ພິທີມອບ-ຮັບຫ້ອງອັດສຽງ ໃຫ້ກະຊວງຍຸຕິທຳ

      ໃນ​ຕອນ​ເຊົ້າ​ຂອງ​ວັນ​ທີ 16 ກັນຍາ 2016 ຢູ່​ທີ່​ກະຊວງ​ຍຸຕິ​ທຳ ​ໄດ້​ຈັດ​ພິທີມອບ-ຮັບ​ຫ້ອງ​ອັດສຽງ ​ໃຫ້​ແກ່ກະຊວງ​ຍຸຕິ​ທຳ​ຂຶ້ນ ​ພາຍ​ໃຕ້​ການ​ເປັນ​ປະທານຮ່ວມ​ຂອງ ທ່ານ ບຸນ​ສະຫວາດ ບຸບຜາ ຮອງ​ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ແລະ ທ່ານ ມູຣາລີ ບາ​ນິບຣາ ມານິຢຳ ຮອງຫົວໜ້າອົງການສະຫະ​ປະຊາ​ຊາດ​ເພື່ອ​ການ​ພັດທະນາ, ມີຜູ້ຕາງໜ້າຈາກ​ອົງການ​ໄອ​ຍະ​ການປະຊາຊົນສູງສຸດ, ສານ​ປະຊາຊົນ​ສູງ​ສຸດ, ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ບັນດາ​ຜູ້ຕາງໜ້າກົມ​ພາຍ​ໃນ​ກະຊວງ​ຍຸຕິ​ທຳ​ເຂົ້າ​ຮ່ວມ.

      ໃນ​ພິທີ ທ່ານ ບຸນຊ່ວງ ທະວີ​ສັກ ວ່າການ​ຫົວໜ້າກົມ​ໂຄສະນາ​ອົບຮົມ​ກົດໝາຍ ​ໄດ້​ລາຍ​ງານ​ກ່ຽວກັບ​ສະພາບ ​ແລະ ຄວາມ​ຈຳ​ເປັນໃນ​ການ​ສ້າງ​ຫ້ອງ​ອັດ​ສຽງ ​ຊຶ່ງ​ໄດ້​ຮັບ​ທຶນ​ຈາກ​ໂຄງການ​ສະໜັບສະໜູນການຈັດ​ຕັ້ງ​ປະຕິບັດ​ແຜນ​ແມ່​ບົດ​ການ​ພັດທະນາ​ລັດ​ທີ​ປົກຄອງ​ດ້ວຍກົດໝາຍ ​​ແຜນ​ການ​ສ້າງ​ຫ້ອງ​ອັດສຽງ ​ແມ່ນ​ມີ​ມາແຕ່​ປີ 2015 ​ແລະ ​ໄດ້​ຮັບ​ອະນຸມັດ​ງົບປະມານ ​ໃນ​ຕົ້ນ​ປີ 2016 ຈຶ່ງ​ໄດ້​ມີ​ການປະມູນ​ເພື່ອ​ຄັດ​ເລືອກ​ເອົາ​ບໍລິສັດທີ່​ຈະ​ກໍ່ສ້າງ, ການກໍ່ສ້າງ​​ໄດ້​ແບ່ງ​ເປັນ​ສອງ​ວຽກ ຄື: 1. ສ້ອມ​ແປງ​ຫ້ອງ​ອັດສຽງທີ່​ໄດ້​ມາດຕະຖານ; 2. ຕິດ​ຕັ້ງ​ອຸປະກອນ​ອັດສຽງທີ່​ທັນ​ສະ​ໄໝ ​ພ້ອມ​ທັງ​ໄດ້​ເຮັດ​ສັນຍາ​ກັບ​ບໍລິສັດ ​ແລ້ວ​​ເລີ່​ມການກໍ່ສ້າງ​ມາ​ແຕ່​ວັນ​ທີ 24 ມິຖຸນາ ຫາ ວັນ​ທີ 24 ກໍລະກົດ 2016 ​ແລະ ​ຈຶ່ງ​ສຳ​ເລັດ​ການກໍ່ສ້າງ​ ລວມທັງ​ການສະໜອງຕິດ​ຕັ້ງ​ອຸປະກອນ​ຕ່າງໆ​ໃນ​ຫ້ອງ​ອັດ​ສຽງ ລວມມູນ​ຄ່າ​ການກໍ່ສ້າງ​ທັງໝົດ 13.700 ໂດ​ລາ​ສະຫະລັດ ຫຼື ​ເທົ່າ​ກັບ  109.600.000 ກີບ.

       ຕອນ​ທ້າຍ​ຂອງ​ພິທີ ທ່ານ ບຸນ​ສະຫວາດ ບຸບຜາ ຮອງ​ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ ​ແລະ ຂໍ​ຊົມ​ເຊີຍ​ມາ​ຍັງ​ທ່ານ ຜຸ້​ໃຫ້​ທຶນ​ສະໜູນສະໜູນ​ໂດຍ​ສະ​ເພາະ​ໂຄງການ​ຈັດ​ຕັ້ງ​ປະຕິບັດ​ແຜນ​ແມ່​ບົດ​ການ​ພັດທະນາ​ລັດ​ທີ່​ປົກຄ​ອງດ້ວຍ​ກົດໝາຍ ທີ່​ໄດ້​​ໃຫ້ການ​ຊ່ວຍ​ເຫຼືອ​ໃນ​ການກໍ່ສ້າງ. 1 ການ​ສ້າງ​ຫ້ອງ​ອັດສຽງດັ່ງກ່າວ​​ ແມ່ນ​ມີ​ຄວາມໝາຍຄວາມ​ສຳຄັນຫຼາຍຕໍ່ວຽກງານ​ໂຄສະນາ​ເຜີຍ​ແຜ່​ກົດໝາຍ ​ເວົ້າ​ລວມ ​ເວົ້າສະ​ເພາະ ​ແມ່ນ​ການ​ນຳ​ເອົາ​ຂໍ້​ມູນ​ຂ່າວສານ​ທາງ​ດ້ານ​ກົດໝາຍ​ໄປ​ສູ່​ສັງຄົມ​ໂດຍ​ຜ່ານ​ວິທະຍຸ​ກະຈາຍສຽງ, ການ​ບັນທຶກ​ຂໍ້​ມູນ​ກ່ຽວກັບ​ລັດຖະທຳ​ມະນູນ ​ແລະ ກົດໝາຍລົງ​ໃນ​ແຜນ​ຊີ​ດີ​ ເພື່ອ​ນຳ​ໄປ​ແຈກ​ຢາຍ​​ໃຫ້ຕາໜ່າງ​ໂຄສະນາ​ເຜີຍ​​ແຜ່​ກົດໝາຍທີ່ຢູ່ທ້ອງ​ຖິ່ນ​ຮາກ​ຖານ ​ເປັນ​ຕົ້ນ​ແມ່ນຢູ່​ບ້ານ​, ຊຸມ​ຊົນ​ ​ແລະ ກຸ່ມ​ບ້ານ​ຕ່າງໆ ​ໄດ້​ນຳ​ໃຊ້​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ.

     ຫຼັງຈາກ​ນັ້ນ ທ່ານ ບຸນ​ສະຫວາດ ບຸບຜາ ຮອງ​ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ​ແລະ ທ່ານ ຮອງຫົວໜ້າ​ອົງການ​ສະຫະ​ປະຊາ​ຊາດ​ເພື່ອ​ການ​ພັດທະນາ ​ກໍ​ໄດ້​ຮ່ວມ​ກັນ​ຕັດ​ແຄບ​ຜ້າ ​ເພື່ອ​ເປັນ​ການ​ມອບ-ຮັບຫ້ອງ​ອັດ​ສຽງດັ່ງກ່າວ ​ໂດຍ​ການ​ເຂົ້າ​ຮ່ວມ​ເປັນ​ສັກ​ຂີ​ພະຍານ​ຂອງ​ຜູ້​ຕ່າງໜ້າບັນດາ​ກົມ ​ແລະ ​ແຂກ​ເຂົ້າ​ຮ່ວມ.

ຂຽນຂ່າວ: ປາວີຄຳເພັດທະລາກຸນ; ພາບ: ຄຳພອນທ່າວເຈີວາງ