ຄະນະນໍາກະຊວງຍຸຕິທຳ ລົງພົບປະ ແລະ ເຮັດວຽກນໍາຄະນະນໍາ ແຂວງບໍ່ແກ້ວ ກ່ຽວກັບວຽກງານຈົດໝາຍເຫດທາງລັດຖະການ

   

    ກອງປະຊຸມປຶກສາຫາລືວຽກງານຈົດໝາຍເຫດທາງລັດຖະການ ໄດ້ຈັດຂຶ້ນ ໃນຕອນ​ເຊົ້າຂອງ​ວັນ​ທີ 9 ມີນາ 2018 ທີ່ ຫ້ອງວ່າການປົກຂອງແຂວງບໍ່ແກ້ວ ​ໃຫ້ກຽດເປັນປະທານຮ່ວມໂດຍ ທ່ານ ປອ. ເສີມສຸກ ສິມພະວົງ ຮອງເລຂາຄະນະບໍລິຫານງານພັກກະຊວງ, ຮອງລັດຖະມົນຕີກະຊວງຍຸຕິທໍາ, ທ່ານ ຈອນສີ ລັດຕະນະປັນ ຄະນະປະຈຳພັກແຂວງ, ຮອງເຈົ້າແຂວງບໍ່ແກ້ວ ເຂົ້າ​ຮ່ວມມີ​ ທ່ານ ຫົວໜ້າກົມໂຄສະນາເຜີຍແຜ່ກົດໝາຍ, ທ່ານ ຫົວໜ້າພະແນກຍຸຕິທຳແຂວງ, ທ່ານ ຮອງຫົວໜ້າຫ້ອງວ່າການປົກຄອງແຂວງ, ຜູ້ຕາງໜ້າໂຄງ​ການ LUNA II, ຜູ້ປະສານງານວຽກງານຈົດໝາຍເຫດທາງລັດຖະການຂອງແຂວງ ແລະ ຄະນະຈາກກະຊວງຍຸຕິທໍາ ເຂົ້າຮ່ວມຢ່າງພ້ອມພຽງ.

     ທ່ານ ປອ. ເສີມສຸກ ສິມພະວົງ ຮອງລັດຖະມົນຕີກະຊວງຍຸຕິທໍາ ໄດ້ກ່າວຈຸດປະສົງໃນການມາພົບປະ ແລະ ຢ້ຽມຢາມໃນຄັ້ງນີ້ ຊຶ່ງທ່ານໄດ້ຍົກໃຫ້ເຫັນເຖິງຄວາມໝາຍ ຄວາມສໍາຄັນ ຂອງວຽກງານຈົດໝາຍເຫດທາງລັດຖະການ, ການຈັດຕັ້ງປະຕິບັດວຽກງານ, ການປະສານງານ ລະຫວ່າງ ກະຊວງຍຸຕິທໍາກັບຂັ້ນແຂວງ ແລະ ການຈັດສົ່ງນິຕິກໍາຂອງແຂວງ ເພື່ອພິມລົງໃນຈົດໝາຍເຫດທາງລັດຖະການ.

     ຫຼັງຈາກນັ້ນ, ທາງຄະນຳກະຊວງຍຸຕິທໍາ ໄດ້ຈັດພິທີມອບໃບຍ້ອງຍໍ ແລະ ອຸປະກອນເຄື່ອງໃຊ້ຫ້ອງການ ໃຫ້ແກ່ຫ້ອງວ່າການປົກຄອງແຂວງບໍ່ແກ້ວ, ຊຶ່ງການມອບ-ຮັບໃນຄັ້ງນີ້ປະກອບມີ: ໃບຍ້ອງຍໍຂອງທ່ານລັດຖະມົນຕີກະຊວງຍຸຕິທໍາ 1 ໃບ, ຄອມພິວເຕີ 1 ເຄື່ອງ ແລະ ເຄື່ອງພິມເອກະສານ 1 ເຄື່ອງ ເຫດຜົນຂອງການມອບໃນຄັ້ງນີ້ ເນື່ອງຈາກວ່າການຈັດຕັ້ງປະຕິບັດວຽກງານຈົດໝາຍເຫດທາງລັດຖະການຂອງແຂວງດັ່ງກ່າວ ແມ່ນສາມາດຈັດຕັ້ງປະຕິບັດໄດ້ດີ, ມີຄວາມຕໍ່ເນື່ອງ ແລະ ເປັນປົກກະຕິ, ນອກຈາກນັ້ນ ຍັງເປັນການກະຕຸກຊຸກຍູ້ໃນການຈັດຕັ້ງປະຕິບັດວຽກງານ, ການເປັນແບບຢ່າງໃຫ້ແຂວງອື່ນ ທັງເປັນການສັນລະເສີນ ແລະ ຍົກຍ້ອງຜົນງານ.

         ພາຍຫຼັງສໍາເລັດພິທີມອບ-ຮັບ ທ່ານຮອງລັດຖະມົນຕີກະຊວງຍຸຕິທໍາພ້ອມດ້ວຍຄະນະ ກັບຜູ້ປະສານງານຂອງແຂວງ ກໍໄດ້ຈັດກອງປະຊຸມຮ່ວມ ຢູ່ພະແນກຍຸຕິທຳແຂວງ ໃນການປຶກສາຫາລື, ຖອດຖອນບົດຮຽນ ດ້ານດີ, ດ້ານສະດວກ ໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ.

       

ປະເພດຂ່າວ: