມະສິດຂອງລັດ, ລວມໝູ່, ເອກະເທດ, ເອກະຊົນ ແລະ ສ່ວນບຸກຄົນ. ລັດສົ່ງເສີມ, ສ້າງເງື່ອນໄຂ ແລະ ອໍານວຍຄວາມສະດວກໃຫ້ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທັງພາກລັດ ແລະ ເອກະຊົນ, ທັງພາຍໃນ ແລະ ຕ່າງປະເທດ ດຳເນີນການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດດ້ວຍການໄກ່ເກ່ຍ ແລະ ການຕັດສີນໂດຍກໍາມະການ.

ສະນັ້ນ, ຈຶ່ງມີຄວາມຈຳເປັນທີ່ຈະຕ້ອງສ້າງດຳລັດສະບັບນີ້ຂຶ້ນ. ໂຄງຮ່າງຂອງດໍາລັດວ່າດ້ວຍ ການສ້າງຕັ້ງ ແລະ ການຄຸ້ມຄອງຫ້ອງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດເອກະຊົນ, ຜູ້ໄກ່ເກ່ຍ, ຜູ້ຕັດສີນຕ່າງປະເທດ ປະກອບມີ: 5 ພາກ, 6 ໝວດ, 29 ມາດຕາຄື: ພາກທີ I ບົດບັນຍັດທົ່ວໄປ, ພາກທີ II ການສ້າງຕັ້ງ ຫກສ ເອກະຊົນ, ພາກທີ III ການຄຸ້ມຄອງ ແລະ ການກວດກາ ຫກສ ເອກະຊົນ, ພາກທີ IV ງົບປະມານ, ເຄື່ອງໝາຍ ແລະ ຕາປະທັບ, ພາກທີ V ບົດບັນຍັດສຸດທ້າຍ.
ຫຼັງຈາກນັ້ນ, ຄະນະຮັບຜິດຊອບ ກໍໄດ້ມີຄຳເຫັນແລກປ່ຽນ ນຳຄະນະຊ່ຽວຊານ ສ ເກົາຫຼີ ພ້ອມດ້ວຍຄະນະທີ່ຖືກແຕ່ງຕັ້ງ ດ້ວຍບັນຍາກາດຟົດຟື້ນ.

ຂຽນຂ່າວ-ຖ່າຍພາບ: ບຸນຖອມພະສະແຫວງ