ກອງປະຊຸມກວດກາຄວາມສອດຄ່ອງທາງດ້ານກົດໝາຍຂອງຮ່າງດຳລັດວ່າດ້ວຍການສຶກສາກ່ອນໄວຮຽນ

ກອງປະຊຸມກວດກາຄວາມສອດຄ່ອງທາງດ້ານກົດໝາຍຂອງຮ່າງດຳລັດວ່າດ້ວຍການສຶກສາກ່ອນໄວຮຽນ

     ໃນຕອນເຊົ້າຂອງວັນທີ 20 ກຸມພາ 2024 ກະຊວງຍຸຕິທໍາ ໄດ້ສົມທົບກັບ ກະຊວງສຶກສາທິການ ແລະ ກິລາ ເປີດກອງປະຊຸມ ກວດກາຄວາມສອດຄ່ອງທາງດ້ານກົດໝາຍຮ່າງດຳລັດວ່າດ້ວຍການສຶກສາກ່ອນໄວຮຽນ ໂດຍການເປັນປະທານຮ່ວມຂອງ ທ່ານ ກົງຈີ່ ຢ່າງຈື່ ຮອງລັດຖະມົນຕີ ກະຊວງຍຸຕິທຳ ແລະ ທ່ານ ປອ ນ. ສີສຸກ ວົງວິຈິດ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ມີຜູ້ຕາງໜ້າຈາກ ກົມສັງຄົມ ສະພາແຫ່ງຊາດ, ກົມອະນາໄມ ແລະ ສົ່ງເສີມສຸຂະພາບ ກະຊວງສາທາລະນະສຸກ, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ກົມກົດໝາຍ ກະຊວງຍຸຕິທຳ, ສະມາຄົມການສຶກສາພາກເອກະຊົນ, ສູນ ແລະ ກົມທີ່ກ່ຽວຂ້ອງ ກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍຄະນະວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມຈຳນວນ 60 ທ່ານ, ຍິງ 24 ທ່ານ.

    ຊຶ່ງດໍາລັດສະບັບນີ້ ກໍານົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງ, ຕິດຕາມ ກວດກາ ວຽກງານການສຶກສາກ່ອນໄວຮຽນ ເພື່ອເຮັດໃຫ້ວຽກງານດັ່ງກ່າວ ມີຄວາມເຂັ້ມແຂງ, ຈັດຕັ້ງປະຕິບັດຖືກຕ້ອງ, ເປັນລະບົບ, ໄດ້ມາດຕະຖານ, ມີຄຸນນະພາບ ແລະ ຍືນຍົງ ແນໃສ່ສ້າງເງື່ອນໄຂໃຫ້ເດັກ ໄດ້ເຂົ້າເຖິງ ການສຶກສາກ່ອນໄວຮຽນ, ໄດ້ຮັບການສົ່ງເສີມສຸຂະພາບ ແລະ ໂພຊະນາການ, ສ້າງປະຖົມປັດໄຈໃຫ້ແກ່ການພັດທະນາຊັບພະຍາກອນມະນຸດ, ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງຊາດ.

     ກອງປະຊຸມ ໄດ້ຄົ້ນຄວ້າປຶກສາຫາລືກ່ຽວກັບ ຊື່, ເນື້ອໃນຮ່າງດຳລັດ ເພື່ອເຮັດໃຫ້ຮ່າງດຳລັດວ່າດ້ວຍການການສຶກສາກ່ອນໄວຮຽນ ມີເນື້ອໃນຄົບຖ້ວນ, ສົມບູນ ແລະ ຮັດກຸມ. ຊຶ່ງໃນທີ່ປະຊຸມຜູ້ເຂົ້າຮ່ວມກໍໄດ້ມີການສົນທະນາ ແລະ ແລກປ່ຽນຄວາມຄິດເຫັນໃສ່ຮ່າງດຳລັດສະບັບດັ່ງກ່າວ ຢ່າງກົງໄປກົງມາ ແລະ ມີບັນຍາກາດຟົດຟື້ນ.

    ໃນຕອນທ້າຍຂອງກອງປະຊຸມ ຄະນະປະທານກອງປະຊຸມ ກໍໄດ້ສະແດງຄວາມຂອບໃຈ ມາຍັງບັນດາທ່ານທີ່ໄດ້ສະລະເວລາ ເຂົ້າຮ່ວມ ຄົ້ນຄວ້າ ແລະ ປະກອບຄຳເຫັນໃສ່ຮ່າງດຳລັດສະບັບນີ້ ແລະ ກອງປະຊຸມໄດ້ດຳເນີນເປັນເວລາ 2 ວັນຈຶ່ງສຳເລັດ.