ກອງປະຊຸມຖອດຖອນບົດຮຽນການຈັດຕັ້ງປະຕິບັດຈົດໝາຍເຫດທາງລັດຖະການໃນໄລຍະຜ່ານມາ

    ກົມໂຄສະນາເຜີຍແຜ່ກົດໝາຍ, ກະຊວງຍຸຕິທຳ ຈັດກອງປະຊູມຖອດຖອນບົດຮຽນການຈັດຕັ້ງປະຕິບັດວຽກງານຈົດໝາຍເຫດທາງລັດຖະການຂຶ້ນ ໃນວັນທີ 21 ກັນຍາ 2018 ທີ່ສະໂມສອນກະຊວງຍຸຕິທໍາ ພາຍໃຕ້ການເປັນປະທານຂອງ ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທໍາ, ໂດຍການເຂົ້າຮ່ວມຊອງ ທ່ານ Daniel Fitzpatrick ຫົວໜ້າໂຄງການລູນາ II; ມີຜູ້ຕາງໜ້າຈາກບັນດາກະຊວງ, ອົງການທຽບເທົ່າອ້ອມຂ້າງສູນກາງ, ຫ້ອງວ່າການປົກຄອງນະຄອນຫຼວງ, ສະພາປະຊາຊົນນະຄອນຫຼວງ ແລະ ຄະນະກົມພາຍໃນກະຊວງຍຸຕິທຳ ເຂົ້າຮ່ວມ.

    ຈຸດປະສົງຂອງກອງປະຊູມຄັ້ງນີ້ ເພື່ອຍົກສູງລະດັບຄວາມຮູ້ ແລະ ເປັນການຖອດຖອນບົດຮຽນຄວາມເຂົ້າໃຈຢ່າງເປັນເອກະພາບກ່ຽວກັບການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ໃນການເປັນເຈົ້າການເກັບໂຮມນິຕິກຳທີ່ຢູ່ໃນຄວາມຮັບຜິດຊອບຂອງອົງການຕົນ ເພື່ອພິມລົງໃນເວັບໄຊ໌ຈົດໝາຍເຫດທາງລັດຖະການ.

    ໃນກອງປະຊຸມ ທ່ານ ນາງ ຄອນສະຫວັນ ສາວະລີ ຮອງຫົວໜ້າກົມໂຄລະນາເຜີຍແຜ່ກົດໝາຍ ໄດ້ສະເໜີກ່ຽວກັບການຈັດຕັ້ງປະຕິບັດວຽກງານຈົດໝາຍເຫດທາງລັດຖະການໃນໄລຍະຜ່ານມາ ຊຶ່ງທ່ານໃຫ້ຮູ້ວ່ານິຕິກໍາທີ່ພິມລົງໃນເວັບໄຊ໌ຈົດໝາຍເຫດທາງລັດຖະການ ແຕ່ປີ 2013 ຈົນເຖິງປະຈຸບັນ ມີທັງໝົດຈຳນວນ 682 ສະບັບ ໃນນັ້ນ ປະກອບມີ ລັດຖະທຳມະນູນ 1 ສະບັບ, ກົດໝາຍ 134 ສະບັບ, ມະຕິຕົກລົງ 2 ສະບັບ, ລັດຖະບັນຍັດ 8 ສະບັບ, ດຳລັດ 97 ສະບັບ, ຄຳສັ່ງ 161 ສະບັບ, ຂໍ້ຕົກລົງ 215 ສະບັບ, ຄໍາແນະນໍາ 64 ສະບັບ, ນິຕິກໍາ 345 ສະບັບ. ຈາກນັ້ນ ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ແລກປ່ຽນບົດຮຽນ ແລະ ຖາມ-ຕອບບັນຫາທີ່ເຫັນວ່າຍັງບໍ່ທັນເຂົ້າໃຈແຈ້ງ ຢ່າງກົງໄປກົງມາ.

ຂຽນຂ່າວ-ຖ່າຍພາບ: ຊາຍພິມພອນ ສີຣິວົງໄຊ

ປະເພດຂ່າວ: