ກອງປະຊຸມປຶກສາຫາລືວຽກງານຈົດໝາຍເຫດທາງລັດຖະການ ທີ່ ແຂວງ ຈຳປາສັກ

      ໃນຕອນເຊົ້າ ຂອງວັນທີ 29 ມີນາ 2018 ທ່ານ ບຸນສະຫວາດ ບຸບຜາ ຮອງລັດຖະມົນຕີກະຊວງຍຸຕິທຳ ໄດ້ເຂົ້າພົບປະ ທ່ານ ສົມສະໜິດ ບຸດຕິວົງ ຮອງເລຂາຄະນະບໍລິຫານງານພັກແຂວງ, ຮອງເຈົ້າແຂວງ ຈຳປາສັກ. ຫຼັງຈາກນັ້ນ ກໍໄດ້ເຂົ້າຮ່ວມກອງປະຊຸມປຶກສາຫາລືວຽກງານຈົດໝາຍເຫດທາງລັດຖະການ ຢູ່ຫ້ອງວ່າການແຂວງ ຈຳປາສັກ ໂດຍການໃຫ້ກຽດເປັນປະທານຂອງ ທ່ານ ບຸນສະຫວາດ ບຸບຜາ ຮອງລັດຖະມົນຕີກະຊວງຍຸຕິທຳ ເຂົ້າຮ່ວມໃນຄັ້ງນີ້ມີ ທ່ານ ວິຊຽນ ສົມບູນຂັນ ຮອງຫົວໜ້າຫ້ອງວ່າການແຂວງ, ຜູ້ຊີ້ນຳຂະແໜງຈັດຕັ້ງບໍລິຫານ ແລະ ການເງິນ, ທ່ານຮອງຫົວໜ້າພະແນກຍຸຕິທຳແຂວງ ຈຳປາສັກ, ບັນດາພະນັກງານຫ້ອງວ່າການແຂວງ, ພ້ອມດ້ວຍທ່ານຜູ້ຕາງໜ້າໂຄງການລູນາ II ແລະ ພະນັກງານວິຊາການທັງສອງຄະນະ ເຂົ້າຮ່ວມຢ່າງພ້ອມພຽງ.

       ຈຸດປະສົງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອປຶກສາຫາລືວຽກງານຈົດໝາຍເຫດທາງລັດຖະການ, ການນຳເອົາບັນດານິຕິກຳ ແລະ ຮ່າງນິຕິກຳ ລົງໃນຈົດໝາຍເຫດທາງລັດຖະການ ແນໃສ່ເຮັດໃຫ້ບັນດານິຕິກຳ ທີ່ຖືກຮັບຮອງ ແລະ ປະກາດໃຊ້ແລ້ວ ມີຜົນສັກສິດຕາມກົດໝາຍ, ສ້າງເງື່ອນໄຂໃຫ້ປະຊາຊົນ, ອົງການຈັດຕັ້ງຂອງລັດ ແລະ ເອກະຊົນ ທັງພາຍໃນ ແລະ ຕ່າງປະເທດ ສາມາດເຂົ້າເຖິງຂໍ້ມູນຂ່າວສານທາງດ້ານກົດໝາຍ ແລະ ປະກອບຄຳເຫັນໃສ່ຮ່າງນິຕິກຳດັ່ງກ່າວ ໃຫ້ມີເນື້ອໃນສົມບູນ, ຮັດກຸມ ແລະ ສອດຄ່ອງກັບສະພາບການພັດທະນາເສດຖະກິດ-ສັງຄົມ ປະກອບສ່ວນໃນການສ້າງລັດ ສປປ ລາວ ໃຫ້ກາຍເປັນລັດທີ່ປົກຄອງດ້ວຍກົດໝາຍ.

        ນອກຈາກນັ້ນ, ຄະນະຮັບຜິດຊອບວຽກງານຈົດໝາຍເຫດທາງລັດຖະການ ແລະ ທ່ານ ນາງ ຄອນສະຫວັນ ສາວະລີ ຮອງຫົວໜ້າກົມໂຄສະນາເຜີຍແຜ່ກົດໝາຍ, ຜູ້ຊີ້ນຳວຽກງານວຽກຈົດໝາຍເຫດທາງລັດຖະການ ແລະ ເວັບໄຊ໌ກໍໄດ້ລາຍງານສະພາບລວມຂອງການເຄື່ອນໄຫວວຽກງານຈົດໝາຍເຫດທາງລັດຖະການ ໃນໄລຍະຜ່ານມາໃຫ້ກັນຊາບ ພ້ອມທັງໄດ້ຍົກໃຫ້ເຫັນດ້ານດີ, ດ້ານສະດວກ ແລະ ສິ່ງທ້າທາຍ ມາຖອດຖອນບົດຮຽນຊື່ງກັນ ແລະ ກັນ. ພ້ອມກັນນີ້ ຄະນະຮັບຜິດຊອບວຽກງານຈົດໝາຍເຫດທາງລັດຖະການ ແຂວງ ຈຳປາສັກ ໄດ້ລາຍງານກ່ຽວກັບບັນດານິຕິກຳທີ່ເອົາລົງຈົດໝາຍເຫດທາງລັດຖະການໃນໄລຍະຜ່ານມາ ມີທັງໝົດ 16 ສະບັບ ຄື: 1.) ຂໍ້ຕົກລົງ ຈຳນວນ 12 ສະບັບ; 2.) ຄຳສັ່ງ ຈຳນວນ 2 ສະບັບ ແລະ ຄຳແນະນຳ 4 ສະບັບ.

      ຫຼັງຈາກນັ້ນ, ທ່ານ ວິຊຽນ ສົມບູນຂັນ ຮອງຫົວໜ້າຫ້ອງວ່າການແຂວງ, ຜູ້ຊີ້ນຳຂະແໜງຈັດຕັ້ງບໍລິຫານ ແລະ ການເງິນ ກໍໄດ້ປະກອບຄຳເຫັນໃນກອງປະຊຸມໃນຄັ້ງນີ້ວ່າ: ຂໍໃຫ້ຜູ້ປະສານງານທີ່ຖືກແຕ່ງຕັ້ງມີການປະສານສົມທົບວຽກງານໃຫ້ເປັນປົກກະຕິ, ພ້ອມປະຕິບັດໜ້າທີ່ຂອງຕົນໃຫ້ມີຜົນສຳເລັດໃນລະດັບທີ່ສູງຂຶ້ນ ແລະ ສະເໜີໃຫ້ກົມໂຄສະນາເຜີຍແຜ່ກົດໝາຍ, ພະແນກຈົດໝາຍເຫດທາງລັດຖະການ ແລະ ເວັບໄຊ໌ ສືບຕໍ່ຊ່ວຍເຫຼືອຈັດຊຸດຝຶກອົບຮົມ ໃຫ້ຜູ້ປະສານງານແຂວງ ຫຼື ຈັດກອງປະຊຸມປະຈຳປີ ໃຫ້ແຕ່ລະພາກຢ່າງຕໍ່ເນື່ອງ.

       ໃນຕອນທ້າຍພິທີ ທ່ານ ບຸນສະຫວາດ ບຸບຜາ ຮອງລັດຖະມົນຕີກະຊວງຍຸຕິທຳ ກໍໄດ້ສະແດງຄວາມຂອບໃຈຕໍ່ຄະນະພັກ-ຄະນະນໍາຂອງແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງ ທີ່ໄດ້ອຳນວຍຄວາມສະດວກທຸກດ້ານໃນການພົວພັນ, ປະສານສົມທົບຕໍ່ວຽກງານດັ່ງກ່າວ ພ້ອມທັງສະແດງຄວາມຂອບໃຈຕໍ່ການຕ້ອນຮັບຢ່າງອົບອຸ່ນໃນຄັ້ງນີ້.

       ຫຼັງຈາກນັ້ນ, ທ່ານ ບຸນສະຫວາດ ບຸບຜາ ຮອງລັດຖະມົນຕີກະຊວງຍຸຕິທຳ ພ້ອມດ້ວຍຄະນະ ກໍໄດ້ລົງຢ້ຽມຢາມສະຖານທີ່ປຸກສ້າງສະບັນຍຸຕິທຳ ພາກໃຕ້ ຫຼັງໃໝ່.

       ພ້ອມກັນນັ້ນ, ຄະນະນຳ ກະຊວງຍຸຕິທຳ ພ້ອມດ້ວຍຄະນະ ຍັງຈະສືບຕໍ່ເຮັດວຽກ ຢູ່ແຂວງ ສະຫວັນນະເຂດ ຊຶ່ງເປັນແຂວງສຸດທ້າຍ.

ຂ່າວ-ພາບ: ບຸນຖອມ ພະສະແຫວງ

ປະເພດຂ່າວ: