ຮອງລັດຖະມົນຕີ ກະຊວງຍຸຕິທໍາ ລົງເຄື່ອນໄຫວວຽກງານ ຢູ່ ແຂວງ ວຽງຈັນ

ໃນຕອນເຊົ້າຂອງວັນທີ 8 ພຶດສະພາ 2019 ທີ່ຜ່ານມານີ້ ທ່ານ ໄພວີ ສີບົວລິພາ ຮອງລັດຖະມົນຕີ ກະຊວງຍຸຕິທໍາ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວວຽກງານ ຢູ່ ແຂວງ ວຽງຈັນ. ໃນເບື້ອງຕົ້ນ, ທ່ານ ຮອງລັດຖະມົນຕີ ໄດ້ເຂົ້າພົບ ທ່ານ ນາງ ສິງຄໍາ ຄົງສະຫວັນ, ຮອງເລຂາພັກ, ຮອງເຈົ້າແຂວງໆ ວຽງຈັນ ຜູ້ຊີ້ນໍາວຽກງານຍຸຕິທໍາ ເພື່ອແຈ້ງຈຸດປະສົງຂອງການລົງເຄື່ອນໄຫວວຽກງານໃນຄັ້ງນີ້ ແລະ ປຶກສາຫາລືແລກປ່ຽນຄໍາຄິດເຫັນ ກ່ຽວກັບການຊີ້ນໍາວຽກງານຂອງຂະແໜງຍຸຕິທໍາ ໃນໄລຍະຜ່ານມາ ໂດຍສະເພາະກໍແມ່ນວຽກງານຈັດຕັ້ງປະຕິບັດຄໍາຕັດສີນຂອງສານ. 

ຫຼັງຈາກນັ້ນ, ທ່ານ ຮອງລັດຖະມົນຕີ ໄດ້ລົງພົບປະຢ້ຽມຢາມ ແລະ ຊີ້ນໍາວຽກງານຈັດຕັ້ງປະຕິບັດຄໍາຕັດສີນຂອງສານ ຢູ່ພະແນກຍຸຕິທໍາ ແຂວງ ວຽງຈັນ ໂດຍການຕ້ອນຮັບອັນອົບອຸ່ນຂອງ ທ່ານ ກອງສີ ອຸດົມ ຫົວໜ້າພະແນກຍຸຕິທໍາແຂວງ ວຽງຈັນ ພ້ອມດ້ວຍຄະນະ, ມີບັນດາຫົວໜ້າຫ້ອງການຍຸຕິທໍາ ເມືອງທີ່ໃກ້ຄຽງ, ຫົວໜ້າຂະແໜງ ແລະ ໜ່ວຍງານ ຕະຫຼອດຮອດພະນັກງານຈັດຕັ້ງປະຕິບັດຄໍາຕັດສີນຂອງສານ ມີຜູ້ເຂົ້າຮ່ວມ 32 ທ່ານ, ຍິງ 7 ທ່ານ. 
ໃນໂອກາດນີ້, ທ່ານ ສຸພີ ນໍລິນທາ ຮອງຫົວໜ້າກົມຈັດຕັ້ງປະຕິບັດຄໍາຕັດສີນຂອງສານ ກໍໄດ້ຂຶ້ນຜ່ານ ຂໍ້ຕົກລົງ ຂອງລັດຖະມົນຕີ ກະຊວງຍຸຕິທໍາ ສະບັບເລກທີ 537/ກຍ, ລົງວັນທີ 29 ເມສາ 2019 ວ່າດ້ວຍການອະນຸມັດໃຫ້ພະນັກງານ-ລັດຖະກອນ ລົງເຄື່ອນໄຫວວຽກງານກໍ່ສ້າງຮາກຖານການເມືອງ ຢູ່ ແຂວງ ວຽງຈັນ ນັບແຕ່ວັນທີ 20 ພຶດສະພາ ຫາ 03 ກໍລະກົດ 2019 ຈໍານວນ 2 ທ່ານ ເພື່ອຊຸກຍູ້ ແລະ ຊີ້ນໍາ ວຽກງານຈັດຕັ້ງປະຕິບັດຄໍາຕັດສີນຂອງສານ. ຕໍ່ມາ ທ່ານ ກອງສີ ອຸດົມ ກໍໄດ້ຂຶ້ນກ່າວຕ້ອນຮັບ ພ້ອມທັງໄດ້ລາຍງານສະພາບການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານຍຸຕິທໍາ ໄລຍະ 4 ເດືອນຜ່ານມາ ໃຫ້ທ່ານ ຮອງລັດຖະມົນຕີ ກະຊວງຍຸຕິທໍາ ຮັບຊາບ ຊຶ່ງເຫັນວ່າຄະນະນໍາຂະແໜງຍຸຕິທໍາຂັ້ນຕ່າງໆ ກໍໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາການຈັດຕັ້ງປະຕິບັດວຽກງານໄດ້ຮັບຜົນສໍາເລັດຫຼາຍດ້ານ, ອັນທີ່ພົ້ນເດັ່ນ ແມ່ນວຽກງານຍຸຕິທໍາຮາກຖານສາມາດປຸກລະດົມປະຊາຊົນໃນການໃຫ້ຄວາມຮ່ວມມື ແລະ ຍາດແຍ່ງທຶນການຊ່ວຍເຫຼືອຈາກພາກສ່ວນຕ່າງໆ. ໃນຕອນທ້າຍ, ທ່ານ ຮອງລັດຖະມົນຕີ ກໍໄດ້ສະແດງຄວາມຍ້ອງຍໍໍຊົມເຊີຍຕໍ່ຜົນສໍາເລັດທີ່ຍາດມາໄດ້ຈາກການປະຕິບັດໜ້າທີ່ວຽກງານ ແລະ ໄດ້ແຈ້ງໃນທີ່ປະຊຸມຊາບກ່ຽວກັບ ວຽກງານຈຸດສຸມຂອງຂະແໜງຍຸຕິທໍາ ທີ່ຈະຕ້ອງຮີບຮ້ອນປັບປຸງ ແລະ ແກ້ໄຂໃນຕໍ່ໜ້າ. ພ້ອມກັນນັ້ນ, ກໍມີຄໍາເຫັນຊີ້ນໍາໃຫ້ອົງການຄຸ້ມຄອງການຈັດຕັ້ງປະຕິບັດປະຕິບັດຄໍາຕັດສີນຂອງສານຂັ້ນທ້ອງຖິ່ນກໍຄື ພະແນກຍຸຕິທໍາແຂວງ ແລະ ຫ້ອງການຍຸຕິທໍາເມືອງ ໃຫ້ຖືເອົາວຽກງານຈັດຕັ້ງປະຕິບັດຄໍາຕັດສີນຂອງສານເປັນບັນຫາລວມຂອງຄະນະນໍາແຕ່ລະຂັ້ນທີ່ຈະຕ້ອງຮັບຜິດຊອບຮ່ວມກັນສຸ່ມໃສ່ຕິດຕາມກວດກາ, ຊຸກຍູ້, ຊີ້ນໍາ ແລະ ແກ້ໄຂບັນຫາປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນ. ສະເພາະອົງການຈັດຕັ້ງປະຕິບັດຄໍາຕັດສີນຂອງສານຕ້ອງປັບປຸງແບບແຜນວີທີເຮັດວຽກໃຫ້ເປັນລະບົບທີ່ຖືກຕ້ອງ ໂດຍສະເພາະແມ່ນລະບອບການສ່ອງແສງ, ສະຫຼຸບລາຍງານ, ການຈາລະຈອນ ແລະ ເກັບມ້ຽນເອກະສານ, ສໍານວນຄະດີຕ້ອງໃຫ້ມີຄວາມວ່ອງໄວ ແລະ ທັນການ; ຈັດຕັ້ງປະຕິບັດການຮັບ, ການຖອນ ແລະ ການຊໍາລະເງິນກ່ຽວກັບຄ່າເສຍຫາຍທາງແພ່ງ, ອາກອນ, ປັບໃໝ ແລະ ຊັບສີນ ຮິບ ເຂົ້າເປັນຂອງລັດ ໃຫ້ມີຄວາມໂປ່ງໃສ ແລະ ຖືກຕ້ອງຕາມລະບຽບການທີ່ວາງອອກ; ສ້າງກົນໄກການປະສານສົມທົບກັບພາກສ່ວນກ່ຽວຂ້ອງໃຫ້ມີຄວາມໂລ່ງລຽງຂຶ້ນຕື່ມ; ຄະນະນໍາຂອງຂະແໜງ ແລະ ໜ່ວຍງານຈັດຕັ້ງປະຕິບັດຄໍາຕັດສີນຂອງສານ ຕ້ອງປຶກສາຫາລືແບ່ງຄວາມຮັບຜິດຊອບໃຫ້ຊັດເຈນ ແລະ ເພີ່ມຄວາມເອົາໃຈໃສ່ຕິດຕາມ, ກວດກາ ແລະ ຊີ້ນໍາພະນັກງານຈັດຕັ້ງປະຕິບັດຄໍາຕັດສີນຂອງສານໃຫ້ຂຶ້ນແຜນນໍາເອົາຄະດີອອກມາຈັດຕັ້ງປະຕິບັດໃຫ້ບັນລຸຕາມຄາດໝາຍສູ້ຊົນ ໂດຍນໍາເອົາຄໍາຕັດສີນທີ່ຄ້າງ ແລະ ເຂົ້າໃໝ່ມາຈັດຕັ້ງປະຕິບັດໃຫ້ໄດ້ 80%, ໃນນັ້ນ 20% ແມ່ນຈັດຕັ້ງປະຕິບັດສໍາເລັດ ແລະ ປິດສໍານວນຄະດີ. ສ່ວນພະນັກງານຈັດຕັ້ງປະຕິບັດຄໍາຕັດສີນຂອງສານຕ້ອງກວດກາ ແລະ ເກັບກໍາຈໍານວນຄະດີທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ, ແຍກປະເພດຄະດີ, ສາເຫດທີ່ພາໃຫ້ຫຍຸ້ງຍາກ ແລະ ບໍ່ສາມາດຈັດຕັ້ງປະຕິບັດໄດ້ ຢ່າງລະອຽດ, ພ້ອມທັງໃຫ້ຄວາມຮ່ວມມື ແລະ ຈິດໃຈລາຍງານຂໍ້ມູນໃຫ້ຖືກຕ້ອງ. ສໍາລັບພະນັກງານຈາກກະຊວງຍຸຕິທໍາທີ່ລົງມາຊຸກຍູ້ ແລະ ຊີ້ນໍາວຽກງານໃນຄັ້ງນີ້ ຕ້ອງເອົາໃຈໃສ່ເຜີຍແຜ່ບັນດານິຕິກໍາໃຕ້ກົດໝາຍ ແລະ ທິດຊີ້ນໍາກ່ຽວກັບວຽກງານຈັດຕັ້ງປະຕິບັດຄໍາຕັດສີນຂອງສານ, ສົມທົບກັບຄະນະຂະແໜງຈັດຕັ້ງປະຕິບັດຄໍາຕັດສີນຂອງສານ ເພື່ອຮ່ວມກັນປຶກສາຫາລືກໍານົດແຜນການ, ແກ້ໄຂບັນຫາທີ່ຫຍຸ້ງຍາກຕ່າງໆ, ສະຫຼຸບລາຍງານ ແລະ ປະເມີນຜົນການຈັດຕັ້ງປະຕິບັດແຕ່ລະໜ້າວຽກມາຍັງກະຊວງຍຸຕິທໍາ ແລະ ອົງການປົກຄອງທ້ອງຖິ່ນຢ່າງເປັນປົກກະຕິ.

ຂ່າວ: ຂົນ ບຸນທິສານ, ພາບ: ສົມຫວັງ ບົວລະພັນ