ກົມຄຸ້ມຄອງການປະຕິບັດຄໍາຕັດສີນຂອງສານສ້າງຂະບວນການເນື່ອງໃນວັນປູກຕົ້ນໄມ້ແຫ່ງຊາດ

        ເນື່ອງໃນໂອກາດວັນທີ 1 ມິຖຸນາ ແມ່ນວັນປູກຕົ້ນໄມ້ແຫ່ງຊາດ ຊຶ່ງທຸກອົງການຈັດຕັ້ງຂອງພັກ-ລັດ ແລະ  ປະຊາຊົນບັນດາເຜົ່າທົ່ວປະເທດ ໄດ້ພ້ອມກັນສ້າງຂະບວນການປູກຕົ້ນໄມ້ຢ່າງຟົດຟື້ນ ແລະ ເບີກບານມ່ວນຊື່ນ ເພື່ອຄວາມຮົ່ມເຢັນ ແລະ ຮັກສາໄດ້ຄວາມອຸດົມສົມບູນຂອງທໍາມະຊາດ. ໃນວັນທີ 31 ພຶດສະພາ 2016 ກົມຄຸ້ມຄອງການປະຕິບັດຄໍາຕັດສີນຂອງສານ ໄດ້ສ້າງຂະບວນການປູກຕົ້ນໄມ້ ຊຶ່ງຕົ້ນໄມ້ທີ່ນໍາມາປູກ ແມ່ນຕົ້ນຝາງແດງ ຊຶ່ງໄດ້ຮັບຈາກ ທ່ານ ສຈ ເກດ ກຽດຕິສັກ ຮອງລັດ ຖະມົນຕີ ກະຊວງຍຸຕິທໍາ ຈໍານວນ 25 ຕົ້ນ. ການສ້າງຂະບວນການປູກຕົ້ນໄມ້ຄັ້ງນີ້ ພາຍໃຕ້ການນໍາພາຂອງ ທ່ານ ຄໍາພອນ ສີປະເສີດ ຄະນະພັກກະຊວງຍຸຕິທໍາ, ເລຂາໜ່ວຍພັກ, ຫົວໜ້າກົມຄຸ້ມຄອງການປະຕິບັດຄໍາຕັດສີນຂອງສານ ພ້ອມດ້ວຍ ຄະນະ ກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ ແລະ ອ້າຍ, ເອື້ອຍ, ນ້ອງ ພະນັກງານວິຊາການຂອງກົມເຂົ້າຮ່ວມຢ່າງພ້ອມພຽງ ເພື່ອສ້າງຄວາມສວຍງາມ ແລະ ຄວາມຮົ່ມເຢັນພາຍໃນເດີ່ນຂອງກົມ.

ຂ່າວ: ສຸພັນໄຄສີ