ກອງປະຊຸມສະຫຼຸບ, ຖອດຖອນບົດຮຽນວຽກງານວາລະສານກົດໝາຍ ແລະ ຍຸຕິທຳ ແລະ ໜັງສືພິມກົດໝາຍ

      ກອງປະຊຸມດັ່ງກ່າວຈັດຂຶ້ນໃນວັນທີ 26 ເມສາ 2016 ທີ່ສະໂມສອນກະຊວງຍຸຕິທຳ; ໃຫ້ກຽດເຂົ້າຮ່ວມ ແລະ ເປັນປະທານໂດຍ ທ່ານ ປອ. ເສີມສຸກ ສີມພະວົງ ຮອງລັດຖະມົນຕີກະຊວງຍຸຕິທຳ; ມີທ່ານຫົວໜ້າຫ້ອງການ, ບັນດາຄະນະກົມ, ສະຖາບັນຍຸຕິທຳແຫ່ງຊາດ, ສກສ, ສະພາ​ທະນາຍຄວາມ, ຜູ່ຕາງໜ້າຈາກບັນດາກົມກອງອ້ອມຂ້າງກະຊວງ, ພະນັກງານອາວຸ​ໂສ​ບຳນານ, ພະນັກງານວິຊາການທີ່ກ່ຽວຂ້ອງ ແລະ ແຂກຖືກເຊີນເຂົ້າຮ່ວມທັງໝົດ 34 ທ່ານ, ຍິງ 9 ທ່ານ.

          ຈຸດປະສົງໃນການຈັດກອງປະຊຸມຄັ້ງນີ້ ເພື່ອສະຫຼຸບ, ຕີລາຄາການຈັດຕັ້ງປະຕິບັດວຽກງານສື່ສິ່ງ​ພິມ ໂດຍສະເພາະວຽກ​ງານວາລະສານກົດໝາຍ ແລະ ຍຸຕິທຳ ແລະ ໜັງສືພິມກົດໝາຍ ໃນໄລຍະຜ່ານມາ; ໃນກອງປະຊຸມ ໄດ້ຮັບຟັງການລາຍງານກ່ຽວກັບການຈັດ​ຕັ້ງ​ປະຕິບັດ​ວຽກ​ງານ​ຜ່ານ​ມາ ພ້ອມ​ທັງ​ຕີ​ລາຄາ, ຈຸດດີ, ຈຸດ​ອ່ອນ, ຂໍ້ຄົງຄ້າງ, ຂໍ້​ສະ​ເໜີ ແລະ ທິດທາງ​ແກ້​ໄຂໃນຕໍ່ໜ້າ ຂອງວາລະສານກົດໝາຍ ແລະ ຍຸຕິທຳ ແລະ ໜັງສື ພິມກົດໝາຍ. ຫຼັງຈາກໄດ້ຮັບຟັງການລາຍງານແລ້ວ ຜູ່ເຂົ້າຮ່ວມກອງປະຊຸມ ກໍໄດ້ປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາກ່ຽວກັບການ​ປັບປຸງວຽກ ງານວາລະສານກົດໝາຍ ແລະ ຍຸຕິທຳ ແລະ ໜັງສືພິມກົດໝາຍ​ໃນ​ຕໍ່ໜ້າ; ນອກນັ້ນ, ກໍຍັງໄດ້ປຶກສາຫາລືກ່ຽວກັບການສ້າງລາຍການໂທລະພາບຂອງ ກະຊວງຍຸຕິທຳອີກດ້ວຍ.

      ໃນຕອນທ້າຍຂອງກອງປະຊຸມ ທ່ານ ປະທານກອງ​ປະຊຸມ ​ໄດ້​ມີ​ຄຳ​ເຫັນ ​ແລະ ​ໃຫ້​ທິດຊີ້ນຳ ເພື່ອປັບປຸງ ແລະ ພັດທະນາວຽກງານສື່ມວນຊົນຂອງກະ ຊວງຍຸຕິທຳໃຫ້ມີຄຸນະພາບທີ່ດີຂຶ້ນ ດັ່ງ​ນີ້:​ (1). ຕ້ອງໄດ້ປັບປຸງບຸກຄະລາກອນ ແລະ ການຈັດຕັ້ງຂອງ​ວາລະສານ, ໜັງສືພິມ​ຄືນ​ໃໝ່ ໂດຍສະເພາະ ແມ່ນຄະນະບັນນາທິການ ແລະ ປະກອບພະນັກງານຜູ່ທີ່ມີພອນສະຫວັນ ເພື່ອຮັບຜິດຊອບວຽກງານສື່ມວນຊົນແຕ່ລະປະເພດ; (2). ຕ້ອງປັບປຸງຕາ ໜ່າງຂໍ້​ມູນ​ຂ່າວຂ່າວສານ ​ໂດຍ​ໃຫ້ແຕ່ລະກົມກອງອ້ອມຂ້າງກະຊວງ ແລະ ບັນດາພະແນກຍຸຕິທຳຂັ້ນແຂວງ ​ໄດ້​ແຕ່ງ​ຕັ້ງ​ພະນັກງານ​ຂອງ​ຕົນ 1 ທ່ານ ​ເພື່ອ​ຮັບຜິ​ດຊອບ​ວຽກ​ງານ​ສື່​່ມວນ​ຊົນ; (3). ກົມ​ກອງ​ທີ່​ກ່ຽວຂ້ອງຕ້ອງຄົ້ນຄວ້າຂຶ້ນແຜນໃຫ້ລະອຽດກ່ຽວກັບງົບປະມານທີ່ນຳໃຊ້ເຂົ້າໃນວຽກງານສື່ມວນ ຊົນໂດຍສະເພາະ ເພື່ອຕອບສະໜອງໃຫ້ທ່ວງທັນກັບເວລາ, ຊອກຫາງົບປະມານຈາກສັງຄົມພາຍນອກດ້ວຍການຈຳໜ່າຍ ແລະ ຊອກຫາແຫຼ່ງທຶນສະ ໜັບສະໜູນດ້ວຍການລົງໂຄສະນາໃນໜ້າວາລະສານ ແລະ ໜັງສືພິມ; (4). ຕອບສະໜອງພາຫະນະອຸປະກອນອັນຈຳເປັນ ເພື່ອປະກອບເຂົ້າໃນວຽກ ງານສື່ມວນຊົນແຕ່ລະປະເພດ; (5).​ ເພີ່ມທະວີການປະສານສົມທົບຍາດແຍ່ງເອົາການຊ່ວຍເຫຼືອ, ການສະໜັບສະໜູນຈາກພາກສ່ວນຕ່າງໆ ໂດຍສະ ເພາະບັນດາສື່ມວນຊົນຕ່າງໆທີ່ມີປະສົບການມາແລ້ວ ແລະ ການຊ່ວຍເຫຼືອຈາກສັງຄົມທັງພາຍໃນ ແລະ ຕ່າງປະເທດທີ່ສາມາດເຮັດໄດ້; (6). ຄົ້ນ ຄວ້າຮູບແບບ, ທຶນຮອນໃນການສ້າງໂຮງພິມ; (7). ຄະນະພັກ-ຄະນະນຳແຕ່​ລະ​ກົມ ຕ້ອງເພີ່ມທະວີຄວາມຮັບຜິດຊອບ​ໃນ​ການ ຊີ້ນຳ-ນຳພາ ວຽກ​ງານ​ຂອງ​ຕົນ​ຕິດ​ພັນ​ກັບວຽກງານສື່ມວນຊົນ​ໃຫ້​ຖື​ເປັນ​ວຽກ​ງານ​ລວມຂອງກະຊວງຍຸຕິທຳ, ​ແຕ່​ລະ​ກົມຕ້ອງເປັນຫົວຈັກຫຼັກແຫຼ່ງໃນການຊີ້ນຳວຽກງານສື່ ມວນຊົນໃນກົມກອງຂອງຕົນ./.

      

ປະເພດຂ່າວ: