ກົມສົ່ງເສີມລະບົບຍຸຕິທຳເປີດຝຶກອົບຮົມວຽກງານແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານ ແລະ ວຽກງານຊ່ວຍເຫຼືອທາງດ້ານກົດໝາຍ ທີ່ແຂວງອຸດົມໄຊ

ກົມສົ່ງເສີມລະບົບຍຸຕິທຳ, ກະຊວງຍຸຕິທຳ ໂດຍການສະໜັບສະໜູນຂອງອົງການມູນນິທິເອເຊຍປະຈຳ ສປປ ລາວ ໄດ້ເປີດຊຸດຝຶກອົບຮົມຄູຝຶກວຽກງານການແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານ ແລະ ວຽກງານຊ່ວຍເຫຼືອທາງດ້ານກົດໝາຍຂຶ້ນ ໃນວັນທີ 17 ທັນວາ 2018 ທີ່ຫ້ອງປະຊຸມພະແນກຍຸຕິທຳແຂວງອຸດົມໄຊ ໂດຍການເປັນປະທານຮ່ວມຂອງ ທ່ານ ວິກອນ ບຸນວິໄລ ຮອງຫົວໜ້າກົມສົ່ງເສີມລະບົບຍຸຕິທຳ, ທ່ານ ຄຳແສນ ຊາວມົ້ງວື້ ຫົວໜ້າພະແນກຍຸຕິທຳແຂວງອຸດົມໄຊ, ແລະ ທ່ານ ນາງ ວາດສະໜາ ສິນທະວົງ ພ້ອມດ້ວຍນັກຝຶກອົບຮົມທັງໝົດ 33 ທ່ານ, ຍິງ 6 ທ່ານ ຊຶ່ງມາຈາກ ພະແນກຍຸຕິທຳແຂວງ ແລະ ບັນດາຫ້ອງການຍຸຕິທຳເມືອງ. ໃນພິທີ ທ່ານ ຄຳແສນ ຊາວມົ້ງວື້ ໄດ້ມີຄຳເຫັນວ່າ: ການຝຶກອົບຮົມຄູຝຶກວຽກງານການແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານ ໃຫ້ບັນດາຫ້ອງການຍຸຕິທຳເມືອງ ແລະ ວຽກງານຊ່ວຍເຫຼືອລ້າທາງດ້ານກົດໝາຍ. ໃນຄັ້ງນີ້ ເນື້ອແທ້ແມ່ນການຜັນຂະຫຍາຍເນື້ອໃນຈິດໃຈຂອງຄຳສັ່ງເລກທີ 46/ນຍ, ລົງວັນທີ 29 ກັນຍາ 2009, ຄຳແນະນຳເລກທີ 552/ກຍ, ລົງວັນທີ 20 ມິຖຸນາ 2016, ດຳລັດຂອງລັດຖະບານເລກທີ 77/ລບ, ລົງວັນທີ 28 ກຸມພາ 2018 ວ່າດ້ວຍ ການຊ່ວຍເຫຼືອທາງດ້ານກົດໝາຍ ໄດ້ຮັບການຈັດຕັ້ງປະຕິບັດໃຫ້ມີຈຸດສຸມ, ຖືກທິດທາງ ແລະ ມີຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດຢູ່ຂັ້ນຮາກຖານ. ເຮັດໃຫ້ພະນັກງານທີ່ຮັບຜິດຊອບວຽກງານຄະນະແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານ ແລະ ວຽກງານຊ່ວຍເຫຼືອລ້າາທາງດ້ານກົດໝາຍ ມີທັດສະນະຮັບໃຊ້ປະຊາຊົນດ້ວຍຄວາມບໍລິສຸດໃຈ, ໂປ່ງໃສ ບົນພື້ນຖານຄວາມຖືກຕ້ອງທາງດ້ານກົດໝາຍ, ເພື່ອເຮັດໃຫ້ປະຊາຊົນທຸກຊັ້ນຄົນຢູ່ໃນສັງຄົມເຂົ້າເຖິງຂະບວນການຍຸຕິທຳ ແນໃສ່ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳ, ຄວາມສະເໝີພາບຂອງພົນລະເມືອງຕໍ່ໜ້າກົດໝາຍ, ປະກອບສ່ວນເຂົ້າໃນການສ້າງສັງຄົມໃຫ້ມີຄວາມສະຫງົບ, ມີຄວາມສາມັກຄີປອງດອງ, ຍຸຕິທຳ ແລະ ສີວິໄລ. ພ້ອມທັງປັບປຸງແບບແຜນວິທີເຮັດວຽກ ແລະ ສາມາດເປັນຄູຝຶກໃຫ້ແກ່ຄະນະແກ້ໄຂຂໍ້ຂັດແຍງຂັ້ນບ້ານໃນຂອບເຂດຄວາມຮັບຜິດຊອບຂອງຕົນ ໂດຍສະເພາະແມ່ນຜູ້ຊີ້ນຳວຽກງານແກ້ໄຂຂໍ້ຂັດແຍງຂັ້ນບ້ານ ແລະ ວຽກງານຊ່ວຍເຫຼືອລ້າທາງດ້ານກົດ ໝາຍ ຂັ້ນເມືອງ ເພື່ອສ້າງຄວາມເຂັມແຂງເທື່ອລະກ້າວກ່ຽວກັບວຽກງານດັ່ງກ່າວໃນຂອບເຂດ ແຂວງອຸດົມໄຊ.

ການຝຶກອົບຮົບໃນຄັ້ງນີ້, ນັກຝຶກຈະໄດ້ຮຽນຮູ້ເນື້ອໃນຕ່າງໆເປັນຕົ້ນແມ່ນ ທັກສະ, ເຕັກນິກໃນການແກ້ໄຂຄະດີຢູ່ຂັ້ນບ້ານ, ວິທີເຮັດໃຫ້ຄູ່ຄວາມປານີປະນອມກັນ ແລະ ການຜ່ອນສັ້ນຜ່ອນຍາວ ຮັບປະກັນຄວາມສະຫງົບ, ຄວາມສາມັກຄີພາຍໃນບ້ານ ແລະ ເພື່ອຮັກສາຄວາມຮັກຄວາມແພງກັນທີ່ເປັນວັດທະນະທໍາອັນດີງາມຂອງປະຊົນລາວເຮົາ ນອກນັ້ນ, ນັກຝຶກຍັງຈະໄດ້ຮັບຮູ້ເຖິງວິທີການເຂົ້າເຖິງການຊ່ວຍເຫຼືອທາງດ້ານກົດໝາຍ ໂດຍບໍ່ເສຍຄ່າ ໃຫ້ແກ່ຜູ້ທຸກຍາກ, ຜູ້ດ້ອຍໂອກາດ, ເດັກທີ່ຕ້ອງການ ການປົກປ້ອງພິເສດ ແລະ ຜູ້ຖືກເຄາະຮ້າຍຈາກການຄ້າມະນຸດເປັນຕົ້ນ. ທັງນີ້ກໍເພື່ອໃຫ້ປະຊາຊົນໄດ້ຮັບການປຶກສາທາງດ້ານກົດໝາຍ ແລະ ບໍ່ມີຄວາມອາດສາມາດໃນການຕໍ່ສູ້ຄະດີຢູ່ໃນຂະບວນການຍຸຕິທຳແຕ່ລະຂັ້ນຕ້ອງຮັບປະກັນຄວາມຍຸຕິທຳໃນທຸກຊັ້ນຄົນ ຊຸດຝຶກອົບຮົມຈະໄດ້ ດຳເນີນໄປເປັນເວລາ 5 ວັນ ຈຶ່ງຈະອັດລົງ .

ຂຽນຂ່າວໂດຍ: ທ່ານ ເຈ ພຸດທະວົງ, ຖ່າຍພາບໂດຍ: ທ່ານ ພຸດທະສອນ ສຸກວິໄລ

ປະເພດຂ່າວ: