ພິທີປິດຝຶກຊຸດຝຶກອົບຮົມວຽກງານໂຄສະນາເຜີຍແຜ່ກົດໝາຍ ເພື່ອຕ້ານ ແລະ ສະກັດກັ້ນການຄ້າມະນຸດ ຢູ່ເມືອງ ຍອດອູ, ແຂວງຜົ້ງສາລີ

    ພາຍຫຼັງໄດ້ເປີດຊຸດຝຶກອົບຮົມວຽກງານໂຄສະນາເຜີຍແຜ່ກົດໝາຍ ເພື່ອຕ້ານ ແລະ ສະກັດກັ້ນການຄ້າມະນຸດ ຢູ່ເມືອງຍອດອູ, ແຂວງຜົ້ງສາລີ ເປັນເວລາ 3 ວັນ ຊຶ່ງໄດ້ປິດລົງໃນວັນທີ 12 ທັນວາ 2018 ໂດຍການໃຫ້ກຽດ ແລະ ເປັນປະທານຮ່ວມ ທ່ານ ນາງ ອຸ່ນແປງ ໂສໃຈວົງ ຮອງເລຂາພັກເມືອງ ປະທານແນວລາວສ້າງຊາດ ຜູ້ຊີ້ນຳວຽກງານອົງການຈັດຕັ້ງມະຫາຊົນ, ທ່ານ ສົມບູນ ວົງພະຈັນ ຮອງຫົວໜ້າກົມກົດໝາຍ ກະຊວງຍຸຕິທຳ, ຮອງຫົວໜ້າພະແນກຍຸຕິທຳ, ຫົວໜ້າຫ້ອງການຍຸຕິທຳເມືອງ, ຮອງຫົວໜ້າຫ້ອງວ່າການ, ບັນດາຄູ-ອາຈານທີ່ມາຈາກສູນກາງ ພ້ອມດ້ວຍນັກສຳມະນາກອນຈາກຂະແໜງການອ້ອມຂ້າງເຂົ້າຮ່ວມຢ່າງພ້ອມພຽງ.

    ໃນພິທີປິດຊຸດຝຶກອົບຮົມ ທ່ານ ສົມເໝືອນ ພອນຍະຜົນ ຫົວໜ້າໜ່ວຍງານຈັດຕັ້ງປະຕິບັດຄຳຕັດສີນຂອງສານ ໄດ້ຂຶ້ນຜ່ານບົດສະຫຼຸບໃນການຈັດຕັ້ງປະຕິບັດການຝຶກອົບຮົມວຽກງານໂຄສະນາເຜີຍແຜ່ກົດໝາຍ ເພື່ອຕ້ານ ແລະ ສະກັດກັ້ນການຄ້າມະນຸດ ໃນໄລຍະ 3 ວັນຜ່ານມາ ເຊິງເອກະສານທີ່ນຳມາຝຶກອົບຮົມໃນຄັ້ງນີ້ ລວມມີ 8 ວິຊາ ຄື: ສະພາບການຂອງການຄ້າມະນຸດໂດຍສັງເຂບ ໃນ ສ ປປ ລາວ, ການໂຄສະນາເຜີຍແຜ່ ສຶກສາອົບຮົມກົດໝາຍ, ການຮ່ວມມືສາກົນ ເພື່ອແກ້ໄຂບັນຫາການຄ້າມະນຸດ (ບັນດາສົນທິສັນຍາສາກົນ), ເຜີຍແຜ່ບັນດາກົດໝາຍ ແລະ ນິຕິກໍາຂອງ ສປປ ລາວ ກ່ຽວກັບການຕ້ານການຄ້າມະນຸດກົດໝາຍວ່າດ້ວຍ ການຕ້ານການຄ້າມະນຸດ, ບັນດາເລ່ຫຼ່ຽມ, ວິທີການຂອງການຄ້າມະນຸດ, ການລະບຸຕົວຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ, ການຊ່ວຍເຫຼືອຜູ້ເຄາະຮ້າຍທາງດ້ານກົດໝາຍ, ການເຂົ້າເຖີງຂະບວນຍຸຕິທໍາກ່ຽວກັບການຄ້າມະນຸດ.

    ຜ່ານການຝຶກອົບຮົມໃນຄັ້ງນີ້, ບັນດານັກສໍາມະນາກອນໄດ້ຮັບຮູ້ ແລະ ເຂົ້າໃຈຕໍ່ສະພາບການຄ້າມະນຸດທີ່ເກີດຂຶ້ນຢູ່ ສປປ ລາວ, ກົດໝາຍ ແລະ ນິຕິກຳທີ່ກ່ຽວຂ້ອງ, ບັນດາເລ່ຫຼ່ຽມ, ວິທີການ ແລະ ການລະບຸຕົວຜູ້ເຄາະຮ້າຍ ຕະຫຼອດຮອດການໃຫ້ການປົກປ້ອງ ແລະ ຊ່ວຍເຫຼືອຜູ້ຕົກເປັນເຫຍື່ອຂອງຂະບວນການຄ້າມະນຸດ ເຮັດໃຫ້ຮັບຮູ້ວີທີການນຳເອົາກົດໝາຍ ແລະ ລະບຽບການຕ່າງໆ ກ່ຽວກັບການຕ້ານການຄ້າມະນຸດ ຊຶ່ງນັກສຳມະນາກອນທີ່ໄດ້ຜ່ານການຝຶກອົບຮົມໃນຄັ້ງນີ້ ຈະໄດ້ນໍາໄປເຜີຍແຜ່ໃຫ້ແກ່ພະນັກງານ, ພໍ່ຄ້າ-ຊາວຂາຍ, ນັກຮຽນຮູ້ປັນຍາຊົນ ແລະ ພົນລະເມືອງລາວບັນດາເຜົ່າ ເພື່ອຮັບຮູ້ເລ່ລ່ຽມ, ວິທີການຂອງພວກຄ້າມະນຸດ, ການປະຕິບັດໜ້າທີ່ໃນການປົກປ້ອງ ແລະ ຊ່ວຍເຫຼືອຜູ້ເຄາະຮ້າຍຈາກການຄ້າມະນຸດ ແລະ ຂັ້ນຕອນການດຳເນີນຄະດີຕໍ່ຜູ້ກະທຳຜິດ ຢ່າງຖືກຕ້ອງຕາມກົດໝາຍ.

    ໂອກາດນີ້, ທ່ານ ນາງ ອຸ່ນແປງ ໂສໃຈວົງ ຮອງເລຂາພັກເມືອງ ກໍໄດ້ໃຫ້ກຽດມີຄຳເຫັນໂອ້ລົມຕໍ່ນັກຝຶກອົບຮົມ ຊຶ່ງກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກັບຄະນະຮັບຜິດຊອບທີ່ໄດ້ນຳເອົາວຽກງານດັ່ງກ່າວ ມາຝືກອົບຮົມໃຫ້ແກ່ພະນັກງານທີ່ກ່ຽວຂ້ອງ, ພ້ອມທັງຮຽກຮ້ອງໃຫ້ບັນດານັກສຳມະນາກອນທີ່ໄດ້ຮັບການອົບຮົມໃນຄັ້ງນີ້ແລ້ວ ຈົ່ງນຳເອົາຄວາມຮູ້ໄປນໍາໃຊ້ເຂົ້າໃນວຽກງານຂອງແຕ່ລະຂະແໜງການ ຢ່າງມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນເລື້ອຍໆ.

ຂຽນຂ່າວ: ວິກກີ່ ບຸບຜາລີວັນ, ຖ່າຍພາບ: ບຸນຖອມ ພະສະແຫວງ

ປະເພດຂ່າວ: