ກອງປະຊຸມຖະແຫຼງຂ່າວຜົນສໍາເລັດໃນການຫ້າມການລົງໂທດທາງຮ່າງກາຍດ້ວຍການຂ້ຽນຕີ ຄັ້ງປະຫວັດສາດຂອງ ສປປ ລາວ

ກອງປະຊຸມຖະແຫຼງຂ່າວຜົນສໍາເລັດໃນການຫ້າມການລົງໂທດທາງຮ່າງກາຍດ້ວຍການຂ້ຽນຕີ ຄັ້ງປະຫວັດສາດຂອງ ສປປ ລາວ

       ໃນວັນທີ 30 ເມສາ 2024 ນີ້ ຢູ່ທີ່ທີ່ໂຮງແຮມແລນມາກ ກົມຄຸ້ມຄອງ ແລະ ສົ່ງເສີມວຽກງານຍຸຕິທຳ ກະຊວງຍຸຕິທໍາ ໄດ້ຈັດກອງປະຊຸມຖະແຫຼງຂ່າວຜົນສໍາເລັດກ່ຽວກັບການຫ້າມການລົງໂທດທາງຮ່າງກາຍດ້ວຍການຂ້ຽນຕີ ຄັ້ງປະຫວັດສາດຂອງ ສປປ ລາວ ຂຶ້ນ. ໂດຍການເປັນປະທານຮ່ວມຂອງ ທ່ານ ກົງຈີ ຢ່າງຈື ຮອງລັດຖະມົນຕີກະຊວງຍຸຕິທຳ, ທ່ານ ອາຕູໂຣ ຣົມໂບຣິ ຮອງຫົວໜ້າອົງການຢູນິເຊັບ ປະຈໍາ ສປປ ລາວ, ມີຜູ້ຕາງໜ້າຈາກກະຊວງຍຸຕິທໍາ, ສະພາແຫ່ງຊາດ, ຫ້ອງວ່າການສຳນັກງານນາ ຍົກລັດຖະມົນຕີ ແລະ ພາກສ່ວນທີ່ກ່ຽວຂ້ອງ ພ້ອມດ້ວຍຄະນະຮັບຜິດຊອບເຂົ້າຮ່ວມ.

       ໃນພິທີ ທ່ານ ກົງຈີ ຢ່າງຈື ຮອງລັດຖະມົນຕີກະຊວງຍຸຕິທຳ, ຫົວໜ້າຄະນະປັບປຸງກົດໝາຍ ວ່າດ້ວຍການປົກປ້ອງສິດ ແລະ ຜົນປະໂຫຍດຂອງເດັກ ໄດ້ກ່າວວ່າ: ສປປ ລາວ ໄດ້ເອົາໃຈໃສ່ການໃຊ້ຄວາມຮຸນແຮງຕໍ່ເດັກ ໂດຍຜ່ານການເພີ່ມທະວີການປະສານງານ, ການນໍາໃຊ້ມາດຕະການປ້ອງກັນ ແລະ ການຕອບໂຕ້ການໃຊ້ຄວາມຮຸນແຮງຕໍ່ເດັກຢູ່ໃນເຮືອນ, ໂຮງຮຽນ, ສະຖານທີ່ທາງອອນລາຍ ແລະ ໃນຊຸມຊົນ. ການສຳຫລວດດັດສະນີໝາຍສັງຄົມຄັ້ງທີ 3 (LSIS III) ຂອງ ສປປ ລາວໃນປີ 2023 ຊີ້ໃຫ້ເຫັນເຖິງການຫຼຸດລົງຂອງການປະຕິບັດວິໄນຕໍ່ເດັກທີ່ໃຊ້ຄວາມຮຸນແຮງ ໂດຍອັດຕາສ່ວນຂອງເດັກອາຍຸ 1-14 ປີ ທີ່ໄດ້ຮັບການລົງໂທດທາງຮ່າງກາຍ ຫຼຸດລົງຈາກ 77% ມາເປັນ 62%. ນອກຈາກນີ້, ການປັບປຸງກົດໝາຍວ່າດ້ວຍການປົກປ້ອງສິດ ແລະ ຜົນປະໂຫຍດຂອງເດັກ ແມ່ນໜຶ່ງໃນການຈັດຕັ້ງປະຕິບັດຕົວຈິງ ຂອງລັດຖະບານ ສປປ ລາວ ໃນການຈັດຕັ້ງປະຕິບັດຂໍ້ສະເໜີ ແນະຂອງຄະນະກຳມະການສິດທິເດັກ ຂອງສະຫະປະຊາຊາດ ໃນການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບການປົກປ້ອງເດັກຂອງ ສປປ ລາວ.

ຈາກນັ້ນ, ທ່ານ ອາຕູໂຣ ຣົມໂບລິ ຮອງຜູ້ຕາງໜ້າອົງການ ຢູນີເຊບ ປະຈຳ ສປປ ລາວ ກໍໄດ້ສະແດງຄວາມຊົມເຊີຍ ລັດຖະບານ ແຫ່ງ ສປປ ລາວ ສຳລັບຄວາມພະຍາຍາມໃນການສົ່ງເສີມສິດທິເດັກ ໂດຍຜ່ານນິຕິກຳອັນສໍາຄັນ, ກົດໝາຍ ເປັນບາດກ້າວສໍາຄັນໃນການສ້າງສະພາບແວດລ້ອມທີ່ປອດໄພ ຊຶ່ງເດັກທຸກຄົນຈະໄດ້ຮັບການປົກປ້ອງຈາກໄພອັນຕະລາຍ ພ້ອມທັງຢືນຢັນວ່າ ຈະຍັງສືບຕໍ່ສະໜັບສະໜູນລັດຖະບານ ແລະ ຄູ່ຮ່ວມງານໃນການປົກປ້ອງເດັກຈາກຄວາມຮຸນແຮງໃນທຸກສະພາບແວດລ້ອມ.

ຂ່າວ-ພາບ: ກະຊວງຍຸຕິທໍາ