ກົມໂຄສະນາເຜີຍແຜ່ກົດໝາຍ ລົງໂຄສະນາແອັບກົດໝາຍລາວ (version 3) ແຫ່ງ ສປປ ລາວ

ຕອນບ່າຍຂອງວັນທີ 8 ກຸມພາ 2019 ຢູ່ທີ່ສະໂມສອນມະຫາວິທະຍາໄລແຫ່ງຊາດ ກົມໂຄສະນາເຜີຍແຜ່ກົດໝາຍ, ກະຊວງຍຸຕິທຳ ລົງໂຄສະນາເຜີຍແຜ່ແອັບກົດໝາຍລາວ (version 3) ແຫ່ງ ສປປ ລາວ ໃຫ້ແກ່ບັນດາອາຈານ ແລະ ນັກສຶກສາ 13 ຄະນະ ມະຫາວິທະຍາໄລແຫ່ງຊາດ ໂດຍການໃຫ້ກຽດເຂົ້າເປັນປະທານຮ່ວມຂອງ ທ່ານ ນາງ ຄອນສະຫວັນ ສາວະລີ ຮອງຫົວໜ້າກົມໂຄສະນາເຜີຍແຜ່ກົດໝາຍ, ທ່ານ ອາຈານ ປອ ພອນແກ້ວ ຈັນທະມາລີ ອຳນວຍການສູນໄອທີ ມະຫາວິທະຍາໄລແຫ່ງຊາດ, ມີຜູ້ຕາງໜ້າໂຄງການລູນາ 2 (LUNA-II) ພ້ອມດ້ວຍຄະນະ, ຄະນະຮັບຜິດຊອບວຽກງານເຜີຍແຜ່ແອັບກົດໝາຍລາວ (version 3) ເຂົ້າຮ່ວມທັງໝົດຈຳນວນ 80 ຄົນ, ຍິງ 45 ຄົນ. ການລົງໂຄສະນາໃນຄັ້ງນີ້ ແມ່ນໄດ້ຮັບການສະໜັບສະໜູນໂດຍລັດຖະບານອາເມລິກາ ຜ່ານອົງການພັດທະນາສາກົນສະຫະລັດອາເມລິກາ (USAID)ໂດຍຜ່ານໂຄງການລູນາ 2.

ຫຼັງຈາກນັ້ນ, ທ່ານ ນາງ ຄອນສະຫວັນ ສາວະລີ ຮອງຫົວໜ້າກົມໂຄສະນາເຜີຍແຜ່ກົດໝາຍໄດ້ກ່າວຈຸດປະສົງການລົງໂຄສະນາເຜີຍແຜ່ແອັບກົດໝາຍລາວ (version 3) ຊຶ່ງໄດ້ສ້າງຜົນປະໂຫຍດຢ່າງຫຼວງຫຼາຍໃຫ້ແກ່ນັກຮຽນ, ນັກສຶກສາ, ນັກແປພາສາ ແລະ ພະນັກງານ-ລັດຖະກອນ ໃນອົງການລັດ ແລະ ເອກະຊົນ ໄດ້ຮູ້ເຖິງກົດໝາຍ ແລະ ຄຳສັບກົດໝາຍຢ່າງຖືກຕ້ອງ, ສາມາດເວົ້າໄດ້ ວ່າພົນລະເມືອງລາວຈະອາໄສຢູ່ບ່ອນໃດຂອງປະເທດ ກໍຄືທົ່ວໂລກ ກໍສາມາດອ່ານ, ສາມາດຮຽນຮູ້ກົດໝາຍ ແລະ ປະກອບຄຳເຫັນໃສ່ຮ່າງນິຕິກຳຕ່າງໆໄດ້ ໂດຍຜ່ານໂທລະສັບມືຖືຂອງທ່ານ. ນອກນັ້ນແອັບກົດໝາຍລາວ (version 3) ຍັງເປັນແຫຼ່ງເກັບໂຮມຂໍ້ມູນທາງດ້ານກົດໝາຍ, ສາມາດຕອບສະໜອງຂໍ້ມູນທາງດ້ານກົດໝາຍໃຫ້ແກ່ສັງຄົມ ໂດຍຜ່ານໂທລະສັບມືຖື, ເຮັດໃຫ້ຜູ້ຊົມໃຊ້ສາມາດຮູ້ເຖິງການເຄື່ອນໄຫວ ແລະ ການແຈ້ງເຕືອນ ເມື່ອມີກົດໝາຍສ້າງໃໝ່ ຫຼື ກົດໝາຍປັບປຸງໃໝ່ ໄດ້ທຸກບ່ອນ, ທຸກເວລາ ເຮັດໃຫ້ປະຊາຊົນບັນດາເຜົ່າມີຄວາມໜັ້ນໃຈຕໍ່ຂໍ້ມູນທີ່ໄດ້ຮັບຊາບຢ່າງເປັນທາງການ.

ພາຍຫຼັງຮູ້ເຖິງຈຸດປະສົງ, ຄວາມໝາຍ ແລະ ຄວາມສຳຄັນ ຂອງແອັບກົດໝາຍລາວ (version 3) ເປັນທີ່ຮຽບຮ້ອຍແລ້ວ ຄະນະຮັບຜິດຊອບກໍໄດ້ອະທິບາຍວິທີການເຂົ້າເຖິງແອັບກົດໝາຍ, ການດາວໂຫລດແອັບກົດໝາຍ ແລະ ມີການຈັດກິດຈະກຳຖາມ-ຕອບ ເພື່ອແລກເອົາຂອງຂວັນ ດ້ວຍບັນຍາກາດອັນຟົດຟື້ນ.

ຂຽນຂ່າວ-ຖ່າຍພາບ ໂດຍ: ບຸນຖອມ ພະສະແຫວງ

ປະເພດຂ່າວ: