ໜ່ວຍຊາວໜຸ່ມ ກົມສົ່ງເສີມລະບົບຍຸຕິທຳ ກະຊວງຍຸຕິທຳ ລະດົມທຶນ ແລະ ມອບເຄື່ອງຊ່ວຍເຫຼືອໃຫ້ຜູ້ປະສົບໄພນ້ຳຖ້ວມ ແລະ ຊ່ວຍເຫຼືອສັງຄົມ

    ໂດຍ​ອີງ​ຕາມ​ແຈ້ງ​ການ ສະບັບ​​ເລກ 74/ກຍ.ຄຊປປລ, ລົງ​ວັນ​ທີ 08 ທັນວາ 2017 ວ່າ​ດ້ວຍ​ການ​ປຸກລະດົມ​ວັດຖຸ​ປັດ​ໄຈ​ເພື່ອ​ຊ່ວຍ​ເຫຼືອຜູ້​ປະສົບ​ໄພ​ນ້ຳ​ຖ້ວມ​ຢູ່ ສສ ຫວຽດນາມ ​ແລະ ຕ້ານ​ໄພ​ໜາວຢູ່​ເຂດ​ຫ່າງ​ໄກ​ສອກຫຼີກ ຢູ່ ສປປ ລາວ ​ແລະ ອີງ​ຕາມ​ແຈ້ງ​ການ​​ກ່ຽວກັບ ການ​ຮ່ວມ​ປະກອບສ່ວນ​ບໍລິຈາກ​ເຄື່ອງນຸ່ງຫົ່ມ ​ແລະ ອຸປະກອນ​ຮັບ​ໃຊ້ ​ເພື່ອ​ຊ່ວຍ​ເຫຼືອສັງຄົມ.

    ​ໃນ​ຕອນ​ບ່າຍ​ຂອງ​ວັນ​ທີ 10 ມັງກອນ 2018 ໜ່ວຍຊາວໜຸ່ມ ກົມ​ສົ່ງ​ເສີມ​ລະບົບ​ຍຸຕິ​ທຳ ໄດ້​ຈັດ​ພິທີ​ມອບ​​​ເຄື່ອງ​ຊ່ວຍ​ເຫຼືອ ​ແລະ ​ປັດ​ໄຈຈຳນວນໜຶ່ງ​ເພື່ອ​ຊ່ວຍ​ເຫຼືອ​ຜູ້​ປະສົບໄພ​ນ້ຳ​ຖ້ວມ​ຢູ່ ສສ ຫວຽດນາມ ​ແລະ ຕ້ານ​ໄພ​ໜາວຢູ່​ເຂດ​ຫ່າງ​ໄກ​ສອກຫຼີກຂອງ ສປປ ລາວ. ພິທີ​ດັ່ງ​ກ່າວ​ໄດ້​ຈັດ​ຂຶ້ນ​ທີ່ ກົມ​ສົ່ງ​ເສີມ​ລະບົບ​ຍຸຕິ​ທຳ ກະຊວງ​ຍຸຕິ​ທຳ; ​ໃຫ້ກຽດມອບ​ເຄື່ອງ ​ແລະ ວັດຖຸ​ປັດ​ໃຈ​ໃນ​ຄັ້ງ​ນີ້​ ​ໂດຍ​ ທ່ານ ປອ ຈອມ​ຄຳ ບຸບຜາ​ລີ​ວັນ ​ຫົວໜ້າກົມ​ສົ່ງ​ເສີມ​ລະບົບ​ຍຸຕິ​ທຳ ແລະ ຮັບ​ໂດຍ ທ່ານ ຄຳ​ເສີດ ​ວິລະ​ພັນ ຮອງຫົວໜ້າກົມ​ຈັດ​ຕັ້ງ-ພະນັກງານ, ມີ​ສະມາຊິກໜ່ວຍຊາວໜຸ່ມຂອງທັງ​ສອງ​ກົມ​ເຂົ້າ​ຮ່ວມ​ຢ່າງ​ພ້ອມພຽງ, ຊຶ່ງ​ເຄື່ອງ​ທີ່​ນຳ​ມາ​ມອບ​ໃນ​ຄັ້ງ​ນີ້ປະກອບ​ມີ​ເຄື່ອງນຸ່ງ​ຫົ່ມຈຳນວນໜຶ່ງ ​ແລະ ​ເງິນ​ຈຳນວນ 300.000 ກີບ ​ເພື່ອ​ປະກອບສ່ວນ​ຊ່ວຍ​ເຫຼືອສັງ​ຄົມ ກໍ​ຄືຊ່ວຍ​ເຫຼືອ​ຜູ້​ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ໄພ​ທຳ​ມະ​ຊາດ​ທັງ ຢູ່ ສສ ຫວຽດນາມ ​ແລະ ສປປ ລາວ.

 

ຂ່າວ: ປາ​ວີ​ຄຳ ​ເພັດ​ທະລາ​ກຸ​ນ

ພາບ: ສຸກ​ສາຄອນ ຈັນ​ທະ​ວຸດ