ກອງປະຊຸມປຶກສາຫາລືວຽກງານຈົດໝາຍເຫດທາງລັດຖະການ ທີ່ ແຂວງ ອັດຕະປື

          ໃນຕອນເຊົ້າຂອງວັນທີ 27 ມີນາ 2018 ໄດ້ຈັດກອງປະຊຸມປຶກສາຫາລືວຽກງານຈົດໝາຍເຫດທາງລັດຖະການຂຶ້ນຢູ່ທີ່ຫ້ອງວ່າການປົກຄອງແຂວງ ອັດຕະປື ໂດຍການໃຫ້ກຽດເຂົ້າເປັນປະທານຮ່ວມຂອງ ທ່ານ ບຸນສະຫວາດ ບຸບຜາ ຮອງລັດຖະມົນຕີກະຊວງຍຸຕິທຳ ແລະ ທ່ານ ພອນສະໄໝ ມຽງລາວັນ ຮອງເຈົ້າແຂວງ ອັດຕະປື ພ້ອມດ້ວຍພະນັກງານທັງສອງຄະນະ ເຂົ້າຮ່ວມຢ່າງພ້ອມພຽງ.

          ຈຸດປະສົງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອປຶກສາຫາລືວຽກງານຈົດໝາຍເຫດທາງລັດຖະການ, ນຳເອົາບັນດານິຕິກຳ ແລະ ຮ່າງນິຕິກຳ ລົງໃນຈົດໝາຍເຫດທາງລັດຖະການ ແນໃສ່ເຮັດໃຫ້ບັນດານິຕິກຳ ທີ່ຖືກຮັບຮອງ ແລະ ປະກາດໃຊ້ແລ້ວ ມີຜົນສັກສິດຕາມກົດໝາຍ, ສ້າງເງື່ອນໄຂໃຫ້ປະຊາຊົນ, ອົງການຈັດຕັ້ງຂອງລັດ ແລະ ເອກະຊົນ ທັງພາຍໃນ ແລະ ຕ່າງປະເທດ ສາມາດເຂົ້າເຖິງຂໍ້ມູນຂ່າວສານທາງດ້ານກົດໝາຍ ແລະ ປະກອບຄຳເຫັນໃສ່ຮ່າງນິຕິກຳດັ່ງກ່າວ ໃຫ້ມີເນື້ອໃນສົມບູນ, ຮັດກຸມ ແລະ ສອດຄ່ອງກັບສະພາບການພັດທະນາເສດຖະກິດ-ສັງຄົມ ປະກອບສ່ວນໃນການສ້າງລັດ ສປປ ລາວ ໃຫ້ກາຍເປັນລັດທີ່ປົກຄອງດ້ວຍກົດໝາຍ.

          ນອກຈາກນັ້ນ, ທ່ານ ນາງ ຄອນສະຫວັນ ສາວະລີ ຮອງຫົວໜ້າກົມໂຄສະນາເຜີຍແຜ່ກົດໝາຍ, ຜູ້ຊີ້ນຳວຽກງານວຽກຈົດໝາຍເຫດທາງລັດຖະການ ແລະ ເວັບໄຊ໌, ທ່ານ ດຣ ບຸນເປັນ ສັງສົມສັກ ຮອງຫົວໜ້າຫ້ອງວ່າການແຂວງ ອັດຕະປື ກໍໄດ້ລາຍງານສະພາບລວມຂອງການເຄື່ອນໄຫວວຽກງານຈົດໝາຍເຫດທາງລັດຖະການໃນໄລຍະຜ່ານມາໃຫ້ກັນຊາບ ແລະ ທ່ານ ພອນສະໄໝ ມຽງລາວັນ ຮອງເຈົ້າແຂວງ ອັດຕະປື ກໍມີຄຳເຫັນໃນກອງປະຊຸມ ໃຫ້ຜູ້ປະສານງານທີ່ຖືກແຕ່ງຕັ້ງມີການປະສານງານເປັນປົກກະຕິ, ພ້ອມປະຕິບັດໜ້າທີ່ຂອງຕົນໃຫ້ດີຂື້ນ  ແລະ ສະເໜີໃຫ້ພະແນກຈົດໝາຍເຫດທາງລັດຖະການ ແລະ ເວັບໄຊ໌ ສຶບຕໍ່ຈັດຊຸດຝຶກອົບຮົມ ແລະ ຈັດກອງປະຊຸມປະຈຳປີໃຫ້ແຕ່ລະພາກຢ່າງເນື່ອງນິດລຽນຕິດ.

           ໃນຕອນທ້າຍພິທີ ທ່ານ ບຸນສະຫວາດ ບຸບຜາ ຮອງລັດຖະມົນຕີກະຊວງຍຸຕິທຳ ກໍໄດ້ມີຄຳເຫັນຕໍ່ກອງປະຊຸມ ແລະ ໄດ້ມອບໃບຍ້ອງຍໍ ໃນການປະສານງານ ແລະ ປະຕິບັດວຽກງານດີເດັ່ນ ໃຫ້ແກ່ຜູ້ປະສານງານວຽກງານຈົດໝາຍເຫດທາງລັດຖະການແຂວງ ອັດຕະປື.

ຂ່າວ-ພາບ: ບຸນຖອມ ພະສະແຫວງ

ປະເພດຂ່າວ: