ກອງປະຊຸມ ປັບປຸງເນື້ອໃນຮ່າງດຳລັດ ວ່າດ້ວຍ ການໂຄສະນາເຜີຍແຜ່ກົດໝາຍ ທີ່ ລີສອດນາປ່າກວາງ ແຂວງ ວຽງຈັນ

ໃນວັນທີ 23-24 ພຶດສະພາ 2019 ຢູ່ທີ່ ລີສອດນາປ່າກວາງ ແຂວງ ວຽງຈັນ ກົມໂຄສະນາເຜີຍແຜ່ກົດໝາຍ ກະຊວງຍຸຕິທຳ ໄດ້ຈັດກອງປະຊຸມ ປັບປຸງຮ່າງດຳລັດ ວ່າດ້ວຍ ການໂຄສະນາເຜີຍແຜ່ກົດໝາຍຂຶ້ນ ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ພູທອນ ແກ້ວດວງມະນີ ຫົວໜ້າກົມໂຄສະນາເຜີຍແຜ່ກົດໝາຍ, ຜູ້ເຂົ້າຮ່ວມມີຕາງໜ້າຈາກຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ໂຄງການແຜນງານການມີສ່ວນຮ່ວມຂອງປະຊາຊົນໃນວຽກງານການປົກຄອງທີ່ດີ ແລະ ການສ້າງລັດທີ່ປົກຄອງດ້ວຍກົດໝາຍ (CEGGA) ພ້ອມດ້ວຍຄະນະຮັບຜິດຊອບ ຮ່າງດຳລັດ ທັງໝົດ ຈຳນວນ 27 ທ່ານ, ຍິງ 8 ທ່ານ.

ຈຸດປະສົງ ເພື່ອປັບປຸງເນື້ອໃນຮ່າງດຳລັດວ່າດ້ວຍ ການໂຄສະນາເຜີຍແຜ່ກົດໝາຍ.​ ຮ່າງດຳລັດວ່າດ້ວຍ ການໂຄສະນາເຜີຍແຜ່ກົດໝາຍ ໄດ້ກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ຄຸ້ມຄອງ, ຕິດຕາມກວດກາ ວຽກງານໂຄສະນາເຜີຍແຜ່ກົດໝາຍໃນຂອບເຂດທົ່ວປະເທດ ເພື່ອເຮັດໃຫ້ວຽກງານດັ່ງກ່າວ ດຳເນີນໄປຢ່າງຖືກຕ້ອງ, ເປັນລະບົບ, ມີປະສິດທິພາບ ແລະ ປະສິດທິຜົນ ແນໃສ່ເຮັດໃຫ້ພົນເມືອງຮັບຮູ້, ເຊື່ອມຊຶມ, ມີສະຕິເຄົາລົບກົດໝາຍ ຢ່າງເລິກເຊິ່ງ, ກ້ວາງຂວາງ ແລະ ທົ່ວເຖິງ; ຕ້ານ ແລະ ສະກັດກັ້ນປາກົດການຫຍໍ້ທໍ້ໃນສັງຄົມ, ຮັບປະກັນແກ່ການເຄື່ອນໄຫວວຽກງານການໂຄສະນາເຜີຍແຜ່ກົດໝາຍຕາມຂອບເຂດ ແລະ ຄວາມຮັບຜິດຊອບຂອງຕົນ ປະກອບສ່ວນເຂົ້າໃນການຍົກສູງປະສິດທິພາບຄຸ້ມຄອງລັດ ຄຸ້ມສັງຄົມ ດ້ວຍກົດໝາຍ, ປົກປັກຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ຍຸຕິທຳ ໃນສັງຄົມ. ນອກນັ້ນ, ວຽກງານການໂຄສະນາເຜີຍແຜ່ກົດໝາຍ ແມ່ນ ວິທີການການອະທິບາຍ, ຊີ້ແຈງ, ແນະນຳ, ສະໜອງຂໍ້ມູນຂ່າວສານກ່ຽວກັບເນື້ອໃນຂອງລັດຖະທຳມະນູນ, ກົດໝາຍ ແລະ ລະບຽບການ ລວມທັງສົນທິສັນຍາ ທີ່ ສປປ ລາວ ເປັນພາຄີ ໂດຍຜ່ານຫຼາຍຮູບການ, ວິທີການ ໃຫ້ແກ່ພົນລະເມືອງ ໄດ້ຮັບຮູ້, ເຂົ້າໃຈ ແລະ ນຳໄປຈັດຕັ້ງປະຕິບັດຢ່າງເຂັ້ມງວດ. ຫຼັງຈາກນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມ ກໍໄດ້ປະກອບຄຳຄິດ ຄຳເຫັນ ໃສ່ບາງໝວດ ແລະ ບາງມາດຕາ ເພື່ອໃຫ້ເນື້ອໃນມີຄວາມສອດຄ່ອງ ແລະ ຖືກຕ້ອງ, ຊັດເຈນກັບສະພາບຄວາມເປັນຈິງ ແລະ ມີຄວາມເປັນເອກະພາບກັນ ໃນການຈັດຕັ້ງປະຕິບັດໃຫ້ມີປະສິດທິພາບ ແລະ ປະສິດທິຜົນຍິ່ງຂຶ້ນ.

ກອງປະຊຸມໄດ້ປິດລົງໃນວັນທີ 24 ພຶດສະພາ 2019 ເວລາ 16:00​ ໂມງ ດ້ວຍຜົນສຳເລັດອັນຈົບງາມ.

ຂຽນຂ່າວ-ຖ່າຍພາບ: ບຸນຖອມ ພະສະແຫວງ

ປະເພດຂ່າວ: