ວຽກງານໂຄສະນາເຜີຍແຜ່ຄໍາສັ່ງຂອງນາຍົກ ຢູ່ແຂວງບໍ່ແກ້ວ ແລະ ຫຼວງນໍ້າທາ

ກົມທະບຽນສານ ໄດ້ລົງເຄື່ອນໄຫວວຽກງານ ຢູ່ ແຂວງ ບໍ່​ແກ້ວ ​ແລະ ​ແຂວງ​ ຫຼວງ​ນໍ້າ​ທາ ເພື່ອປະສານສົມທົບກັບພະແນກຍຸຕິທໍາແຂວງ, ຫ້ອງການຍຸຕິທໍາເມືອງ ແລະ ພົບ​ປະທ່ານ​ເຈົ້າເມືອງ ​ເພື່ອເກັບກໍາຂໍ້ມູນ​​ເປົ້າ​ໝາຍ​ໃນ​ການສ້າງຕັ້ງໜ່ວຍງານທະບຽນສານຂຶ້ນ​ໃນແຕ່ລະເມືອງ.

 

​     ໃນ​ວັນ​ທີ 26 ຕຸລາ ຫາ 5 ພະ​ຈິກ​ 2016 ​ຜ່ານ​ມາ ຄະນະ​ກົມ​ທະບຽນ​ສານ ​ໄດ້​ລົງ​ໄປ​​ເຄື່ອນ​ໄຫວວຽກ​ງານຢູ່ ​ແຂວງ ບໍ່​ແກ້ວ ມີ 6 ​ເມືອງ ຄື: ​ເມືອງ ຫ້ວຍ​ຊາຍ, ​ ຕົ້ນ​ເຜີ້ງ, ​​ຜາ​ອຸດ​ົມ, ປາກ​ທາ, ວຽງ​ພູ​ຄາ ​ແລະ ​ເມືອງ​ ເມີງ ​ແລະ ​ແຂວງ ຫຼວງ​ນໍ້າ​ທາ 3 ​ເມືອງ ​ຄື: ເມືອງ ຫຼວງ​ນໍ້າ​ທາ, ​ເມືອງ ສິງ ​ແລະ ​ເມືອງ ​ເມືອງລອງ. ​​ໃນ​ການລົງ​ເຄື່ອນ​ໄຫວ​ວຽກ​ງານ​ໃນ​ຄັ້ງ​ນີ້​​ນໍາພາ​ໂດຍ ທ່ານ ກອງ​ສີ ສາຍ​ສຸດທາ ຮອງ​ຫົວໜ້າ​ກົມ​ທະບຽນ​ສານ ກະຊວງ​ຍຸຕິ​ທໍາ ​​​ເປັນ​ກຽດ​ຕ້ອນຮັບ​ຂອງ ​ທ່ານ ຄໍາ​ຫຼ້າ ອຸດ​ທະ​ຍອດ ຫົວໜ້າ​ພະ​ແນ​ກຍຸຕິ​ທໍາ ​ແຂວງບໍ່​ແກ້ວ ​ແລະ ທ່ານ ຄໍາ​ໝັ້ນ ວັນ​ຄໍາ ຫົວໜ້າ​ພະ​ແນ​ກ ​ແຂວງຫຼວງ​ນໍ້າ​ທາ. ​ ທັງ​ສອງ​ແຂວງ ​ໄດ້​ລາຍ​ງານ​ສະພາບ​ການ​ເຄື່ອນ​ໄຫວວຽກງານ​ຂອງ​ຕົນທີ່​ຜ່ານ​ມາ ​ໂດຍ​ສະ​ເພາະ​ແມ່ນ​ວຽກ​ງານ​ທະບຽສານ​ໃຫ້​ທ່ານ​ຮອງ​ຫົວໜ້າ​ກົມຮັບ​ຊາບ. ຫຼັງ​ຈາກ​ນັ້ນ​ຄະນະກໍ​ໄດ້​ເຮັດ​ວຽກ​ງຮ່ວມ​ກັບທ່ານ​​ເຈົ້າ​ເມືອງ ​ແລະ ທ່ານຫົວໜ້າ​ຫ້ອງການ​ຍຸຕິ​ທໍາ​ເມືອງ ​ເພື່ອ​ປືກສາ​ຫາລື​ເປັນ​ເອກະ​ພາບ​ກັນ ​ໂດຍ​ມອບ​ໃຫ້​ຄະນະ​ພັກ​​, ອໍານາດ​ການ​ປົກຄອງແຕ່ລະເມືອງ​, ​ເປັນ​ຜູ້​ຊີ້​ນໍາ​ຫ້ອງການ​ຍຸຕິ​ທໍາ​ເມືອງຄົ້ນຄວ້າ ແລ້ວນໍາສະ​ເໜີ​ຕໍ່ພະ​ແນ​ກຍຸຕິ​ທໍາ​ແຂວງ ​ເພື່ອ​ສະ​ເໜີ​ຕໍ່​ໃຫ້​ລັດຖະມົນຕີກະຊວງ​ຍຸຕິ​ທໍາ ​ສ້າງ​ຕັ້ງ​ໜ່ວຍ​ງານ​ທະບຽນ​ສານ ​ແລະ ​ແຕ່ງ​ຕັ້ງບຸກຄະລາ​ກອນ ມາ​ຮັບຜິດຊອບ​ວຽກ​ງານ​ດັ່ງກ່າວ ສ່ວນ​ດ້ານ​ວິຊາ​ການ ​ແມ່​ນກະຊວງ​ຍຸຕິ​ທໍາ​ເປັນ​ຜູ້​ຈັດຝືກອົບຮົມ​ໃຫ້​ໃນ​ຂັ້ນ​ຕອນ​ຕໍ່​ໄປ.

​     ພ​້ອມກັນ​ນັ້ນ ຄະນະກໍໄດ້​ເຜີ​ຍແຜ່ຄໍາ​ສັ່ງ​ຂອງ​ນາຍົກ ສະບັບ​ເລກທີ 10/ນຍ, ລົງ​ວັນ​ທີ 1/4/2016 ວ່າ​ດ້ວຍ​ການ​ເອົາ​ໃຈ​ໃສ່​ຕໍ່​ວຽກ​ງານ​ທະບຽນ​ສານ ​ແລ​ະ ກົດໝາຍ​ວ່າ​ດ້ວຍ​ ທະບຽນ​ສານ ໃຫ້​ແກ່​ພໍ່​ແມ່ປະ​ຊາ​ຊົນ, ພະນັກງານ, ນັກທຸລະກິດ ​ແລະ ພໍ່ຄ້າ​ຊາວ​ຄ້າ ​​ໃຫ້​​ເຂົ້າ​ໃຈ​ເຖິງ​ຄວາມ​ໝາຍ​, ຄວາມ​ສໍາຄັນ​ຂອງ​ວຽກ​ງານ​ທະບຽນ​ສານ​ ​ເພື່ອ​ເຮັດ​ໃຫ້ຜູ້ເຂົ້າຮ່ວມຮັບ​ຮູ້​ເຖິງ​ຜົນ​ຂອງ​ການ​ຢັ້ງຢືນ​ສັນຍາ ​ແລະ ​ເອກະສານ​ອື່ນໆ ຂອງອົງການ​ທະບຽນ​ສານ, ຊີ້​ແຈ້ງ​ເຖິງ​ຄຸນຄ່າ​ຄວາມ​ແຕກ​ຕ່າງ​ລະຫວ່າງ​ສັນຍາ ​ແລະ ​ເອກະ​ສານ​ອື່ນ ທີ່​ໄດ້ຜ່ານ​ການ​ຢັ້ງຢືນ​ທະບຽນ​ສານ ແມ່ນຜູ້ຮ້ອງຂໍການຢັ້ງຢືນຈະ​ໄດ້​ຮັບ​ການ​ປົກ​ປ້ອງ​ສິດ ແລະ ຜົນ​ປະ​ໂຫຍ​ດທາງ​ດ້ານ​ກົດໝາຍ. ການ​ເຜີຍ​ແຜ່​ວຽກງານ​ໃນ​ຄັ້ງ​ນີ້ ມີ​ຜູ້​ເຂົ້າ​ຮ່ວມ​ຮັບ​ຟັງ​ທັງ​ໝົດ 678 ຄົນ, ຍິງ 186 ຄົນ.

 

ບົດ​ຂ່າວ ແລະ ພາບ: ສູນ​ທະລາ