ກົມໂຄສະນາເຜິຍແຜ່ກົດໝາຍກະຊວງຍຸຕິທຳ ຈັດຊຸດຝຶກອົບຮົມການໂຄສະນາເຜີຍແຜ່ກົດໝາຍ ແລະ ນິຕິກຳກ່ຽວກັບການຕ້ານການຄ້າມະນຸດ ຢູ່ເມືອງສິງ ແຂວງ ຫຼວງນໍ້າທາ

     ຊຸດຝຶກອົບຮົມດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 4 ທັນວາ 2018 ຢູ່ທີ່ສະໂມສອນກອງບັນຊາການທະຫານເມືອງ ສິງ, ແຂວງ ຫຼວງນ້ຳທາ, ໂດຍການເຂົ້າຮ່ວມ ແລະ ເປັນປະທານຂອງ ທ່ານ ບຸນພວມ ສໍສຸພາບ ຮອງເຈົ້າເມືອງ ສິງ, ທ່ານ ເພັດສະຫວັນ ຮອງຫົວໜ້າພະແນກຍຸຕິທຳແຂວງ, ທ່ານ ສຸວັດ ດວງຕາ ຫົວໜ້າພະແນກໂຄສະນາເຜີຍແຜ່ກົດໝາຍ, ກົມໂຄສະນາເຜີຍແຜ່ກົດໝາຍ ກະຊວງຍຸຕິທຳ ພ້ອມດ້ວຍນັກສຳມະນາກອນເຂົ້າຮ່ວມທັງໝົດ 33 ທ່ານ, ຍິງ 09 ທ່ານ.

   ຈຸດປະສົງຂອງການຈັດຝຶກອົບຮົມໃນຄັ້ງນີ້ ແມ່ນເພື່ອຜັນຂະຫຍາຍເນື້ອໃນກົດໝາຍ ແລະ ນິຕິກຳທີ່ກ່ຽວຂ້ອງກັບການຄ້າມະນຸດໃຫ້ພະນັກງານໄດ້ຮັບຮູ້ຢ່າງທົ່ວເຖິງກ່ຽວກັບວຽກງານຕ້ານ ແລະ ສະກັດກັ້ນການຄ້າມະນຸດ ເນື່ອງຈາກວ່າບັນຫາການຄ້າມະນຸດໄດ້ແຜ່ລາມໃນສັງຄົມປັດຈຸບັນເປັນຕົ້ນ ແມ່ນ ການຂູດຮີດທາງເພດ ແລະ ການຂູດຮີດແຮງງານ ດ້ວຍຫຼາຍຮູບການ ສະນັ້ນ, ວຽກງານຕ້ານການຄ້າມະນຸດ ເປັນວຽກງານໜຶ່ງທີ່ສຳຄັນທີ່ສຸດ ຊຶ່ງມີຄວາມຈຳເປັນທີ່ພັກ-ລັດຖະບານ ຕ້ອງເຮັດໜ້າທີ່ໃນການປົກປ້ອງ ແລະ ຊ່ວຍເຫຼືອຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ ແນໃສ່ປົກປ້ອງສິດ, ຜົນປະໂຫຍດ, ຊີວິດ, ສຸຂະພາບ, ກຽດສັກສີ, ເສລີພາບຂອງພົນລະເມືອງ, ຮີດຄອງປະເພນີອັນດີງາມຂອງຊາດ, ເຮັດໃຫ້ສັງຄົມມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍ ດ້ວຍການໂຄສະນາ, ສຶກສາອົບຮົມທົ່ວປວງຊົນໃນຫຼາຍຮູບການ ແລະ ວິທີການ, ພ້ອມທັງປູກຈິດສຳນຶກໃຫ້ພົນລະເມືອງລາວເຫັນໄດ້ເຖິງຜົນຮ້າຍຂອງການຄ້າມະນຸດ ແລະ ດຳເນີນມາດຕະການຂັ້ນເດັດຂາດຕໍ່ຜູ້ຄ້າມະນຸດ, ພ້ອມດຽວກັນນັ້ນກໍເພື່ອເປັນຍົກສູງຄວາມຮັບຮູ້ກ່ຽວກັບທັກສະ, ເຕັກນິກ, ວິທີການໂຄສະນາເຜີຍແຜ່ບັນດາກົດໝາຍໃຫ້ແກ່ພະນັກງານ ເພື່ອເປັນພື້ນຖານໃນການນຳເອົາບັນດາກົດໝາຍລົງໄປເຜີຍແຜ່ໃຫ້ແກ່ປະຊາຊົນລາວບັນດາເຜົ່າໄດ້ຮັບຮູ້, ເຂົ້າໃຈ ແລະ ພ້ອມກັນປົກປ້ອງ ແລະ ຊ່ວຍເຫຼືອຜູ້ຖືກເຄາະຮ້າຍຢ່າງທັນການ ແລະ ນຳເອົາຜູ້ກະທຳຜິດມາດຳເນີນຄະດີຕາມກົດໝາຍ. ຊຸດຝຶກອົບຮົມໄດ້ດຳເນີນເປັນເວລາ 3 ວັນ ຈຶ່ງຈະປິດລົງ.

ຂ່າວ,ພາບ: ປາວິຄຳ ເພັດທະລາກຸນ.

ປະເພດຂ່າວ: