ກອງປະຊຸມປັບປຸງ, ຮຽບຮຽງ ກວດກາຄວາມສອດຄ່ອງຂອງ ຮ່າງດຳລັດວ່າດ້ວຍລະບົບຊຳລະແຫ່ງຊາດ

     ໃນ​​ວັນ​ທີ 29-30 ມິຖຸນາ 2017 ກົມກົດໝາຍ ກະຊວງຍຸຕິທຳ ໄດ້ຈັດກອງປະຊຸມປັບປຸງ, ຮຽບຮຽງ ກວດກາຄວາມສອດຄ່ອງຂອງ ຮ່າງດຳລັດ​ວ່າ​ດ້ວຍລະບົບຊຳລະແຫ່ງຊາດ ໂດຍການ​​ເປັນ​ປະທາ​ນຂອງ ທ່ານ ສຈ ​ເກດ ​ກຽດຕິ​ສັກ ຮອງ​ລັດຖະມົນ​ຕີ ກະຊວງ​ຍຸຕິ​ທຳ ພ້ອມ​ດ້ວຍຫົວໜ້າກົມ, ຮອງຫົວໜ້າກົມ ​ແລະ ລັດຖະກອນວິຊາການ ຂອງກົມກົດໝາຍ ກະຊວງຍຸທຳ  ມີຜູ້ຕາງໜ້າຈາກກົມກົດໝາຍສະພາ​ແຫ່ງຊາດ ແລະ ກົມກົດໝາຍ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ພ້ອມ​ຄະນະຮັບຜິດຊອບຮ່າງດຳລັດສະບັບດັ່ງກ່າວ, ມີ​ຜູ້​ເຂົ້າ​ຮ່ວມ​ທັງ​ໝົດ 16 ທ່ານ.

     ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອຄົ້ນຄວ້າປັບປຸງ, ຮຽບຮຽງຮ່າງດໍາລັດ​ວ່າ​ດ້ວຍ ​ລະບົບ​ຊໍາລະ​​ແຫ່ງ​ຊາດ ເພື່ອຮັບປະກັນຄວາມສອດຄ່ອງທາງດ້ານເຕັກນິກການຈັດວາງພາກ, ໝວດ, ມາດຕາ ໃຫ້ຖືກຕ້ອງຕາມເຕັກ ນິກຂອງການສ້າງນິຕິກຳ. ພາຍຫຼັງທີ່ປັບປຸງສຳເລັດແລ້ວ ຈະໄດ້ສົ່ງ (ຮ່າງ) ດຳລັດສະບັບດັ່ງກ່າວ ​ເຂົ້າ​​ກອງ​ປະຊຸມ​ລັດຖະບານ​ ເພື່ອພິຈາລະນາ​ຕາມ​ຂັ້ນ​ຕອນ​ຂອງ​ການ​ສ້າງ​ນິຕິ​ກຳ.

 

ຂຽນຂ່າວ: ສືເຊັ່ງ ເຍຍປາວເຮີ , ຖ່າຍພາບ ໂດຍ: ໄຂ່ທອງ ເພຍແກ້ວ

ຜູ້ປະສານງານ ກົມກົດໝາຍ

ປະເພດຂ່າວ: