ການລົງເກັບກຳຂໍ້ມູນປັບປຸງກົດໝາຍວ່າດ້ວຍ ການຈັດຕັ້ງປະຕິບັດຄຳຕັດສີນຂອງສານ

     ໃນລະຫວ່າງວັນທີ 25 ຕຸລາ ຫາ ວັນທີ 5 ພະຈິກ 2016 ໂດຍປະຕິບັດຕາມຂໍ້ຕົກລົງສະບັບເລກທີ 529/ກຍ, ລົງວັນທີ 14 ມິຖຸນາ 2016 ວ່າດ້ວຍການແຕ່ງຕັ້ງຄະນະຮັດຜິດຊອບປັບປຸງກົດໝາຍ ວ່າດ້ວຍການຈັດຕັ້ງປະຕິບັດຄໍາຕັດສີນ ຂອງສານ, ຄະນະຮັບຜິດຊອບປັບປຸງກົດໝາຍວ່າດ້ວຍ ການຈັດຕັ້ງປະຕິບັດຄໍາຕັດສີນຂອງສານ ຊຶ່ງນໍາໂດຍທ່ານ ຄໍາພອນ ສີປະເສີດ ຫົວໜ້າກົມຄຸ້ມຄອງການປະຕິບັດຄໍາຕັດສີນຂອງສານ ໄດ້ລົງເຮັດວຽກຢູ່ ຫົກແຂວງ ຄື:   ແຂວງຫຼວງ ພະບາງ, ແຂວງໄຊຍະບູລີ, ແຂວງສະຫວັນນະເຂດ, ແຂວງຄໍາມ່ວນ, ຂວງຈໍາປາສັກ ແລະ ແຂວງສາລະວັນ.

     ຈຸດປະສົງຂອງການລົງເຮັດວຽກໃນຄັ້ງນີ້ ເພື່ອເກັບຂໍ້ມູນໃນການປັບປຸງກົດໝາຍວ່າດ້ວຍ ການຈັດຕັ້ງປະຕິບັດຄໍາຕັດສີນຂອງສານ, ຜ່ານການລົງເຮັດວຽກເຫັນວ່າ ພາກສ່ວນທີ່ກ່ຽວຂ້ອງກໍໄດ້ມີການປະກອບຄໍາຄິດຄໍາເຫັນຕໍ່ກັບຄໍາຖາມ ເຈາະຈິ້ມຢ່າງກົງໄປກົງມາ ແລະ ເປັນຂໍ້ມູນພື້ນຖານໃຫ້ແກ່ຄະນະຮັບຜິດຊອບປັບປຸງກົດໝາຍວ່າດ້ວຍ ການຈັດຕັ້ງປະຕິບັດຄໍາຕັດສີນຂອງສານ ຊຶ່ງຄາດວ່າຈະສໍາເລັດການລົງເກັບກຳຂໍ້ມູນເບື້ອງຕົ້ນໃນເດືອນ ທັນວາ 2016 ແລະ ຈະໄດ້ລົງ ໄປທາບທາມຄຳເຫັນກັບພາກສ່ວນທີ່ກ່ຽວຂ້ອງ. ການລົງເກັບກໍາຂໍ້ມູນໃນຄັ້ງນີ້ໄດ້ຮັບການສະໜັບສະໜູນຈາກໂຄງການສະໜັບສະໜູນການຈັດຕັ້ງປະຕິບັດແຜນແມ່ບົດພັດທະນາລັດປົກຄອງດ້ວຍກົດໝາຍ (SPLSMP).

 

ປະເພດຂ່າວ: