ເປີດຊຸດຝຶກອົບຮົມສົ່ງເສີມການເຂົ້າເຖິງກົດໝາຍ ແລະ ຂະບວນການຍຸຕິທຳໃຫ້ແກ່ພະນັກງານຂັ້ນເມືອງ

ວັນທີ 10 ມິຖຸນາ 2019 ທີ່ຜ່ານມາ ຢູ່ທີ່ຫ້ອງປະຊຸມຂອງຫ້ອງວ່າການປົກຄອງເມືອງ ຮຸນ ແຂວງ ອຸດົມໄຊ ໄດ້ເປີດຊຸດຝຶກອົບຮົມການເຂົ້າເຖິງກົດໝາຍ ແລະ ຂະບວນການຍຸຕິທຳໃຫ້ແກ່ພະນັກງານເມືອງ ຮຸນ ໂດຍການໃຫ້ກຽດເປັນປະທານຮ່ວມຂອງ ທ່ານ ພູທອນ ແກ້ວດວງມະນີ ຄະນະພັກກະຊວງ, ຫົວໜ້າກົມໂຄສະນາເຜີຍແຜ່ກົດໝາຍ ກະຊວງຍຸຕິທຳ, ທ່ານ ບຸນຈັນ ສີບຸນຕາ ຮອງຫົວໜ້າພະແນກຍຸຕິທຳແຂວງ ອຸດົມໄຊ ແລະ ທ່ານ ຄຳຟອງ ພັດທະມາວົງ ຮອງເລຂາພັກເມືອງ. ມີບັນດານັກຝຶກອົບຮົມ ຈາກຂະແໜງການຕ່າງໆອ້ອມຂ້າງເມືອງ ຮຸນເຂົ້າຮ່ວມ ທັງໜົດ 25 ທ່ານ ຍິງ 6 ທ່ານ.

ຈຸດປະສົງຂອງການຝຶກອົບຮົມ ແມ່ນແນໃສ່ຍົກສູງຄວາມຮັບຮູ້ດ້ານທັກສະການໂຄສະນາເຜີຍແຜ່ກົດໝາຍດ້ວຍຫຼາຍຮູບ, ຫຼາຍສີ ແລະ ວິທີການຕ່າງໆ ທີ່ທັນສະໄໝເໝາະສົມກັບແຕ່ລະທ້ອງຖິ່ນ; ສິ່ງສຳຄັນແມ່ນພະນັກງານແຕ່ລະຂະແໜງການຕ້ອງມີຄວາມຮູ້, ຄວາມສາມາດ, ທັກສະ, ເຕັກນິກໃນການຖ່າຍທອດຂໍ້ມູນຂ່າວສານ, ເນື້ອໃນ ແລະ ຂັ້ນຕອນການເຂົ້າເຖິງແຫຼ່ງຂໍ້ມູນຂ່າວສານດ້ານກົດໝາຍ ໃຫ້ພະນັກງານເມືອງ ເພື່ອນຳເອົາບົດຮຽນທີ່ໄດ້ຝຶກອົບຮົມໄປໂຄສະນາເຜີຍແຜ່ໃຫ້ປະຊາຊົນບັນດາເຜົ່າ ຮັບຮູ້, ເຂົ້າໃຈ ແລະ ພ້ອມກັນປະຕິບັດກົດໝາຍຢ່າງເຂັ້ມງວດ ປະກອບສ່ວນໃນການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍເທື່ອລະກ້າວ, ການຝຶກອົບຮົມໃນຄັ້ງນີ້ ຈະໄດ້ດຳເນີນຈົນເຖິງວັນທີ 14 ມິຖຸນາ 2019 ຈຶ່ງຈະສຳເລັດ.

ຂຽນຂ່າວ-ຖ່າຍພາບ: ຄຳພອນ ທ່າວເຈີວາງ

ປະເພດຂ່າວ: