ກອງປະຊຸມປຶກສາຫາລືວຽກງານຈົດໝາຍເຫດທາງລັດຖະການ ທີ່ ແຂວງ ເຊກອງ

  ຢູ່ທີ່ຫ້ອງວ່າການປົກຄອງແຂວງ ເຊກອງ ໄດ້ຈັດກອງປະຊຸມປຶກສາຫາລືວຽກງານຈົດໝາຍເຫດທາງລັດຖະການຂຶ້ນ ໃນຕອນເຊົ້າຂອງວັນທີ 28 ມີນາ 2018 ໂດຍການໃຫ້ກຽດເຂົ້າເປັນປະທານຮ່ວມຂອງ ທ່ານ ບຸນສະຫວາດ ບຸບຜາ ຮອງລັດຖະມົນຕີກະຊວງຍຸຕິທຳ ແລະ ທ່ານ ພັອ ສົມໄຊ ພູລະຄຳມະນີ ຄະນະປະຈຳພັກແຂວງ, ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບແຂວງ, ມີຄະນະພະແນກຍຸຕິທຳແຂວງ, ຫ້ອງວ່າການແຂວງ, ຫ້ອງການກົດໝາຍ ແລະ ໂຄສະນາອົບຮົມກົດໝາຍ ພ້ອມດ້ວຍພະນັກງານວິຊາການທັງສອງຄະນະ ເຂົ້າຮ່ວມຢ່າງພ້ອມພຽງ.

     ຈຸດປະສົງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອປຶກສາຫາລືວຽກງານຈົດໝາຍເຫດທາງລັດຖະການ, ນຳເອົາບັນດານິຕິກຳ ແລະ ຮ່າງນິຕິກຳ ລົງໃນຈົດໝາຍເຫດທາງລັດຖະການ ແນໃສ່ເຮັດໃຫ້ບັນດານິຕິກຳ ທີ່ຖືກຮັບຮອງ ແລະ ປະກາດໃຊ້ແລ້ວ ມີຜົນສັກສິດຕາມກົດໝາຍ, ສ້າງເງື່ອນໄຂໃຫ້ປະຊາຊົນ, ອົງການຈັດຕັ້ງຂອງລັດ ແລະ ເອກະຊົນ ທັງພາຍໃນ ແລະ ຕ່າງປະເທດ ສາມາດເຂົ້າເຖິງຂໍ້ມູນຂ່າວສານທາງດ້ານກົດໝາຍ ແລະ ປະກອບຄຳເຫັນໃສ່ຮ່າງນິຕິກຳດັ່ງກ່າວ ໃຫ້ມີເນື້ອໃນສົມບູນ, ຮັດກຸມ ແລະ ສອດຄ່ອງກັບສະພາບການພັດທະນາເສດຖະກິດ - ສັງຄົມ ປະກອບສ່ວນໃນການສ້າງລັດ ສປປ ລາວ ໃຫ້ກາຍເປັນລັດທີ່ປົກຄອງດ້ວຍກົດໝາຍ.

     ນອກຈາກນັ້ນ, ທ່ານ ອຸ່ນເຮືອນ ໄຊຍະວົງ ຮອງຫົວໜ້າຫ້ອງວ່າການແຂວງ ເຊກອງ, ທ່ານ ນາງ ຄອນສະຫວັນ ສາວະລີ ຮອງຫົວໜ້າກົມໂຄສະນາເຜີຍແຜ່ກົດໝາຍ, ຜູ້ຊີ້ນຳວຽກງານວຽກຈົດໝາຍເຫດທາງລັດຖະການ ແລະ ເວັບໄຊ໌ກໍໄດ້ລາຍງານສະພາບລວມຂອງການເຄື່ອນໄຫວວຽກງານຈົດໝາຍເຫດທາງລັດຖະການ ໃນໄລຍະຜ່ານມາໃຫ້ກັນຊາບ ພ້ອມທັງໄດ້ຍົກເອົາດ້ານດີ, ດ້ານສະດວກ ແລະ ສິ່ງທ້າທາຍ ມາຖອດຖອນບົດຮຽນຊື່ງກັນ ແລະ ກັນ ຈາກນັ້ນ, ທ່ານ ພັອ ສົມໄຊ ພູລະຄຳມະນີ ຄະນະປະຈຳພັກແຂວງ, ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບແຂວງ ກໍມີຄຳເຫັນໃນກອງປະຊຸມ ໃຫ້ຜູ້ປະສານງານທີ່ຖືກແຕ່ງຕັ້ງມີການປະສານງານເປັນປົກກະຕິ, ພ້ອມປະຕິບັດໜ້າທີ່ຂອງຕົນໃຫ້ດີຂື້ນ  ແລະ ສະເໜີໃຫ້ພະແນກຈົດໝາຍເຫດທາງລັດຖະການ ແລະ ເວັບໄຊ໌ ສຶບຕໍ່ຈັດຊຸດຝຶກອົບຮົມ ແລະ ຈັດກອງປະຊຸມປະຈຳປີໃຫ້ແຕ່ລະພາກຢ່າງເນື່ອງນິດລຽນຕິດ.

     ໃນຕອນທ້າຍພິທີ ທ່ານ ບຸນສະຫວາດ ບຸບຜາ ຮອງລັດຖະມົນຕີກະຊວງຍຸຕິທຳ ກໍໄດ້ສະແດງຄວາມຂອບໃຈຕໍ່ບັນດາທ່ານທີ່ອຳນວຍຄວາມສະດວກທຸກດ້ານໃນການພົວພັນວຽກງານ ພ້ອມທັງສະແດງຄວາມຂອບໃຈຕໍ່ການຕ້ອນ ຮັບຢ່າງອົບອຸ່ນໃນຄັ້ງນີ້.

     ຈາກນັ້ນ, ຄະນະນຳ ກະຊວງຍຸຕິທຳ ພ້ອມດ້ວຍຄະນະຍັງຈະສືບຕໍ່ເຮັດວຽກ ຢູ່ອີກ 2 ແຂວງ ຄື: ແຂວງ ຈຳປາສັກ ແລະ ແຂວງ ສະຫວັນນະເຂດ.

   ຂ່າວ-ພາບ: ບຸນຖອມ ພະສະແຫວງ

ປະເພດຂ່າວ: