ໜ່ວຍພັກກົມຄຸ້ມຄອງລະບົບຍຸຕິທຳ ເປີດບັ້ນດຳເນີນຊີວິດການເມືອງພັກ ປີ 2016

         ໂດຍປະຕິບັດຕາມມະຕິຕົກລົງ ຂອງຄະນະພັກກະຊວງຍຸຕິທຳ ສະບັບເລກທີ 133/ຄພກຍ, ລົງວັນທີ 27 ກໍລະກົດ 2016 ວ່າດ້ວຍການເປີດບັ້ນດຳເນີນການກວດກາຕີລາຄາຈັດແບ່ງປະເພດ ໜ່ວຍພັກ, ສະມາຊິກພັກເຂັ້ມແຂງ-ຮູ້ນຳພາຮອບດ້ານ ປະຈຳປີ 2016.

     ໃນລະຫວ່າງວັນທີ 16-17 ສິງຫາ 2016 ເວລາ 8:00 ໂມງ, ໜ່ວຍພັກກົມຄຸ້ມຄອງລະບົບຍຸຕິທໍາ ໄດ້ເປີດກອງປະຊຸມບັ້ນດຳເນີນຊີວິດການເມືອງ ເພື່ອກວດກາຕີລາຄາຈັດແບ່ງປະເພດໜ່ວຍພັກ, ສະມາຊິກພັກເຂັ້ມແຂງ-ຮູ້ນຳພາຮອບດ້ານ ປະຈຳປີ 2016 ໂດຍການເປັນປະທານຂອງ ສະຫາຍ ບຸນຕາ ສ.ຜາບມີໄຊ, ຄະນະພັກກະຊວງ, ເລຂາໜ່ວຍພັກ, ມີສະມາຊິກພັກເຂົ້າຮ່ວມທັງໝົດ 12 ສະຫາຍ, ຍິງ 5, ຂາດ 2 ສະຫາຍ, ຍິງ 1 ສະຫາຍ, ຕາງໜ້າສາມອົງການຈັດຕັ້ງມະຫາຊົນ 3 ສະຫາຍ, ມີຄະນະລົງມາຕິດຕາມ 5 ສະຫາຍ ໂດຍແມ່ນສະຫາຍ ບຸນສະຫວາດ ບຸບຜາ ຄະນະພັກກະຊວງ, ຮອງລັດຖະມົນຕີ ກະຊວງຍຸຕິທຳ ເປັນຫົວໜ້າຊີ້ນຳ-ນຳພາ ພ້ອມດ້ວຍຄະນະຈາກກົມກວດກາ, ກົມຈັດຕັ້ງພະນັກງານ ກະຊວງຍຸຕິທຳ ລວມທັງໝົດ 20 ສະຫາຍ, ຍິງ 8 ສະຫາຍ.

          ພາຍຫຼັງ ສະຫາຍເລຂາໜ່ວຍພັກ ໄດ້ກ່າວຈຸດປະສົງແລ້ວ, ຫົວໜ້າຄະນະຕິດຕາມໄດ້ໃຫ້ທັດສະນະຊີ້ນຳເຖິງຄວາມໝາຍສຳຄັນຂອງບັ້ນດຳເນີນຊີວິດການເມືອງຂອງໜ່ວຍພັກ, ແນະນຳວິທີ ແລະ ຂັ້ນຕອນຂອງການຈັດປະຕິບັດ ເພື່ອໃຫ້ຖືກຕ້ອງຕາມຂໍ້ກຳນົດຂອງກົມການເມືອງສູນກສາງພັກ, ສອດຄ່ອງກັບສະພາບຄວາມເປັນຈິງຂອງໜ່ວຍ ແລະ ໄດ້ຮຽກຮ້ອງໃຫ້ສະມາຊິກພັກທຸກສະຫາຍ ແລະ ຕາງໜ້າຈາກສາມອົງການຈັດຕັ້ງຂອງກົມ ໃຫ້ມີຄວາມຈິງໃຈປະກອບຄຳເຫັນ, ຕຳນິສົ່ງຂ່າວກໍ່ສ້າງເຊິງກັນ ແລະ ກັນ ເພື່ອພ້ອມກັນກ້າວໜ້າ. ຈາກນັ້ນ, ໜ່ວຍພັກກໍໄດ້ຜ່ານບົດສຳຫຼວດກວດກາຕີລາ ຄາຈັດແບ່ງປະເພດສະມາຊິກພັກເຂັ້ມແຂງ-ຮູ້ນຳພາຮອບດ້ານ ຊຶ່ງເລີ່ມຈາກສະຫາຍເລຂາໜ່ວຍພັກກ່ອນຕາມລຳດັບ. ຈາກນັ້ນ ກໍໄດ້ພ້ອມກັນປະກອບຄຳຄິດເຫັນດ້ານດີ, ດ້ານອ່ອນ ເພື່ອເປັນການຕຳນິ ກໍ່ສ້າງເຊິ່ງກັນ ແລະ ກັນ. ພາຍຫຼັງ ໄດ້ຜ່ານບົດສຳຫຼວດກວດກາຕີລາຄາຈັດແບ່ງປະເພດຂອງສະມາຊິກພັກແລ້ວ ສະຫາຍເລຂາກໍສືບຕໍ່ຜ່ານບົດສຳຫຼວດການນຳພາຂອງໜ່ວຍພັກ ແລະ ສະເໜີໃຫ້ສະມາ ຊິກພັກ, ຕາງໜ້າອົງການຈັດຕັ້ງມະຫາຊົນຂອງກົມ ແລະ ຄະນະຕິດຕາມປະກອບຄຳເຫັນໃສ່ບົດສຳຫຼວດດັ່ງກ່າວເຮັດໃຫ້ບັນຍາກາດຂອງບັ້ນດຳເນີນຊີວິດການເມືອງ ກວດກາຕີລາຄາໜ່ວຍພັກ, ສະມາ ຊິກພັກເຂັ້ມແຂງ-ຮູ້ນໍາພາຮອບດ້ານ ມີບັນຍາກາດທີ່ດີ, ມີລັກສະນະສ້າງສັນ, ພາວະວິໄສ ແລະ ເປັນຂະບວນຟົດຟື້ນ. ສຳລັບຜົນຂອງການກວດກາຕີລາຄາຈັດແບ່ງປະເພດຂອງໜ່ວຍພັກ ແລະ ສະມາຊິກ ພັກ ເຂັ້ມແຂງ-ຮູ້ນຳພາຮອບດ້ານ ນັ້ນຈະແຈ້ງໃຫ້ຊາບຕາມພາຍຫຼັງ.

       ໃນຕອນທ້າຍ ສະຫາຍ ບຸນສະຫວາດ ບຸບຜາ ຄະນະພັກກະຊວງ, ຮອງລັດຖະມົນຕີກະຊວງຍຸຕິທຳ, ຫົວໜ້າຄະນະຕິດຕາມ ໄດ້ຕີລາຄາສູງຕໍ່ການກະກຽມເນື້ອໃນ, ເວລາ, ຂັ້ນຕອນວິທີການດຳເນີນ ການ, ການຕຳນິສົ່ງຂ່າວແມ່ນອີງໃສ່ພື້ນຖານຄວາມເປັນຈິງ ແລະ ຖືກຕ້ອງຕາມກົດລະບຽບຂອງພັກ. ຈາກນັ້ນ, ສະຫາຍເລຂາໜ່ວຍພັກ ກໍໄດ້ສະແດງຄວາມຂອບໃຈຕໍ່ຄຳຄິດຄຳເຫັນຂອງຫົວໜ້າຕິດ ຕາມພ້ອມດ້ວຍຄະນະ, ສະແດງຄວາມຊົມເຊີຍຕໍ່ສະມາຊິກພັກ, ຕາງໜ້າສາມອົງການຈັດຕັ້ມະຫາຊົນຂອງກົມ ແລະ ກ່າວ ປິດບັ້ນດຳເນີນຊີວິດການເມືອງຄັ້ງນີ້ຢ່າງເປັນທາງການ.

                            

ຂຽນຂ່າວ ແລະ ຮູບພາບໂດຍ: ສ. ບຸນຄ້ຳ (ນັກຂ່າວກົມຄຸ້ມຄອງລະບົບຍຸຕິທຳ)