ກົມຄຸ້ມຄອງລະບົບຍຸຕິທຳໄດ້ຮັບເຄື່ອງຊ່ວຍເຫຼືອຈາກອົງການມູນນິທິເອເຊຍ

          ໃນຕອນເຊົ້າຂອງວັນທີ 5 ສິງຫາ 2016 ເວລາ 8:30 ໂມງ, ກົມຄຸ້ມຄອງລະບົບຍຸຕິທຳ ກະຊວງຍຸຕິທຳ ໄດ້ມີພິທິມອບ-ຮັບເຄື່ອງໃຊ້ຫ້ອງການ ຊຶ່ງໄດ້ຮັບການຊ່ວຍເຫຼືອຈາກ ອົງການມູນນິເອເຊຍ ປະຈຳ ສປປ ລາວ. ການມອບ-ຮັບເຄື່ອງດັ່ງກ່າວ ແມ່ນປະຕິບັດຕາມບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ກົມຄຸ້ມຄອງລະບົບຍຸຕິທຳ ຕາງໜ້າໃຫ້ກະຊວງຍຸຕິທຳ ແລະ ອົງການມູນນິທິເອເຊຍ ປະຈຳ ສປປ ລາວ ກ່ຽວກັບການສະໜັບສະໜຸນວຽກງານຊ່ວຍເຫຼືອລ້າ ດ້ານກົດໝາຍ ໂດຍເປັນກຽດມອບຂອງ ທ່ານ ນາງ ນັງ ປຸຍ ຊານ ໂກນິເລຍ, ຊ່ຽວຊານຂອງອົງການມູນນິທິເອເຊຍ ປະຈຳ ສປປ ລາວ ແລະ ກ່າວຮັບໂດຍ ທ່ານ ປທ. ບຸນຕາ ສ.ຜາບມີໄຊ, ຫົວໜ້າກົມຄຸ້ມຄອງລະບົບຍຸຕິທຳ ກະຊວງ ຍຸຕິທຳ ພ້ອມດ້ວຍພະນັກງານທັງສອງຝ່າຍເຂົ້າຮ່ວມ. ເຄື່ອງໃຊ້ຫ້ອງການທີ່ນຳມາມອບໃນຄັ້ງນີ້ ປະກອບມີ: ເຄື່ອງຄອມພິວເຕີ້ ໂນ໊ດບຸກ (Notebook) ຈຳນວນ 02 ໜ່ວຍ, ກ້ອງຖ່າຍຮູບ 01 ໜ່ວຍ,​ ເຄື່ອງຈັດປິ່ນເຕີ້+ເຄື່ອງສຳ ເນົາ+ສະແກນເນີ້+ຕິດແຟັກ 01 ໜ່ວຍ, ຕູ້ເອກະສານ 01 ໜ່ວຍ, ສະໜອງອິນເຕີເນັດໃຫ້ເປັນເວລາ 1 ປີ, ລວມມູນຄ່າທັງໝົດ 2,622 ໂດລາ. ບັນດາເຄື່ອງໃຊ້ດັ່ງກ່າວ ແມ່ນຈະໄດ້ນຳໃຊ້ເຂົ້າໃນການເຄື່ອນໄຫວວຽກງານຊ່ວຍ ເຫຼືອລ້າດ້ານກົດໝາຍ.

          ໃນຕອນທ້າຍ ທ່ານ ຫົວໜ້າກົມ ໄດ້ກ່າວສະແດງຄວາມຂອບໃຈ ຕໍ່ອົງການມູນນິທິເອເຊຍ ປະຈຳ ສປປ ລາວ ທີ່ຍາມໃດກໍເປັນຫ່ວງເປັນໄຍ ແລະ ໃຫ້ການຊຸກຍູ້ຊ່ວຍເຫຼືອວັດຖຸອຸປະກອນ ລວມທັງຄວາມຮູ້ ແລະ ປະສົບການ ກ່ຽວກັບວຽກງານການຊ່ວຍເຫຼືອລ້າດ້ານກົດໝາຍ. ພ້ອມກັນນັ້ນ, ກົມຄຸ້ມຄອງລະບົບຍຸຕິທຳ ກໍຈະນຳໃຊ້ວັດຖຸອຸປະກອນເຫຼົ່ານີ້ ໃຫ້ເກີດຜົນປະໂຫຍດສູງສຸດ ໃນການເຄື່ອນໄຫວວຽກງານ.

                                                                                                                                                                                                                                                                                                          ຂຽນຂ່າວ ແລະ ຮູບພາບໂດຍ: ສ. ບຸນຄ້ຳ

ປະເພດຂ່າວ: