ໂຄງການທົດລອງການປ້ອງກັນ ແລະ ການແກ້ໄຂການກະທຳຜິດຂອງເດັກຢູ່ນະຄອນຫຼວງໄກສອນພົມວິຫານ ໄດ້ຮັບການຝຶກອົບຮົມ

    ໃນວັນທີ 4 ທັນວາ 2018 ກົມສົ່ງເສີມລະບົບຍຸຕິທໍາ, ກະຊວງຍຸຕິທຳ ໂດຍການສະໜັບສະໜູນຂອງອົງການສະຫະປະຊາຊາດສຳລັບເດັກ (ຢູນິເຊັບ) ໄດ້ເປີດຊຸດຝຶກອົບຮົມວຽກງານໂຄງການທົດລອງການປ້ອງກັນ ແລະ ແກ້ໄຂການກະທຳຜິດຂອງເດັກໂດຍບໍ່ສົ່ງໃຫ້ສານຕັດສີນ ທີ່ຫ້ອງປະຊຸມພະແນກຍຸຕິທຳແຂວງສະຫວັນນະເຂດ ໂດຍການເປັນກຽດເຂົ້າຮ່ວມເປັນປະທານຂອງທ່ານ ສີສຸພັນ ທອງສາຍທະລາ ຮອງຫົວໜ້າກົມສົ່ງເສີມລະບົບຍຸຕິທຳ, ທ່ານ ອຸໄພວັນ ໄຊຍະວົງ ຫົວໜ້າພະແນກຍຸຕິທຳແຂວງສະຫວັນນະເຂດ ແລະ ທ່ານ ນາງ ຈອນສີ ຄຳດອກທອງ ຫົວໜ້າພະແນກທະບຽນຄອບຄົວ ແລະ ຍຸຕິທຳເດັກ ກົມສົ່ງເສີມລະບົບຍຸຕິທຳ ກະຊວງຍຸຕິທຳ ພ້ອມດ້ວຍນັກຝຶກອົບຮົມທັງໝົດ 30 ທ່ານ, ຍິງ 5 ທ່ານ ຊຶ່ງມາຈາກ ພະແນກຍຸຕິທຳແຂວງ, ຫ້ອງການຍຸຕິທຳນະຄອນໄກສອນ ພົມວິຫານ, ອົງການປົກຄອງບ້ານຊອກ, ບ້ານຫ້ວຍ, ບ້ານນາເຕີຍ, ບ້ານໂນນສະຫວາດ, ບ້ານຂອນແກ່ນ ແລະ ປກສ ກຸ່ມ. ໃນພິທີ ທ່ານ ສີສຸພັນ ທອງສາຍທະລາ ໄດ້ມີຄຳເຫັນວ່າ: ພັກລັດເຮົາຍາມໃດກໍໃຫ້ຄວາມສຳຄັນຕໍ່ວຽກງານເດັກ ເພາະວ່າເດັກແມ່ນອະນາຄົດຂອງປະເທດຊາດ ຊຶ່ງຍາມໃດພັກລັດເຮົາກໍໄດ້ເອົາໃຈໃສ່ຢູ່ສະເໝີີ ແລະ ຂະແໜງການຍຸຕິທຳຂອງພວກເຮົາກໍເປັນຂະແໜງໜຶ່ງທີ່ປະຕິບັດພາລະບົດບາດເປັນເສນາທິການໃຫ້ແກ່ລັດຖະບານ ໃນການປະສານສົມທົບກັບພາກສ່ວນຕ່າງໆທີ່ກ່ຽວຂ້ອງ ເຄື່ອນໄຫວວຽກງານຍຸຕິທຳເດັກ ແນໃສ່ປົກປ້ອງສິດ ແລະ ຜົນປະໂຫຍດສູງສຸດຂອງເດັກ.

    ຈຸດປະສົງຂອງການຈັດຝຶກອົບຮົມໃນຄັ້ງນີ້, ແມ່ນເພື່ອສ້າງຄວາມອາດສາມາດໃຫ້ແກ່ຄະນະຮັບຜິດຊອບໂຄງການທົດລອງວຽກງານປ້ອງກັນ ແລະ ແກ້ໄຂການກະທຳຜິດຂອງເດັກໂດຍບໍ່ສົ່ງໃຫ້ສານຕັດສີນ ຂັ້ນແຂວງ, ຂັ້ນເມືອງ ແລະ ຂັ້ນບ້ານເປົ້າໝາຍ ໃຫ້ມີຄວາມເຂົ້າໃຈໂຄງການທົດລອງດັ່ງກ່າວ ແລະ ເພື່ອຜັນຂະຫຍາຍສົນທິສັນຍາວ່າດ້ວຍ ສິດທິເດັກ, ກົດໝາຍວ່າດ້ວຍ ການປົກປ້ອງສິດ ແລະ ຜົນປະໂຫຍດຂອງເດັກ, ກົດໝາຍວ່າດ້ວຍ ການດຳເນີນຄະດີເດັກ ແລະ ນິຕິກຳອືີ່ນທີ່ກ່ຽວຂ້ອງໃຫ້ສອດຄ່ອງກັບພຶດຕິກຳຕົວຈິງ.

    ເນື້ອໃນການຝຶກອົບຮົມໃນຄັ້ງນີ້ປະກອບມີ: ທັກສະ, ເຕັກນິກ ແລະ ວິທີການ ໃນການແກ້ໄຂເດັກທີ່ມີຄວາມສ່ຽງ ແລະ ການສືບສວນ-ສອບຖາມເດັກທີ່ກະທໍາຜິດ, ການສັງເກດພຶດຕິກໍາຂອງເດັກ, ສ້າງແຜນສະກັດກັ້ນເດັກທີ່ມີຄວາມສ່ຽງບໍ່ໃຫ້ເດັກໄປກະທຳຜິດ ເດັກທີ່ກະທຳຜິດແລ້ວບໍ່ໃຫ້ໄປກະທຳຜິດອີກ ແລະ ການແກ້ໄຂບັນດາສາເຫດຕົ້ນຕໍທີ່ພາໃຫ້ເດັກໄປກະທຳຜິດ, ຊຶ່ງອາດຈະເປັນການແກ້ໄຂເລື່ອງຄວາມທຸກຍາກ, ການສຶກສາ ແລະ ການສ້າງວຽກເຮັດງານທຳໃຫ້ແກ່ເດັກ ແລະ ຄອບຄົວ ເປັນຕົ້ນ, ທັງນີ້ກໍເພື່ອໃຫ້ເດັກເປັນຄົນດີຂອງສັງຄົມ, ເດັກທີ່ກະທໍາຜິດກໍສາມາດກັບຄືນສູ່ສັງຄົມເປັນລູກທີ່ດີຂອງພໍ່ແມ່, ເປັນຜູ້ສຶບທອດທີ່ຈົງຮັກພັກດີຂອງພັກ, ລັດ ແລະ ປະເທດຊາດ. ຊຸດຝຶກອົບຮົມຈະດຳເນີນເປັນເວລາ 04 ວັນ ຈຶ່ງຈະອັດລົງ.

ຂຽນຂ່າວ: ເຈ ພຸດທະວົງ, ຖ່າຍພາບ: ກອງແສງ ພະຍາຫຼວງແກ້ວ

ປະເພດຂ່າວ: