ກະຊວງຍຸຕິທຳ ຈັດກອງປະຊຸມຄົ້ນຄວ້າ, ປຶກສາຫາລື ແລະ ປະກອບຄຳເຫັນໃສ່ ຮ່າງດຳລັດວ່າດ້ວຍ ການປະເມີນສິ່ງແວດລ້ອມແບບຍຸດທະສາດ

     ໃນ​ຕອນເຊົ້າ​ຂອງວັນ​ທີ 10 ຕຸ​ລາ 2016, ກະ​ຊວງ​ຍຸ​ຕິ​ທຳ​ ຮ່ວມ​ກັບ ກະ​ຊວງ​ຊັບ​ພະ​ຍາ​ກອນທຳ​ມະ​ຊາດ ແລະ ສິ່ງ​ແວດ​ລ້ອມ ໄດ້​ຈັດ​ກອງ​ປະ​ຊຸມ​ຄົ້ນ​ຄວ້າ​, ປຶກ​ສາ​ຫາ​ລື ແລະ ປະ​ກອບ​ຄຳ​ເຫັນ​ໃສ່​ຮ່າງ​ດຳ​ລັດ​ວ່າ​ດ້ວຍ ການ​ປະ​ເມີນ​ສິ່ງ​ແວດ​ລ້ອມ​ແບບ​ຍຸດ​ທະ​ສາດ ຢູ່​ທີ່ຫ້ອງ​ປະ​ຊຸມ​​ກະ​ຊວງ​ຍຸ​ຕິ​ທຳ ພາຍ​ໃຕ້​ການ​ເປັນ​ປະ​ທານ​ຂອງ ​ທ່ານ ສ​ຈ. ເກດ ກຽດ​ຕິ​ສັກ ຮອງ​ລັດ​ຖະ​ມົນ​​ຕີ​ກະ​ຊວງ​ຍຸ​ຕິ​ທຳ, ມີ​ບັນ​ດາ​ທ່ານຫົວ​ໜ້າ​ກົມ, ຮອງ​ຫົວ​ໜ້າ​ກົມ, ຫົວ​ໜ້າ​ພະ​ແນກ, ຮອງ​ຫົວ​ໜ້າ​ພະ​ແນກ ແລະ ພະ​ນັກ​ງານ​ວິ​ຊາ​ການ​ຂອງ​ສອງ​ກະ​ຊວງ​ເຂົ້າ​ຮ່ວມ.

    ໃນ​ກອງ​ປະ​ຊຸມ​ຜູ້​ເຂົ້າ​ຮ່ວມ​ໄດ້​ພ້ອມ​ກັນຄົ້ນ​ຄວ້າ, ປຶກ​ສາ​ຫາ​ລື ແລະ ປະ​ກອບ​ຄຳ​ເຫັນ​ໃສ່​ຮ່າງ​ດຳ​ລັດ​ວ່າ​ດ້ວຍ ການ​ປະ​ເມີນ​ສິ່ງ​ແວດ​ລ້ອມ​ແບບ​ຍຸດ​ທະ​ສາດ ດ້ວຍ​ຄວາມ​ຮັບ​ຜິດ​ຊອບ​ສູງ. ຮ່າງ​ດຳ​ລັດ​ສະ​ບັບ​ດັ່ງ​ກ່າວ ປະ​ກອບ​ມີ 6 ໝວດ 38 ມາດ​ຕາ ຊຶ່ງເປັນການຜັນ​ຂະ​ຫ​ຍາຍ ມາດ​ຕາ 19 ຂອງ​ກົດ​ໝາຍ​ວ່າ​ດ້ວຍ ​ການ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ ​ສະ​ບັບ​ເລກ​ທີ 29/ສ​ພ​ຊ, ລົງ​ວັນ​ທີ 18 ທັນ​ວາ 2016 ກ່ຽວ​ກັບ​ການ​ປະ​ເມີນ​ສິ່ງ​ແວດ​ລ້ອມ​ແບບ​ຍຸດ​ທະ​ສາດ ມາເປັນອັນລະອຽດ ເພື່ອເປັນ​ບ່ອນ​ອີງ​ໃຫ້​ຂະ​ແໜງ​ການ​ທີ່​ກ່ຽວ​ຂ້ອງ​ໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ໂດຍສະເພາະ​ເວ​ລາ​ສ້າງ ແລະ ທົບ​ທວນ​ນະ​ໂຍ​ບາຍ, ຍຸດ​ທະ​ສາດ ແລະ ແຜນ​ການ ແນ​ໃສ່ຫຼີກ​ເວັ້ນ ແລະ ຫຼຸດ​ຜ່ອນ​ຜົນ​ກະ​ທົບ​ຕໍ່​ສິ່ງ​ແວດ​ລ້​ອມ, ສັງ​ຄົມ ແລະ ທຳ​ມະ​ຊາດ ປະ​ກອບ​ສ່ວນ​ເຮັດ​ໃຫ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​-ສັງ​ຄົມ ດຳ​ເນີນ​ຕາມ​ທິດ​ສີ​ຂຽວ ແລະ ຍືນ​ຍົງ

ຂ່າວ: ສີປະໄພ; ພາບ: ສຸກສາຄອນ

ປະເພດຂ່າວ: