ກະຊວງຍຸຕິທຳ ເປີດຊຸດຝຶກອົບຮົມວຽກງານໂຄສະນາເຜີຍແຜ່ກົດໝາຍໃຫ້ແກ່ພະນັກງານຂອງຂະແໜງຍຸຕິທຳທົ່ວປະເທດ

ໃນຕອນເຊົ້າຂອງວັນທີ 12 ພະຈິກ 2018 ທີ່ສະຖາບັນຍຸຕິທຳແຫ່ງຊາດ ກະຊວງຍຸຕິທຳ ໄດ້ເປີດຊຸດຝຶກອົບຮົມວຽກງານໂຄສະນາເຜີຍແຜ່ກົດໝາຍໃຫ້ແກ່ພະນັກງານຂອງຂະແໜງຍຸຕິທຳທົ່ວປະເທດຂຶ້ນ ໂດຍການເປັນປະທານຂອງ ທ່ານ ໄພວີ ສີບົວລິພາ ຮອງລັດຖະມົນຕີກະຊວງຍຸຕິທຳ, ມີບັນດາຫົວໜ້າ-ຮອງຫົວໜ້າຫ້ອງການ, ບັນດາກົມ, ສູນ, ສະຖາບັນຍຸຕິທຳແຫ່ງຊາດ, ຕະຫຼອດຮອດຜູ້ເຂົ້າຮ່ວມຝຶກອົບຮົມຈາກບັນດາກະຊວງ, ອົງການລັດທຽບເທົ່າ, ພະແນກຍຸຕິທຳແຂວງ, ນະຄອນຫຼວງ ແລະ ບັນດາກົມທີ່ກ່ຽວຂ້ອງເຂົ້າຮ່ວມ 65 ທ່ານ, ຍິງ 25 ທ່ານ.

ໃນພິທີ ທ່ານ ບຸນຕາ ສ.ຜາບມີໄຊ ຫົວໜ້າສະຖາບັນຍຸຕິທຳແຫ່ງຊາດ ໄດ້ກ່າວຈຸດປະສົງຂອງການຝຶກອົບຮົມໃນຄັ້ງນີ້ ແມ່ນເພື່ອຍົກສູງຄວາມຮູ້ຄວາມສາມາດໃຫ້ພະນັກງານທີ່ຮັບຜິດຊອບວຽກງານໂຄສະນາເຜີຍແຜ່ກົດໝາຍ ກ່ຽວກັບທັກສະ, ເຕັກນິກ, ຂອງນັກໂຄສະນາເຜີຍແຜ່ກົດໝາຍ ເຊັ່ນ: ການໂຄສະນາທາງປາກເປົ່າ, ການຂຽນບົດອະທິບາຍກົດໝາຍລົງທາງໜັງສືພິມ, ວາລະສານ, ການຈັດລາຍການວິທະຍຸ ແລະ ລາຍການໂທລະພາບ ທີ່ມີເນື້ອຫາກ່ຽວກັບກົດໝາຍ ແລະ ເຕັກນິກການຖ່າຍທຳລາຍການວິທະຍຸ ແລະ ລາຍການໂທລະພາບ ແນໃສ່ເຮັດໃຫ້ວຽກງານດັ່ງກ່າວສາມາດເປັນສື່ກາງທາງດ້ານຂໍ້ມູນ, ຂ່າວສານດ້ານກົດໝາຍ ໃຫ້ສັງຄົມໄດ້ຮັບຮູ້, ເຂົ້າໃຈຢ່າງກວ້າງຂວາງ ແລະ ເລິກເຊິ່ງ.

ສຳລັບເນື້ອໃນການຝຶກອົບຮົມ ແມ່ນຜູ້ເຂົ້າຮ່ວມຈະໄດ້ຮຽນຮູ້ກ່ຽວກັບເຕັກນິກການໂຄສະນາເຜີຍແຜ່ກົດໝາຍ, ເຕັກນິກການນໍາໃຊ້ກ້ອງຖ່າຍຮູບ ແລະ ກ້ອງວິີດີໂອເພື່ອຜະລິດລາຍການໂທລະພາບ, ການຜະລິດວາລະສານ, ໜັງສືພິມ, ການເຂົ້າເຖິງຂໍ້ມູນທາງດ້ານກົດໝາຍໂດຍຜ່ານສື່ເອເລັກໂຕຼນິກເຊັ່ນ: ຈົດໝາຍເຫດທາງລັດຖະການ, ເວັບໄຊ໌ ແລະ ແອັບກົດໝາຍ. ຊຸດຝຶກອົບຮົມດັ່ງກ່າວຈະດຳເນີນໄປເຖິງວັນທີ 23 ພະຈິກ 2018 ຈຶ່ງຈະສຳເລັດ.

ໃນຕອນທ້າຍຂອງພິທີ ທ່ານ ໄພວີ ສີບົວລິພາ ຮອງລັດຖະມົນຕີກະຊວງຍຸຕິທຳ ກໍໄດ້ໃຫ້ກຽດມີຄຳເຫັນໂອ້ລົມຕໍ່ຜູ້ເຂົ້າຮ່ວມໃນພິທີ ໂດຍທ່ານໄດ້ເນັ້ນໜັກໃຫ້ນັກຝຶກອົບຮົມທຸກຄົນຈົ່ງເຊີດຊູຄວາມຮັບຜິດຊອບ, ເປັນເຈົ້າການໃນການຄົ້ນຄວ້າຮ່ຳຮຽນ ພ້ອມທັງປະກອບສ່ວນຢ່າງຕັ້ງໜ້າ ແລະ ເອົາໃຈໃສ່ຕິດຕາມການບັນລະຍາຍຂອງຄູ-ອາຈານ ເພື່ອຍາດແຍ່ງເອົາຄວາມຮູ້ ແລະ ແລກປ່ຽນບົດຮຽນຊຶ່ງກັນ ແລະ ກັນໃນເວລາໄປຈັດຕັ້ງຜັນຂະຫຍາຍເຂົ້າສູ່ວຽກງານຕົວຈິງ ເຮັດໃຫ້ຊຸດຝຶກອົບຮົມຄັ້ງນີ້ມີການຫັນປ່ຽນໃໝ່ໃນວຽກງານດັ່ງກ່າວ ແລະ ໄດ້ຮັບຜົນປະໂຫຍດສູງສຸດ.

ຂ່າວ: ອອ່ນຄຳ, ພາບ: ສົມຫວັງ

ປະເພດຂ່າວ: