ກອງປະຊຸມແລກປ່ຽນຄຳຄິດເຫັນໃສ່ປຶ້ມຄູ່ມືສຳລັບ ການຝຶກອົບຮົມ ວຽກງານໂຄສະນາ ເຜີຍແຜ່ກ່ຽວກັບການສົ່ງເສີມໃຫ້ປະຊາຊົນເຂົ້າເຖິງຂະບວນກາຍນຍຸຕິທຳ ໃນ ສປປ ລາວ

    ກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 29 ພະຈິກ 2017 ທີ່ ກະຊວງຍູຕິທຳ ພາຍໃຕ້ການເປັນປະທານຂອງ ທ່ານ ພູທອນ ແກ້ວດວງມະນີ ຄະນະບໍລິຫານງານພັກກະຊວງຍຸຕິທໍາ, ຫົວໜ້າກົມໂຄສະນາເຜີຍແຜ່ກົດ ໝາຍ, ເຂົ້າຮ່ວມມີຜູ້ຕາງໜ້າຈາກ ກົມສົ່ງເສີມລະບົບຍຸຕິທຳ, ສະພາແຫ່ງຊາດ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ອົງການໄອຍະການປະຊາຊົນສູງສຸດ, ສູນກາງສະຫະພັນກຳມະບານລາວ, ກົມສືບສວນ-ສອບສວນ ກະຊວງປ້ອງກັນຄວາມສະຫງົບ, LIFE Project, ຮອງຫົວໜ້າກົມ ຕະຫຼອດຮອດຫົວໜ້າພະແນກ-ຮອງພະແນກ ແລະ  ວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.

    ໃນກອງປະຊຸມ ທ່ານ ພູທອນ ແກ້ວດວງມະນີ ຫົວໜ້າກົມໂຄສະນາເຜີຍແຜ່ກົດໝາຍ ໄດ້ສະເໜີຈຸດປະສົງ ແລະ ເນື້ອໃນຂອງກອງປະຊຸມ ຊຶ່ງທ່ານໄດ້ກ່າວວ່າ ກອງປະຊຸມໃນຄັ້ງນີ້ແມ່ນເພື່ອແລກປ່ຽນບົດຮຽນ ແລະ ການປະກອບ ຄຳຄິດຄຳເຫັນໃສ່ປຶ້ມຄູ່ມື ເພື່ອໃຫ້ມີເນື້ອໃນຄົບຖ້ວນ, ຖືກຕ້ອງຕາມຈຸດປະສົງ ແລະ ລະດັບຄາດໝາຍ ທີ່ທາງກົມ ແລະ ໂຄງການໄດ້ກໍານົດໄວ້. ຈາກນັ້ນ, ທ່ານ ນາງ ທິບພະສອນ ຫຼວງອາໄພ ຄູຝຶກດ້ານກົດໝາຍປະຈຳໂຄງການໄລຟ ຂອງອົງການບ້ານຈຸດສຸມສາກົນ ໄດ້ນຳສະເໜີຄື:ຈຸດປະສົງຫຼັກຂອງການສ້າງປຶ້ມຄູ່ມື ເພື່ອເປັນຄູ່ມືປະກອບເຂົ້າໃນການຝຶກອົບຮົມໃຫ້ພະນັກງານຂັ້ນທ້ອງຖິ່ນ ທີ່ເຮັດວຽກກ່ຽວກັບການແກ້ໄຂຂໍ້ຂັດແຍ່ງຕ່າງໆ; ເປັນຄູ່ມືທົດລອງໃນ ການຝຶກອົບຮົມແບບນຳໃຊ້ທັກສະທີ່ຫຼາກຫຼາຍ; ເປັນຄູ່ມືແນະນຳໃຫ້ກັບຜູ້ທີ່ຈະເປັນຄູຝຶກ ຫຼື ນັກໂຄສະນາເຜີຍແຜ່ກ່ຽວກັບການເຂົ້າເຖິງຂະບວນການຍຸຕິທຳໃນ ສປປ ລາວ. ຫຼັງຈາກນັ້ນ ກໍໄດ້ນຳສະເໜີເນື້ອໃນຂອງປຶ້ມຄູ່ມື ເພື່ອໃຫ້ ຜູ້ເຂົ້າຮ່ວມໄດ້ປະກອບຄຳຄິດຄຳເຫັນໃສ່, ຊຶ່ງປຶ້ມຄູ່ມືດັ່ງກ່າວປະກອບມີ 4 ພາກ ຄື: ພາກທີ 1 ພາກສະເໜີ; ພາກທີ 2 ອົງການທີ່ມີສິດ ແລະ ໜ້າທີ່ຮັບຜິດຊອບວຽກງານການເຂົ້າເຖິງລະບົບຍຸຕິທຳ; ພາກທີ 3 ຂັ້ນຕອນ ແລະ ການ ກຳນົດເວລາໃນການແກ້ໄຂຄຳຮ້ອງທຸກ ແລະ ພາກທີ 4 ອົງການຈັດຕັ້ງອື່ນທີ່ປະຊາຊົນສາມາດຮ້ອງຟ້ອງຂໍຄວາມຊ່ວຍເຫຼືອ, ນອກຈາກນັ້ນ, ຍັງນຳສະເໜີພາບລວມເຄື່ອງມືສື່ສານທີ່ຈຳເປັນ ເພື່ອຮັບໃຊ້ເຂົ້າໃນການຝຶກອົບຮົມ, ພາຍຫຼັງຮັບຟັງ ການສະເໜີເນື້ອໃນແລ້ວ ຜູ້ເຂົ້າຮ່ວມກໍໄດ້ພ້ອມກັນປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາ ແລະ ມີບັນຍາກາດຟົດຟຶ້ນ.

 ຕອນທ້າຍ ທ່ານ ປະທານກອງປະຊຸມກໍໄດ້ຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງ ຕໍ່ຄວາມເອົາໃຈໃສ່ໃນການຕິດຕາມ ແລະ ປະກອບຄຳຄິດຄຳເຫັນຂອງຜູ້ເຂົ້າຮ່ວມ ເຮັດໃຫ້ເນື້ອໃນຈິດໃຈຂອງກອງປະຊຸມໃນຄັ້ງນີ້ ໄດ້ຮັບໝາກຜົນຕາມ ລະດັບຄາດໝາຍທີ່ວາງໄວ້.

ຂຽນຂ່າວໂດຍ: ປາວີຄຳ ເພັດທະລາກຸນ

ພາບໂດຍ: ສົມຫວັງ ບົວລະພັນ

ປະເພດຂ່າວ: