ໜ່ວຍຊາວໜຸ່ມກົມກົດໝາຍສະຫຼຸບຜົນງານ 5 ປີ ແລະ ວາງທິດທາງແຜນການໃນຕໍ່ໜ້າ

ກອງປະຊຸມໃຫຍ່ຄັ້ງທີ I ຂອງໜ່ວຍຊາວໜຸ່ມກົມກົດໝາຍກະຊວງຍຸຕິທໍາໄດ້ຈັດຂຶ້ນ ໃນຕອນບ່າຍຂອງວັນທີ 1 ຕຸລາ 2019 ຢູ່ທີ່ຫ້ອງປະຊຸມຊັ້ນ 5 ຂອງກະຊວງຍຸຕິທຳ ໃຫ້ກຽດ ແລະ ເປັນປະທານຮ່ວມຂອງ ສະຫາຍ ແສງສະຫວັນ ໄຊຍະກອນ ເລຂາໜ່ວຍຊາວໜຸ່ມກົມກົດໝາຍ, ສະຫາຍ ອິນທະປັນຍາ ຂຽວວົງພະຈັນ ເລຂາໜ່ວຍພັກກົມກົດໝາຍ ແລະ ສະຫາຍ ສຸລິຍາ ສີດາວົງ ເລຂາຄະນະບໍລິຫານງານຊາວໜຸ່ມກະຊວງຍຸຕິທຳ, ມີສະມາຊິກຊາວໜຸ່ມກົມກົດໝາຍ, ຜູ້ຕາງໜ້າໜ່ວຍຊາວໜຸ່ມຂອງຫ້ອງການ, ບັນດາກົມ, ສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ, ສະຖາບັນຍຸຕິທໍາແຫ່ງຊາດ, ອົງການຈັດຕັ້ງແມ່ຍິງ ແລະ ກໍາມະບານເຂົ້າຮ່ວມທັງໝົດ 30 ສະຫາຍ, ຍິງ 7 ສະຫາຍ.

ຈຸດປະສົງ ແມ່ນເພື່ອເປັນການສະຫຼຸບຕີລາຄາຄືນຕໍ່ກັບຜົນສໍາເລັດການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງໜ່ວຍຊາວໜຸ່ມກົມກົດໝາຍ ໃນໄລຍະຜ່ານມາ ແລະ ຈະໄດ້ພາກັນຄົ້ນຄວ້າຕົກລົງເປັນເອກະພາບຮັບຮອງເອົາທິດທາງແຜນການ 5 ປີ ໃນຕໍ່ໜ້າ. ນອກຈາກນັ້ນ, ກອງປະຊຸມຍັງໄດ້ປ່ອນບັດເລືອກຕັ້ງເອົາຄະນະໜ່ວຍຊາວໜຸ່ມຊຸດໃໝ່ ຊຶ່ງມີຜູ້ລົງສະໝັກເລືອກຕັ້ງ 5 ສະຫາຍ ແລະ ເລືອກໄດ້ 3 ສະຫາຍ ຄື: 1. ສະຫາຍ ຄໍານ້ອຍ ແກ້ວບົວຄໍາ ເປັນເລຂາໜ່ວຍຮາກຖານຊາວໜຸ່ມ, 2. ສະຫາຍ ກັນຫາ ມີໄຊບົວ ເປັນຮອງເລຂາໜ່ວຍ, 3. ສະຫາຍ ນາງ ວັນເຮືອງ ຄໍາລິຍາ ເປັນກໍາມະການໜ່ວຍ.
ໃນຕອນທ້າຍກອງປະຊຸມ ສະຫາຍ ສຸລິຍາ ສີດາວົງ ເລຂາຄະນະບໍລິຫານງານຊາວໜຸ່ມກະຊວງຍຸຕິທຳ ກໍໄດ້ໂອ້ລົມ ແລະ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການຊີ້ນຳ-ນຳພາ ຂອງຄະນະໜ່ວຍຊາວໜຸ່ມຊຸດເກົ່າ ທີ່ໄດ້ຊີ້ນຳ-ນຳພາ ສະມາຊິກຊາວໜຸ່ມພາຍໃນໜ່ວຍຂອງຕົນ ເຄື່ອນໄຫວຕາມພາລະບົດບາດ, ຂອບເຂດໜ້າທີ່ ແລະ ຄວາມຮັບຜິດຊອບຂອງຕົນໄດ້ເປັນຢ່າງດີ ພ້ອມທັງເຮັດສໍາເລັດໜ້າທີ່ວຽກງານທີ່ການຈັດຕັ້ງມອບໝາຍໃຫ້ ແລະ ສະແດງຄວາມເຊື່ອໝັ້ນຕໍ່ຄະນະໜ່ວຍຊາວໜຸ່ມຊຸດໃໝ່ ທີ່ຈະສືບຕໍ່ຊີ້ນໍາ-ນໍາພາຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງໜ່ວຍຮາກຖານຊາວໜຸ່ມກົມກົດໝາຍ ໃຫ້ຍາດໄດ້ຜົນງານ ແລະ ມີຜົນສໍາເລັດອັນໃໝ່ທີ່ຍິ່ງໃຫຍ່ກວ່າເກົ່າ.

ຂຽນຂ່າວ-ຖ່າຍພາບ: ຂົນ ບຸນທິສານ

ປະເພດຂ່າວ: