ກອງປະຊຸມວິຊາການເພື່ອກະກຽມມອບ-ຮັບປຶ້ມປະມວນກົດໝາຍອາຍາ

ວັນທີ 3 ກັນຍາ 2019 ກົມໂຄສະນາເຜີຍແຜ່ກົດໝາຍ ໄດ້ຈັດກອງປະຊຸມວິຊາການຂຶ້ນ ຢູ່ທີ່ກະຊວງຍຸຕິທໍາ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ພູທອນ ແກ້ວດວງມະນີ ຫົວໜ້າກົມໂຄສະນາເຜີຍແຜ່ກົດໝາຍກະຊວງຍຸຕິທໍາ ມີທ່ານ ເກດສະໜາ ພົມມະຈັນ ຫົວໜ້າກົມຮ່ວມມືສາກົນ, ຕາງໜ້າ ຈາກພາກສ່ວນກ່ຽວຂ້ອງຄື ກົມກົດໝາຍ, ສະຖານທູດສະຫະພາບເອີຮົບ, ສະຖານທູດລຸກຊຳບວກ ອົງການສະຫະປະຊາຊາດເພື່ອການພັດທະນາ ແລະ ຫ້ອງການ GIZ ປະຈຳ ສປປ ລາວ ພ້ອມດ້ວຍຄະນະຮັບຜິດຊອບເຂົ້າຮ່ວມທັງໝົດ 25 ທ່ານ. 

ຈຸດປະສົງ ເພື່ອຄົ້ນຄວ້າ, ປືກສາຫາລືກໍານົດວັນ, ເວລາ ແລະ ສະຖານທີ່ກະກຽມພິທີ ມອບ-ຮັບປຶ້ມປະມວນກົດໝາຍອາຍາ ລະຫວ່າງກະຊວງຍຸຕິທຳ ກັບ ຜູ້ໃຫ້ທຶນຈັດພິມ. ສ່ວນພິທີມອບ-ຮັບປຶ້ມປະມວນກົດໜາຍອາຍາ ຈະຈັດຂຶ້ນໃນວັນທີ 10 ກັນຍາ 2019 ຢູ່ທີ່ໂຮງແຮມຄຣາວພຣາຊາ ນະຄອນຫຼວງວຽງຈັນ. 

ຂຽນຂ່າວ: ເພັງພາວັນ, ຖ່າຍພາບ: ຂົນ ບຸນທິສານ

ປະເພດຂ່າວ: