ກອງ​ປະ​ຊຸມ​ຜ່ານ​ຮ່າງ​ຂໍ້​ຕົກ​ລົງ ວ່າ​ດ້​ວຍ​ການ​ຄຸ້ມ​ຄອງ​ອົງ​ການ​ທະ​ບຽນ​ສານ

     ກອງ​ປະ​ຊຸມ​ປະກອບຄຳເຫັນໃສ່ຮ່າງຂໍ້ຕົກລົງວ່າ​ດ້​ວຍ ​ການ​ຄຸ້ມ​ຄອງ​ອົງ​ການ​ທະ​ບຽນ​ສານ ໄດ້ໄຂ​ຂຶ້ນໃນ​ຕອນ​ເຊົ້າ​ວັນ​ທີ 8 ພຶດ​ສ​ະ​ພາ 2017 ທີ່​ຫ້ອງ​ປະ​ຊຸມ​ຊັ້ນຂອງກະ​ຊວງ​ຍຸ​ຕິ​ທຳ ​ໂດຍ​ການ​ເປັນ​ປະ​ທານ​ຂອງ ​ທ່ານ ໄພ​ວີ ສີ​ບົວ​ລິ​ພາ ຮອງ​ລັດ​ຖະ​ມົນ​ຕີກະ​ຊວງ​ຍຸ​ຕິ​ທຳ ຜູ້​ຊີ້​ນຳ​ກົມ​ທະ​ບຽນ​ສານ​ ຊຶ່ງ​ມີ​ຜູ້​ເຂົ້າ​ຮ່ວມ​ທັງ​ໝົດ 15 ທ່ານ, ຍິງ 6 ຄົນ.

     ກອງ​ປະ​ຊຸມ​ດັ່ງ​ກ່າວ ​​ໄດ້ປືກ​ສາ​ຫາ​ລື​ເພື່ອ​ຜ່ານຮ່າງ ​“​ຂໍ້​ຕົກ​ລົງ​ຂອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ ວ່າ​ດ້ວຍ​ການ​ຄຸ້ມ​ຄອງ​ອົງ​ການ​ທະ​ບຽນ​ສານ” ໂດຍ ທ່ານ ໄທ​ ລໍ​ເບຼັຍ​ຢາວ ຫົວ​ໜ້າ​ກົມ​ທະ​ບຽນ​ສານ ໄດ້​ລາຍ​ງານ​ກ່ຽວ​ກັບ ຈຸດ​ປະ​ສົງ​ຂອງ​ການ​ສ້າງ​ຂໍ້​ຕົກ​ລົງ​ດັ່ງ​ກ່າວນີ້ຂຶ້​ນ​ມາ ​ກໍ​ເພື່ອ​ເປັນ​ບ່ອນ​ອີງ​ໃນ​ການ​ຄຸ້ມ​ຄອງ​ອົງ​ການ​ທະ​ບຽນ​ສານ ​​ເຮັດ​ໃຫ້​ວຽກ​ງານ​ທະ​ບຽນ​ສານ​ມີ​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ, ປ້ອງ​ກັນ​ປະ​ກົດ​ການ​ຫ​ຍໍ້​ທໍ້​ທີ່​ຈະ​ເກີດ​ຂຶ້ນ​ໃນ​ອາ​ນາ​ຄົດ ແລະ ເຮັດ​ໃຫ້​ວຽກ​ງານ​ທະ​ບຽນ​ສານ​ຂະ​ຫ​ຍາຍ​ຕົວ​ ເຮັດ​ໃຫ້​ສັງ​ຄົມ​ຮັບ​ຮູ້ຢ່າງກວ້າງ​ຂວາງ ແລະ ເຫັນໄດ້ຄຸນ​ຄ່າທາງກົດໝາຍ​ໃນການຢັ້ງ​ຢືນ​ເອ​ກະ​ສານ. ຈາກນັ້ນ​ ທ່ານ ນຽມ ສຸ​ພັນ​ຄ້ຳ​ມະ​ວົງ ຮອງ​ຫົວ​ໜ້າ​ກົມ​ທະ​ບຽນ​ສານ ຫົວ​ໜ້າ​ຄະ​ນະ​ຮັບ​ຜິດ​ຊອບຮ່າງ​ຂໍ້​ຕົກ​ລົງ ​ໄດ້​​​ຊີ້​ແຈ້ງ​ຕໍ່​ກອງ​ປະ​ຊຸມກ່ຽວ​ກັບເປົ້າ​ໝາຍ​ສຳ​ຄັນ​ໃນ​ການ​ສ້າງ​ຂໍ້​ຕົກ​ລົງ​​ນີ້ຂຶ້ນ​ ເພື່ອເຮັດ​ໃຫ້​ການ​ຄຸ້ມ​ຄອງ​ອົງ​ການ​ທະ​ບຽນ​ສານ ​ໃນ​ແຕ່​ລະ​ຂັ້ນ ນັບ​ແຕ່​ສູນ​ກາງ​ຮອດ​ທ້ອງ​ຖິ່ນ ເປັນ​ລະ​ບົບ​ແບບ​ແຜນ​ອັນ​ດຽວ​ກັນ, ການແຕ່ງ​ຕັ້ງ​ສັບ​ຊ້ອນ​ຍົກ​ຍ້າຍ​ພະ​ນັກ​ງານ​ໃຫ້​ເປັນ​ລະ​ບົບ​, ຂໍ້​ຫ້າມ​ເພີ່ມ​ເຕີມ​ໃຫ້​ມີ​ການ​ລາຍ​ງານ​ເຫັນ​ດີ​ຕາມ​ແຕ່​ລະ​ຂັ້ນ​ຕອນ​ທີ່​ກົດ​ໝາຍ​ທະ​ບຽນ​ສານ​ກຳ​ນົດ​, ການ​ຝືກ​ອົບ​ຮົມ, ການ​ກຳ​ນົດ​ເຄື່ອງ​ແບບ ​(ເຄື່ອງ​ນຸ່ງຂອງ​ພະ​ນັກ​ງານ), ​ກາ​ໝາຍ, ປ້າຍ​ເສື້ອ​ຂອງ​​ນາຍ​ທະ​ບຽນ​ສານ ແລະ ພະ​ນັກ​ງານທະ​ບຽນ​ສານທົ່ວ​ໄປ.

     ຜ່ານ​ການ​ປື​ກສາ​ຫາລື ປະ​ກອບ​ຄຳ​ຄິດ​ຄຳ​ເຫັນຈາກ​ບັນ​ດາ​ທ່ານ​ທີ່​ເຂົ້າ​ຮ່ວມ ໄດ້​ຕົກ​ລົງ​ເຫັນ​ດີ​ເປັນ​ເອ​ກະ​ພາບ​ກັນ ແລະ ໄດ້​ປັບ​ປຸງ​ ຈາກ 10 ໝວດ ໃຫ້​ມາ​ເປັນ 5 ໝວດ. ​ຈາກນັ້ນ ທ່ານ​ຮອງ​ລັດ​ຖະ​ມົນ​ຕີ ກໍໄດ້ໃຫ້​ຄຳເຫັນ ແລະ ທິດ​ຊີ້​ນຳ​ ​ໂດຍມອບ​ໃຫ້​ກົມ​ທະ​ບຽນ​ສານ​ ກໍ​ຄື​ຄະ​ນະ​ຮັບ​ຜິດ​ຊອບ​ຮ່າງ​ຂໍ້​ຕົກ​ລົງ​ດັ່ງ​ກ່າວ ນຳເອົາຄຳຄິດເຫັນຂອງຜູ້ເຂົ້າຮ່ວມປັບປຸງເຂົ້າໃສ່ເນື້ອໃນຮ່າງຂໍ້ຕົກລົງດັັ່ງກ່າວ ແລ້ວ​ນຳ​ສະ​ເໜີ​ຂັ້ນ​ເທິງ​ຕາມ​ຂັ້ນ​ຕອນ​ຕໍ່​ໄປ.

 

ພາບ ແລະ ບົດ: ທອງ​ບາງ

ປະເພດຂ່າວ: