ຝຶກອົບຮົມຜູ່ປະສານງານຈົດໝາຍເຫດທາງລັດຖະການ 8 ແຂວງພາກເໜືອ

          ຊຸດຝຶກອົບຮົມຜູ່ປະສານງານ ວຽກງານຈົດໝາຍເຫດທາງລັດຖະການໃນລະບົບເອເລັກໂຕຣນິກ 8 ແຂວງພາກເໜືອ ໄດ້ຈັດຂຶ້ນ ລະຫວ່າງ ວັນທີ 3-5 ພຶດສະພາ 2016 ທີ່ໂຮງແຮມວັງທອງ ແຂວງຫຼວງພະບາງ ໂດຍການເປັນປະທານຂອງ ທ່ານ ວົງສະຫວັນ ເທບພະຈັນ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງ ແຂວງຫຼວງພະບາງ, ມີຜູ່ເຂົ້າຮ່ວມທັງໝົດ 43 ທ່ານ, ຍິງ 8 ທ່ານ ຊຶ່ງມາຈາກ ຫ້ອງວ່າການປົກຄອງແຂວງ ແລະ ພະແນກຍຸຕິທຳແຂວງ ຫຼວງພະບາງ, ຜົ້ງສາລີ, ຫຼວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫົວພັນ, ຊຽງຂວາງ ແລະ ໄຊຍະບູລີ.

          ຈຸດປະສົງ​ຂອງການຝຶກອົບຮົມໃນຄັ້ງນີ້ ​ເພື່ອ​ຍົກ​ສູງຄວາມສຳຄັນຂອງຈົດໝາຍເຫດທາງລັດຖະການ ໃຫ້​ແກ່ຜູ່ປະສານງານທີ່ມາຈາກ 8 ແຂວງ ໄດ້ຮັບຮູ້ ແລະ ເຂົ້າໃຈ ກ່ຽວກັບຜົນສັກສິດຂອງນິຕິກຳ, ວິທີການສົ່ງ ແລະ ​ໄຈ້ແຍກນິຕິກຳ ແລະ ຂັ້ນຕອນການເຂົ້າຊົມໃຊ້ເວບໄຊຈົດໝາຍເຫດທາງລັດຖະການການ, ການ​ເກັບ​ໂຮມ​ເອົາກົດໝາຍ, ​ນິຕິ​ກຳຕ່າງໆ​ລົງ​ໃນ​ເວ​ບ​ໄຊລວມສູນ​ໄວ້​ບ່ອນ​ດຽວ ແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນ ໃຫ້ມີຜົນສັກສິດ. ທັງ​ເປັນ​ການ​ສ້າງ​ເງື່ອນ​ໄຂ ​ແລະ ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່ຜູ່​ມີ​ຄວາມ​ສົນ​ໃຈ​, ບັນດາ​ສາທາລະນະ​ຊົນ, ລວມທັງ​ນັກທຸລະກິດໄດ້ຮັບ​ຮູ້, ​ເຂົ້າ​ໃຈ ບັນດາ​ກົດໝາຍ ​ແລະ ນິຕິ​ກຳ​ຕ່າງໆ ທັງສາມາດ​ເຂົ້າ​ເຖິງຂໍ້​ມູນ​ຂ່າວສານ​ທາງ​ກົດໝາຍ​ໄດ້ງ່າຍຂຶ້ນ. ​

          ຊຸດຝຶກອົບຮົມໃນຄັ້ງນີ້ ໄດ້ເນັ້ນໃຫ້ຜູ່ປະສານງານຂັ້ນແຂວງ ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານຈົດໝາຍເຫດທາງລັດຖະການ ໃຫ້ມີປະສິດທິຜົນ. ນອກຈາກນັ້ນ, ຍັງເຮັດໃຫ້ຜູ່ປະສານງານ ຮັບຮູ້ສິດ ແລະ ພາລະບົດບາດຂອງຕົນ, ໃນການເປັນເຈົ້າການເກັບໂຮມນິຕິກຳທີ່ຢູ່ໃນຄວາມຮັບຜິດຊອບຂອງອົງການຕົນ ນຳມາຈັດພິມລົງໃນຈົດໝາຍເຫດທາງລັດຖະການ, ເຮັດໃຫ້ບັນດານິຕິກຳເຫຼົ່ານັ້ນ ມີຜົນສັກສິດຕາມກົດໝາຍ. ຊຸດຝຶກອົບຮົມ ໄດ້ດຳ​ເນີນໄປເປັນ ເວລາ ສາມ ວັນ ໃນນັ້ນ ຜູ່ຮັບຜິດຊອບວຽກງານຕົວຈິງໄດ້ຂຶ້ນບັນລະຍາຍ ເອກະສານຕ່າງໆ ທີ່ມີຄວາມສຳຄັນ ແລະ ຕິດພັນໂດຍກົງກັບການ​ຄຸ້ມ​ຄອງ​ບໍລິຫານວຽກງານຈົດໝາຍ​ເຫດ​ທາງ​ລັດຖະການ. ໃນ​ນັ້ນ, ໄດ້ມີການ​ແລກປ່ຽນ​ບົດຮຽນ ​ແລະ ຖາມ-ຕອບ​ບັນຫາຕ່າງໆ​ທີ່​ເຫັນ​ວ່າ​ຜູ່​ເຂົ້າ​ຮ່ວມຍັງ​ບໍ່​ທັນ​ເຂົ້າ​ໃຈ​ແຈ້ງ ເພື່ອ​ຄວາມ​ເປັນ​ເອກະ​ພາບ​ໃນ​ການຈັດ​ຕັ້ງ​ປະຕິບັດ​ວຽກ​ງານ​ດັ່ງກ່າວ. ພ້ອມ​ກັນ​ນັ້ນ, ຍັງເຮັດໃຫ້ບັນດາທ່ານ ຜູ່ທີ່ໄດ້ຮັບການແຕ່ງຕັ້ງ ເປັນຜູ່ປະສານງານກັບໜ່ວຍງານຈົດໝາຍເຫດທາງລັດຖະການນັ້ນ ໄດ້ຮັບຮູ້ ແລະ ມີຄວາມເຂົ້າໃຈເປັນເອກະພາບກັນ ກ່ຽວ​ກັບວິທີການຮີບ​ໂຮມ, ການ​ໄຈ້ແຍກນິຕິກຳທີ່ມີຜົນບັງຄັບທົ່ວໄປ ແລະ ນິຕິກຳທີ່ມີຜົນບັງຄັບສະເພາະ, ວິທີສົ່ງບັນດານິຕິກຳຂອງແຂວງ ​ມາໃຫ້​ໜ່ວຍ​ງານ​ຈົດໝາຍ​ເຫດ​ທາງ​ລັດຖະການ.

          ໃນຕອນທ້າຍຂອງການຝຶກອົບຮົມ ທ່ານ ປອ. ເສີມສຸກ ສີມພະວົງ ຮອງລັດຖະມົນຕີກະຊວງຍຸຕິທຳ ກໍໄດ້ເນັ້ນຕື່ມອີກ ເຖິງຜູ່ປະສານງານທີ່ມາຈາກ 8 ແຂວງພາກເໜືອ ບໍ່ວ່າວຽກງານດັ່ງກ່າວຈະມີຄວາມຫຍຸ້ງຍາກພຽງໃດກໍຕາມ ຂໍໃຫ້ບັນດາທ່ານພ້ອມກັນຜ່ານຜ່າຂໍ້ຫຍຸ້ງຍາກເຫຼົ່ານັ້ນໄປໃຫ້ໄດ້. ພ້ອມກັນນຳເອົາເນື້ອໃນຈິດໃຈຂອງຊຸດຝຶກອົບຮົມໃນຄັ້ງນີ້ກັບໄປຈັດຕັ້ງປະຕິບັດໃນແຂວງຂອງຕົນໃຫ້ໄດ້ຮັບປະສິດທິຜົນສູງຂຶ້ນເລື້ອຍໆ./.

 

ປະເພດຂ່າວ: