ກອງປະຊຸມທາບທາມ ຮ່າງດຳລັດວ່າດ້ວຍການຊ່ວຍເຫຼືອລ້າທາງດ້ານກົດໝາຍ ແລະ ດຳລັດວ່າດ້ວຍກອງທຶນຊ່ວຍເຫຼືອທາງດ້ານກົດໝາຍ

     ເພື່ອເປັນບ່ອນອີງ ໃນການຈັດຕັ້ງປະຕິບັດວຽກງານຊ່ວຍເຫຼືອລ້າທາງດ້ານກົດໝາຍ ຂອງບັນດາຫ້ອງການຊ່ວຍເຫຼືອລ້າທາງດ້ານກົດໝາຍ ທີ່ໄດ້ເປີດຢ່າງເປັນທາງການ ຢູ່ບັນດາແຂວງ ແລະ ເມືອງ ໃຫ້ມີປະສິດທິຜົນ ແລະ ຮັບປະກັນຄວາມຖືກຕ້ອງທາງດ້ານກົດໝາຍ, ກົມສົ່ງເສີມລະບົບຍຸຕິທຳ ໃນນາມຄະນະຮັບຜິດຊອບ ໄດ້ຈັດກອງປະຊຸມທາບທາມຮ່າງດຳລັດວ່າດ້ວຍ ການຊ່ວຍເຫຼືອລ້າທາງດ້ານກົດໝາຍ ແລະ ດຳລັດວ່າດ້ວຍ ກອງທຶນຊ່ວຍ ເຫຼືອທາງດ້ານກົດໝາຍ ຂຶ້ນທີ່ແຂວງ ຈຳປາສັກ ໃນລະຫວ່າງວັນທີ 24-25 ເມສາ 2017 ໂດຍການເປັນປະທານ ຂອງ ທ່ານ ວິກອນ ບຸນວິໄລ ຮອງຫົວໜ້າກົມສົ່ງເສີມລະບົບຍຸຕິທຳ ມີແຂກຖືກເຊີນທີ່ມາຈາກແຂວງ ສາລະວັນ, ເຊກອງ ແລະ ແຂວງ ອັດຕະປື ເຂົ້າຮ່ວມທັງໝົດ  37 ຄົນ, ຍິງ 10 ຄົນ.

     ຈຸດປະສົງ ແມ່ນເພື່ອທາບທາມຄວາມຄິດຄວາມເຫັນຕໍ່ຮ່າງດຳລັດດ້ວຍ ການຊ່ວຍເຫຼືອລ້າທາງດ້ານກົດໝາຍ ແລະ ດຳລັດວ່າດ້ວຍ ກອງທຶນຊ່ວຍເຫຼືອທາງດ້ານກົດໝາຍ ຈາກບັນດາແຂກຖືກເຊີນ ຊຶ່ງເປັນຜູ້ຈັດຕັ້ງປະຕິ ບັດວຽກງານດັ່ງກ່າວລະຍະຜ່ານ ແນໃສ່ເຮັດໃຫ້ເນື້ອໃນຂອງດຳລັດມີຄວາມສົມບູນ, ຖືກຕ້ອງຕາມກົດໝາຍ ແລະ ສາມາດນຳໄປຈັດຕັ້ງປະຕິບັດໃນສະພາບເງື່ອນໄຂໃໝ່ໄດ້. ຜ່ານການຈັດຕັ້ງທາບທາມຄວາມຄິດຄວາມເຫັນ ຕະຫຼອດລະຍະສອງວັນ ບັນດາຜູ້ເຂົ້າຮ່ວມກອງປະຊຸມໄດ້ເອົາໃຈໃສ່ຢ່າງຕັ້ງໜ້າໃນການປະກອບຄຳຄິດຄຳເຫັນ, ສະເໜີເຫດຜົນ ແລະ ຄວາມຈຳເປັນຕ່າງໆໃສ່ສອງຮ່າງດຳລັດ ຊຶ່ງຄະນະຮັບຜິດຊອບສ້າງຮ່າງດຳລັດ ກໍໄດ້ສັງລວມຄຳຄິດເຫັນດັ່ງກ່າວ    ເພື່ອລາຍງານຕໍ່ຄະນະພັກ-ຄະນະນຳກະຊວງຍຸຕິທຳ ມີທິດຊີ້ນຳໃນການປັບປຸງ ກ່ອນຈະນຳເຂົ້າຜ່ານກອງປະຊຸມລັດຖະບານ.

     ໃນອາທິດດຽວກັນ ທີ່ແຂວງ ສະຫວັນນະເຂດ ກໍໄດ້ຈັດກອງປະຊຸມທາບທາມຮ່າງດຳລັດວ່າດ້ວຍ ການຊ່ວຍເຫຼືອລ້າທາງດ້ານກົດໝາຍ ແລະ ດຳລັດວ່າດ້ວຍ ກອງທຶນຊ່ວຍເຫຼືອທາງດ້ານກົດໝາຍ ມີແຂກຖືກເຊີນ ທີ່ມາຈາກ ແຂວງ ບໍລິຄຳໄຊ ແລະ ແຂວງ ຄຳມ່ວນ ເຂົ້າຮ່ວມທັງໝົດ  33 ຄົນ, ຍິງ 8 ຄົນ. ນອກຈາກນີ້ ກອງປະຊຸມທາບທາມຮ່າງດໍາລັດດັ່ງກ່າວ ຍັງໄດ້ຈັດຂຶ້ນທີ່ ແຂວງຫຼວງພະບາງ ໃນລະຫວ່າງວັນທີ 5-8 ເມສາ 2017 ມີແຂກຖືກເຊີນທີ່ມາຈາກ ແຂວງ ໄຊຍະບຸລີ, ອຸດົມໄຊ ແລະ ແຂວງ ຊຽງຂວາງ ເຂົ້າຮ່ວມທັງໝົດ 33 ຄົນ, ຍິງ 10 ຄົນ.

     ກອງປະຊຸມທັງສາມພາກນີ້ ແມ່ນໄດ້ຮັບການສະໜັບສະໜຸນ ຈາກໂຄງການສະໜັບສະໜູນແຜນແມ່ບົດພັດທະນາລັດທີ່ປົກຄອງດ້ວຍກົດໝາຍ (SPLSMP) ແລະ ອົງການ ມູນນິທິເອເຊຍ ປະຈໍາລາວ (The Asia Foundation).

 

ຂຽນຂ່າວ ແລະ ຖ່າຍພາບໂດຍ: ສ. ບຸນຄ້ຳ (ນັກຂ່າວ ກົມສົ່ງເສີມລະບົບຍຸຕິທຳ)

ປະເພດຂ່າວ: