ເປີດຝຶກອົບຮົມທັກສະການເປັນຄູຝຶກສຳລັບວຽກງານໂຄສະນາເຜີຍແຜ່ກົດໝາຍ ເພື່ອສົ່ງເສີມໃຫ້ປະຊາຊົນເຂົ້າເຖິງກົດໝາຍ ແລະ ຂະບວນການຍຸຕິທຳ

       ໃນຕອນເຊົ້າຂອງວັນທີ 11 ກໍລະກົດ 2018 ຢູ່ທີ່ຫ້ອງການອົງການບ້ານຈຸດສຸມສາກົນ ໄດ້ຈັດພິທີເປີດຝຶກອົບຮົມທັກສະການເປັນຄູຝຶກທີ່ຫຼາກຫຼາຍສຳລັບຄູຝຶກວຽກງານໂຄສະນາເຜີຍແຜ່ກົດໝາຍກ່ຽວກັບການສົ່ງເສີມໃຫ້ປະຊາຊົນເຂົ້າເຖິງກົດໝາຍ ແລະ ຂະບວນການຍຸຕິທຳ ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຮ່ວມຂອງ ທ່ານ ພູທອນ ແກ້ວດວງມະນີ ຄະນະບໍລິຫານງານພັກກະຊວງຍຸຕິທຳ, ຫົວໜ້າກົມໂຄສະນາເຜີຍແຜ່ກົດໝາຍ ແລະ ທ່ານ ນາງ ເຈນ ບຼາເຕໂຣ ຜູ້ບໍລິຫານໂຄງການໄລຟ໌, ມີບັນດານັກສຳມະນາກອນ ທີ່ມາຈາກກົມໂຄສະນາເຜີຍແຜ່ກົດໝາຍ ກະຊວງຍຸຕິທຳ ຈຳນວນ 14 ທ່ານ, ຍິງ 4 ທ່ານ.

       ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອສ້າງຄວາມເຂົ້າໃຈໃຫ້ກັບພະນັກງານກົດໝາຍທີ່ເຮັດວຽກໂຄສະນາເຜີຍແຜ່ກົດໝາຍ ກ່ຽວກັບການນຳໃຊ້ຄູ່ມື, ເຄື່ອງມືຮັບໃຊ້ໃນການຝຶກອົບຮົມໃຫ້ແກ່ການຝຶກອົບຮົມໃຫ້ກັບພະນັກງານຂັ້ນທ້ອງຖິ່ນ ເພື່ອສົ່ງເສີມໃຫ້ປະຊາຊົນສາມາດເຂົ້າເຖິງກົດໝາຍ ແລະ ຂະບວນການຍຸຕິທຳ ທັງເປັນການຂະຫຍາຍຄູຝຶກຢູ່ຂັ້ນສູນກາງໃຫ້ສາມາດປ່ຽນແທນກັນໄດ້ ຮັບປະກັນໃຫ້ແກ່ການຈັດຕັ້ງປະຕິບັດແຜນຊຸດຝຶກອົບຮົມໃຫ້ໄດ້ຮັບຜົນສຳເລັດຕາມເປົ້າໝາຍ.

       ພາຍຫຼັງຄະນະປະທານກໍໄດ້ມີຄຳເຫັນກ່າວເປີດກອງປະຊຸມ ຢ່າງເປັນທາງການແລ້ວ ກໍໄດ້ຮັບຟັງການສະເໜີຈາກຄະນະຮັບຜິດຊອບຊຸດຝຶກອົບຮົມ ກ່ຽວກັບຫຼັກສູດຝຶກອົບຮົມ ເປັນຕົ້ນ ການສ້າງກິດຈະກຳ, ການວັດລະດັບຕົນເອງກ່ອນຝຶກອົບຮົມ, ທັກສະການສ້າງພື້ນທີ່ການຮຽນຮູ້ ແລະ ການສ້າງວັດທະນະທຳໃນການຮຽນຮູ້ຮ່ວມກັນ, ທິດສະດີຄວາມຫຼາກຫຼາຍທາງດ້ານປັນຍາຂອງກາສເນີ້, ການຈຳແນກການຮຽນຮູ້ຕາມທິດສະດີບຣູ້ມ, ວົງຈອນຄວາມຄິດສ້າງສັນ, ການນຳໃຊ້ເຕັກນິກການສ້າງແຜນວາດແນວຄວາມຄິດ, ການຂຽນບົດບັນທຶກສ່ວນຕົວ ແລະ ການຂຽນແບບຟອມບັນທຶກ, ການປະເມີນຜົນປະຈຳວັນ, ເຄື່ອງມືວິເຄາະດ້ານບວກ ແລະ ສິ່ງທີ່ໜ້າສົນໃຈ, ການນຳໃຊ້ເຄື່ອງມື ແລະ ຄັດເລືອກ ເພື່ອນຳໃຊ້ເຂົ້າໃນການຝຶກອົບຮົມ ແລະ ໂຄສະນາ ເຊັ່ນ: ການຄົ້ນຄວ້າເອກະສານຮ່າງຄູ່ມືປະກອບການຝຶກອົບຮົມ ແລະ ອື່ນໆ.
       ໃນຕອນທ້າຍ ທ່ານປະທານກອງປະຊຸມ ກໍມີຄຳເຫັນຕໍ່ນັກສຳມະນາກອນທີ່ເຂົ້າຮ່ວມຊຸດຝຶກອົບຮົມໃນຄັ້ງນີ້ ຈົ່ງຕັ້ງໜ້າເອົາໃຈໃສ່ໃນການຄົ້ນຄວ້າຮ່ຳຮຽນໃຫ້ປະສົບຜົນສຳເລັດ ແລະ ທ່ານຍັງໄດ້ເນັ້ນໜັກໃຫ້  ນັກຝຶກອົບຮົມ ຈົ່ງນຳເອົາຄວາມຮູ້, ຄວາມສາມາດທີ່ໄດ້ຮຽນມາໄປຜັນຂະຫຍາຍເຂົ້າໃນໜ້າທີ່ວຽກງານໃນຂອບເຂດທີ່ຕົນເອງຮັບຜິດຊອບໃຫ້ເກີດຜົນປະໂຫຍດສູງສຸດ.

       ການຝຶກອົບຮົມໃນຄັ້ງນີ້ໄດ້ດຳເນີນເປັນເວລາ 3 ວັນ ແລະ ຈະໄດ້ປິດລົງໃນວັນທີ 13 ກໍລະກົດ 2018.

ຂຽນຂ່າວ-ຖ່າຍພາບ: ບຸນຖອມ ພະສະແຫວງ

ປະເພດຂ່າວ: