ກອງປະຊຸມສຳມະນາເວທີພາກພື້ນວ່າດ້ວຍ ການຊ່ວຍເຫຼືອຜູ້ຖືກເຄາະຮ້າຍຈາກການກໍ່ການຮ້າຍ ລະຍະກາງ ຫາ ລະຍະຍາວ

     ກົມສົ່ງເສີມລະບົບຍຸຕິທຳ ກະຊວງຍຸຕິທຳ ໄດ້ເຂົ້າຮ່ວມກອງປະຊຸມສຳມະນາເວທີພາກພື້ນ ວ່າດ້ວຍການຊ່ວຍເຫຼືອຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ ລະຍະກາງ ຫາ ລະຍະຍາວ ຈັດຂຶ້ນທີ່ ປະເທດຟິລິບປິນ ໃນຕົ້ນເດືອນ ກຸມພາ 2017 ຜ່ານມານີ້.

     ໂດຍການເປັນເຈົ້າພາບຂອງປະເທດ ຟິລິປິນ ແລະ ສະຫະລັດອາເມລິກາ, ຈຸດປະສົງຂອງການຈັດກອງປະຊຸມຄັ້ງນີ້ ແມ່ນເພື່ອປຶກສາຫາລື ແລະ ຖອດຖອນບົດຮຽນກັບບັນດາປະເທດ ທີ່ມີປະສົບການໃນການຊ່ວຍເຫຼືອຜູ້ ຖືກເຄາະຮ້າຍ ຈາກການກໍ່ການຮ້າຍ ເປັນຕົ້ນແມ່ນການຊ່ວຍເຫຼືອການແພດ, ການເງິນ ແລະ ການເຂົ້າເຖິງຂະບວນການຍຸຕິທຳ ເຊັ່ນ ສິດຂອງຜູ້ຖືກເຄາະຮ້າຍຈາກການກໍ່ການຮ້າຍຢູ່ພາກພື້ນ ແລະ ສາກົນ ມີອັນໃດແດ່, ການຟຶ້ນຟູທາງດ້ານການແພດ ແລະ ທາງດ້ານຈິດໃຈ ມີຄືແນວໃດ, ຜູ້ຖືກເຄາະຮ້າຍສາມາດຮຽກຮ້ອງຄ່າຊົດເຊີຍໄດ້ບໍ ເຊັ່ນ ຄ່າປິ່ນປົວສຸຂະພາບ, ຄວາມເສຍຫາຍທາງດ້ານຊັບສິນ, ການເດີນທາງ ຫຼື ພາຫະນະ ແລະ ການເຂົ້າ ເຖິງຂະບວນການຍຸຕິທຳມີຂັ້ນຕອນແນວໃດ ຊຶ່ງປະເທດຝຣັ່ງ ແມ່ນມີບົດຮຽນທີ່ໜ້າສົນໃຈ ຍ້ອນວ່າລັດຖະບານປະເທດດັ່ງກ່າວ ໃຫ້ສິດ ແລະ ໃຫ້ການຊ່ວຍເຫຼືອຜູ້ຖືກເຄາະຮ້າຍຈາກການກໍ່ການຮ້າຍ  ທີ່ເກີດຂຶ້ນຢູ່ພາຍໃນປະ ເທດຝຣັ່ງ ບໍ່ວ່າຜູ້ຖືກເຄາະຮ້າຍນັ້ນເປັນຄົນສັນຊາດຝຣັ່ງ ຫຼື ສັນຊາດອື່ນກໍຕາມ. ນອກນັ້ນ, ສຳລັບບາງປະເທດ ເປັນຕົ້ນແມ່ນປະເທດ ອິນໂດເນເຊຍ, ມາເລເຊຍ ແລະ ປະເທດ ອາເມລິກາ ເຂົາເຈົ້າມີສູນບັນໃຫ້ການຊ່ວຍເຫຼືອ ຜູ້ຖືກເຄາະຮ້າຍສະເພາະ.

     ກອງປະຊຸມຍັງໄດ້ຮັບຟັງ ແລະ ແລກປ່ຽນບົດຮຽນ ຕໍ່ກັບບັນຫາການເຂົ້າເຖິງຂະບວນການຍຸຕິທຳ ຂອງຜູ້ຖືກເຄາະຮ້າຍຈາກການກໍ່ການຮ້າຍ, ການຮັບຮູ້, ຂັ້ນຕອນຮຽກຮ້ອງຄວາມຍຸຕິທຳໃຫ້ຕົນເອງ ຢູ່ບາງປະເທດ; ການ ປະຕິບັດສົນທິສັນຍາຂອງລັດຖະບານ ຂອງບັນດາປະເທດຢູ່ພາກພື້ນ ແລະ ສາກົນ ກ່ຽວກັບການກໍ່ການຮ້າຍ.

     ກອງປະຊຸມຄັ້ງນີ້ ມີຜູ້ເຂົ້າຮ່ວມທັງໝົດ 61 ທ່ານ ທີ່ມາຈາກ ຫົກ ປະເທດສະມາຊິກອາຊຽນ ເຊັ່ນ ປະເທດປາກິສະຖານ, ປາປົວນິວກີນີ, ສີລັງກາ, ລັດເຊຍ, ສະຫະລັດອາເມລິກາ ແລະ ບັນດາຄູ່ຮ່ວມງານ. ກອງປະຊຸມດຳເນີນ ໄປເປັນເວລາ ສອງວັນເຕັມ ແລະ ອັດລົງດ້ວຍຜົນສຳເລັດອັນຈົບງາມ.

 

ຂ່າວໂດຍ: ສ. ບຸນຄ້ຳ (ນັກຂ່າວກົມສົ່ງເສີມລະບົບຍຸຕິທຳ)

ປະເພດຂ່າວ: