ກອງປະຊຸມປະກອບຄຳເຫັນໃສ່ຮ່າງຂໍ້ຕົກລົງວ່າດ້ວຍ ການສົ່ງຂໍ້ມູນ ຂ່າວສານ ແລະ ເອກະສານທາງລັດຖະການ ລົງເວບໄຊ ກະຊວງຍຸຕິທຳ

          ​ເພື່ອ​​ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ລັດ​ຂອງ​ ສປປ ລາວ ​ໃຫ້​ກາຍ​ເປັນ​ລັດທີ່​ປົກຄອງ​ດ້ວຍ​ກົດໝາຍ, ການ​ພັດທະນາ​ແຫຼ່ງຂໍ້​ມູນ​ຂ່າວສານ​ທາງ​ດ້ານ​ກົດໝາຍໃຫ້ນັບມື້ນັບກ້ວາງຂວາງ, ວ່ອງໄວ ແລະ ທັນສະໄໝ ແມ່ນວຽກງານໜຶ່ງທີ່ກຳ ນົດໄວ້ໃນແຜນພັດທະນາວຽກງານຂະແໜງຍຸຕິທຳ ແຕ່ນີ້ຮອດປີ 2020. ໃນຕອນເຊົ້າຂອງວັນທີ 13 ພຶດສະພາ 2016 ເວລາ 8 : 00 ໂມງ ກົມໂຄສະນາອົບຮົມກົດໝາຍ, ກະຊວງຍຸຕິທຳ ໄດ້ຈັດກອງປະຊຸມຄົ້ນ​ຄ້ວາ ​ແລະ ປະກອບ​ຄຳ​ເຫັນ​ໃສ່ຮ່າງຂໍ້ຕົກ ລົງວ່າດ້ວຍ ການສົ່ງຂໍ້ມູນ ຂ່າວສານ  ແລະ ເອກະສານທາງລັດຖະການ ລົງໃນເວບ ໄຊກະຊວງຍຸຕິທຳ ໂດຍການເປັນປະທານຂອງ ທ່ານ ບຸນຊ່ວງ ທະວິສັກ ວ່າການຫົວໜ້າກົມໂຄສະນາອົບຮົບກົດໝາຍ, ມີຮອງຫົວໜ້າຫ້ອງການ, ບັນດາຮອງກົມ, ສກສ, ສະຖາບັນຍຸຕິທຳແຫ່ງຊາດ  ເຂົ້າຮ່ວມຈຳນວນ 20 ທ່ານ, ຍິງ 3 ທ່ານ.

          ຈຸດປະສົງຂອງກອງຊຸມໃນຄັ້ງນີ້ ແມ່ນເພື່ອຄົ້ນຄ້ວາ ແລະ ປະກອບຄຳເຫັນໃສ່ຮ່າງຂໍ້ຕົກລົງດັ່ງກ່າວ ໂດຍສະເພາະແມ່ນຄວາມເໝາະສົມຂອງຊື່ນິຕິກຳ, ຈຳນວນ ມາດຕາ ແລະ ເນື້ອໃນຕົ້ນຕໍຂອງຮ່າງຂໍ້ຕົກລົງກ່ຽວກັບການຄຸ້ມຄອງ ແລະ ການສົ່ງ ຂໍ້ມູນ ຂ່າວສານ, ເອກະສານທາງລັດຖະການ ຂອງຂະແໜງການຍຸຕິທຳ ລົງໃນເວບໄຊຂອງກະຊວງຍຸຕິທຳ. ການສ້າງແຫຼ່ງຂໍ້ມູນຂ່າວສານທາງດ້ານກົດໝາຍທີ່ທັນສະໄໝ ຫຼື ເວບໄຊ ກະຊວງຍຸຕິທຳ  ແມ່ນແນ່ໃສ່ສ້າງເງື່ອນໄຂ ແລະ ອຳນວຍຄວາມສະ ດວກໃຫ້ແກ່ພະນັກງານ, ລັດຖະກອນ, ທະຫານ, ຕຳຫຼວດ, ຕະຫຼອດຮອດປະຊາຊົນບັນດາເຜົ່າ ສາມາດເຂົ້າເຖິງ ແລະ ຮັບຮູ້ຂໍ້ມູນ ຂ່າວສານ ແລະ ເອກກະສານທາງລັດຖະການການ ທີ່ກ່ຽວຂ້ອງກັບຂະແໜ່ງການຍຸຕິທຳ ທັງເປັນການໂຄສະນາເຜີຍແຜ່ ຂໍ້ມູນ ຂ່າວສານ ແລະ ເອກະສານເຫຼົ່ານັ້ນໃຫ້ກ້ວາງຂວາງ, ວ່ອງໄວ ແລະ ທັນສະໄໝ.

          ໃນກອງປະຊຸມ ຜູ່ເຂົ້າຮ່ວມ ໄດ້ມີການສົນທະນາ, ແລກປ່ຽນຄຳຄິດຄຳເຫັນຢ່າງກົງໄປກົງມາ ເພື່ອເຮັດໃຫ້ຮ່າງຂໍ້ຕົກລົງດັ່ງກ່າວມີເນື້ອໃນຄົບຖ້ວນສົມບູນ ແລະ ສາມາດຈັດຕັ້ງປະຕິບັດໃນພາກຕົວຈິງ ແລະ ກອງປະຊຸມດັ່ງກ່າວໄດ້ດຳ

ເນີນເປັນເວລາເຄິງວັນ ແລະ ປິດລົງໃນຕອນເຊົ້າຂອງວັນດຽວກັນ.

ຂ່າວໂດຍ: ວຽງໄຊ ແກ້ວວິໄລໃສສະຫງ່າ

ປະເພດຂ່າວ: