ກອງປະຊຸມປັບປຸງຮ່າງດຳລັດວ່າດ້ວຍກອງທຶນຊ່ວຍເຫຼືອທາງດ້ານກົດໝາຍ

   ໃນລະຫວ່າງວັນທີ 30 ສິງຫາ ຫາ 2 ກັນຍາ 2016 ກົມຄຸ້ມຄອງລະບົບຍຸຕິທຳ, ກະຊວງຍຸຕິທໍາ ໄດ້ຈັດກອງປະຊຸມປັບປຸງຮ່າງດຳລັດວ່າດ້ວຍກອງທຶນຊ່ວຍເຫຼືອທາງດ້ານກົດໝາຍ ທີບ້ານພັກຄູນຊັບ. ເມືອງ ແກ້ວອຸດົມ,​ ແຂວງ ວຽງຈັນ ໂດຍການເປັນປະທານ ຂອງ ທ່ານ ປທ ບຸນຕາ ສ.ຜາບມີໄຊ ຫົວໜ້າກົມຄຸ້ມຄອງລະບົບຍຸຕິທຳ, ກະຊວງຍຸຕິທຳ ມີຜູ້ເຂົ້າຮ່ວມທີ່ມາຈາກ ກະຊວງຍຸຕິທຳ, ສານປະຊາຊົນສູງສຸດ, ອົງການໄອຍະການປະຊາຊົນສູງສຸດ ແລະ ສະພາທະນາຍຄວາມ ລວມທັງໝົດ 13 ທ່ານ, ຍິງ 03 ທ່ານ, ໂດຍໄດ້ຮັບການສະ ໜັບສະໜູນຈາກ ອົງການ ມູນນິທິເອເຊຍ ປະຈໍາ ສປປ ລາວ.

     ຈຸດປະສົງຂອງການຈັດກອງປະຊຸມຄັ້ງນີ້ ແມ່ນເພື່ອປັບປຸງຮ່າງດຳລັດວ່າດ້ວຍກກອງທຶນຊ່ວຍເຫຼືອທາງດ້ານກົດໝາຍ ທີ່ເຄີຍປັບປຸງຄັ້ງຜ່ານມາ ໃຫ້ມີເນື້ອໃນສົມບູນ, ຄົບຖ້ວນ, ສອດຄ່ອງກັບນິຕິກໍາກ່ຽວຂ້ອງ ແລະ ສະພາບຕົວ ຈິງຂອງສັງຄົມ. ນອກນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມຍັງໄດ້ຄົ້ນຄວ້າ ແລະ ປຶກສາຫາລືກັນກ່ຽວກັບການກຳນົດຊື່ຂອງດຳລັດຄືນໃໝ່, ກຳນົດເນື້ອໃນເບື້ອງຕົ້ນ ເພື່ອເປັນຂໍ້ມູນພື້ນຖານໃນການລາຍງານຕໍ່ຄະນະນຳກະຊວງຍຸຕິທຳ ແລະ ທິດທາງ ການປັບປຸງຄັ້ງຕໍ່ໄປ. ກອງປະຊຸມ ດຳເນີນໄປເປັນເວລາ 4 ວັນເຕັມ ແລະ ປິດລົງດ້ວຍຜົນສຳເລັດຕາມລະດັບຄາດໝາຍ.

ຂ່າວ ແລະ ຮູບພາບໂດຍ: ສ. ບຸນຄ້ຳ (ນັກຂ່າວກົມຄຸ້ມຄອງລະບົບຍຸຕິທຳ)

ປະເພດຂ່າວ: