ກອງປະຊຸມວຽກງານຕ້ານການສໍ້ລາດບັງຫຼວງ

     ໃນວັນທີ 23 ກັນຍາ 2016 ຜ່ານມາ ກົມກວດກາ ກະຊວງຍຸຕິທໍາ ແລະ ກົມຕ້ານການສໍ້ລາດບັງຫຼວງ ອົງການກວດກາລັດຖະບານ ໄດ້ລົງມາເຮັດວຽກຢູ່ທີ່ກົມຄຸ້ມຄອງການປະຕິບັດຄໍາຕັດສີນຂອງສານ. ການລົງມາເຮັດວຽກໃນຄັ້ງນີ້ນໍາພາໂດຍ ທ່ານ ບຸນເມກ ບັນນາວົງ, ຄະນະປະຈໍາຄະນະບໍລິຫານງານພັກ, ປະທານກວດກາຄະນະບໍລິຫານງານພັກກະຊວງຍຸຕິທໍາ, ເລຂາໜ່ວຍພັກ, ຫົວໜ້າກົມກວດກາ, ທ່ານ ເທບພະໄທ ພັນກ້າ ຮອງຫົວໜ້າກົມຕ້ານການສໍ້ລາດບັງຫຼວງ, ອົງການກວດກາລັດຖະບານ. ຜ່ານການລົງມາເຮັດວຽກໃນຄັ້ງນີ້ ທ່ານ ຄໍາພອນ ສີປະເສີດ ກໍາມະການຄະນະບໍລິຫານງານພັກກະຊວງຍຸຕິທໍາ, ເລຂາໜ່ວຍພັກ, ຫົວໜ້າກົມຄຸ້ມຄອງການປະຕິບັດຄໍາຕັດສີນຂອງສານ ໄດ້ລາຍງານສະພາບຈຸດພິເສດຂອງກົມ ຕາມຂໍ້ຕົກລົງ ສະບັບເລກທີ 03/ກຍ, ລົງວັນທີ 13 ມັງກອນ 2009 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມຄຸ້ມຄອງການປະຕິບັດຄໍາຕັດສີນຂອງສານ. ນອກຈາກນີ້, ທາງຄະນະກໍໄດ້ມີການຊັກຖາມເຖິງຂໍ້ສະດວກ, ຂໍ້ຫຍຸ້ງຍາກໃນການປະຕິບັດໜ້າທີ່ວຽກງານຄວາມເອົາໃຈໃສ່, ຄວາມເປັນແບບຢ່າງຈຸດສຸມໃນການຕ້ານແນວຄິດສໍ້ລາດບັງ ຫຼວງ, ທ່ານ ຮອງຫົວໜ້າກົມ ແລະ ວິຊາການຂອງກົມກໍໄດ້ປະກອບຄໍາຄິດເຫັນຕໍ່ຄໍາຖາມເຫຼົ່ານັ້ນຢ່າງກົງໄປກົງມາ.

     ຕອນທ້າຍຂອງກອງປະຊຸມ ທ່ານ ບຸນເມກ ບັນນາວົງ ຫົວໜ້າກົມກວດກາ, ກະຊວງຍຸຕິທໍາ ກໍໄດ້ມີຄໍາເຫັນຕໍ່ກອງປະຊຸມ ເພື່ອນໍາເອົາເນື້ອໃນຂອງກອງປະຊຸມໄປຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີ.

 

 

ປະເພດຂ່າວ: