ເປີດຝຶກອົບຮົມວຽກງານເຜີຍແຜ່ກົດໝາຍເພື່ອຕ້ານ ແລະ ການສະກັດກັ້ນການຄ້າມະນຸດ

       ໃນວັນທີ 5 ທັນວາ 2018 ຢູ່ທີ່ຫ້ອງປະຊຸມຫອງວ່າການ ເມືອງ ບຸນເໜືອ, ແຂວງ ຜົ້ງສາລີ ໄດ້ເປີດຝຶກອົບຮົມວຽກງານເຜີຍແຜ່ກົດໝາຍ ເພື່ອຕ້ານ ແລະ ການສະກັດກັ້ນການຄ້າມະນຸດ ຂຶ້ນໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ຊາຍຄຳ ຄຸນສີວິໄລ ຮອງເລຂາພັກເມືອງ, ຮອງເຈົ້າເມືອງ ບຸນເໜືອ ຜູ້ຊີ້ນຳວຽກງານຍຸຕິທຳ, ທ່ານ ນາງ ສີສຸດາ ໂສພາວັນດີ ຮອງຫົວໜ້າກົມໂຄສະນາເຜີຍແຜ່ກົດໝາຍ, ທ່ານ ທອງຄຳ ສີລິວົງ ຮອງຫົວໜ້າພະແນກຍຸຕິທຳ ແຂວງ ຜົ້ງສາລີ, ຫົວໜ້າ, ຮອງຫົວໜ້າຫ້ອງວ່າການເມືອງບຸນເໜືອ, ຫົວໜ້າຫ້ອງການຍຸຕິທຳເມືອງ, ບັນດາຄູ-ອາຈານ ທີ່ມາຈາກສູນກາງ ພ້ອມດ້ວຍນັກສຳມະນາກອນຈາກຂະແໜງການອ້ອມຂ້າງເຂົ້າຮ່ວມ ຈຳນວນ 35 ທ່ານ, ຍິງ 11 ທ່ານ.

   ວຽກງານການຄ້າມະນຸດເປັນວຽກງານໜຶ່ງທີ່ສຳຄັນທີ່ພັກ-ລັດເຮົາໄດ້ເອົາໃຈໃສ່ໃນການປົກປ້ອງ ແລະ ຊ່ວຍເຫຼືອຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ ແນໃສ່ປົກປ້ອງສິດ, ຜົນປະໂຫຍດ, ຊີວິດ, ສຸຂະພາ, ກຽດສັກສີ, ເສລີພາບຂອງພົນລະເມືອງ, ຮີດຄອງປະເພນີອັນດີງາມຂອງຊາດ, ເຮັດໃຫ້ສັງຄົມມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍ ດ້ວຍການໂຄສະນາ, ສຶກສາອົບຮົມທົ່ວປ່ວງຊົນດ້ວຍຫຼາຍຮູບການ ແລະ ວິທີການ, ເພື່ອປູກຈິດສຳນຶກໃຫ້ພົນລະເມືອງລາວ ເຫັນໄດ້ຜົນຮ້າຍຂອງການຄ້າມະນຸດ ແລະ ດຳເນີນມາດຕະການເດັດຂາດ ຕໍ່ຜູ້ຄ້າມະນຸດ.

       ຈຸດປະສົງຂອງການຈັດຝຶກອົບຮົມໃນຄັ້ງນີ້ ແມ່ນເພື່ອຜັນຂະຫຍາຍເນື້ອໃນກົດໝາຍ ແລະ ນິຕິກຳທີ່ກ່ຽວຂ້ອງກັບການຄ້າມະນຸດໃຫ້ພະນັກງານໄດ້ຮັບຮູ້ຢ່າງທົ່ວເຖິງກ່ຽວກັບວຽກງານຕ້ານ ແລະ ສະກັດກັ້ນການຄ້າມະນຸດ ທັງຮັບປະກັນໃຫ້ແກ່ການຈັດຕັ້ງປະຕິບັດໜ້າທີ່ວຽກງານໃຫ້ຖືກຕ້ອງ, ສອດຄ່ອງຕາມຂັ້ນຕອນຂອງກົດໝາຍ ເປັນຕົ້ນ ແມ່ນພະນັກງານທີ່ເຮັດວຽກງານສະກັດກັ້ນ ແລະ ຕ້ານການຄ້າມະນຸດ. ນອກນັ້ນຍັງໄດ້ຍົກສູງຄວາມຮັບຮູ້ກ່ຽວກັບທັກສະ, ເຕັກນິກ, ວິທີການໂຄສະນາເຜີຍແຜ່ບັນດາກົດໝາຍໃຫ້ພະນັກງານ ເພື່ອເປັນພື້ນຖານໃຫ້ແກ່ການນຳເອົາບັນດາກົດໝາຍທີ່ກ່ຽວຂ້ອງລົງໄປເຜີຍແຜ່ໃຫ້ແກ່ປະຊາຊົນບັນດາເຜົ່າໄດ້ຮັບຮູ້, ເຂົ້າໃຈ ແລະ ພ້ອມກັນປົກປ້ອງ ແລະ ຊ່ວຍເຫຼືອຜູ້ຖືກເຄາະຮ້າຍຢ່າງທັນການ ແລະ ນຳເອົາຜູ້ກຳທຳຜິດມາດຳເນີນຄະດີຕາມກົດໝາຍ. ເນື້ອໃນການຝຶກອົບຮົມນັ້ນຄັ້ງນີ້ ມີດັ່ງນີ້: 
1) ສະພາບການຄ້າມະນຸດ ໃນ ສປປ ລາວ;
2) ຄວາມຮູ້ກ່ຽວກັບການໂຄສະນາເຜີຍແຜ່ ສຶກສາອົບຮົມກົດໝາຍ;
3) ການເຂົ້າເຖິງສື່ໂຄສະນາເຜີຍແຜ່ກົດໝາຍ;
4) ການແຕ່ງດອງ ແລະ ເອົາເດັກລາວໄປເປັນລູກລ້ຽງແອບແຝງ;
5) ເຜີຍແຜ່ບັນດາກົດໝາຍ ແລະ ນິຕິກຳ ຂອງ ສປປ ລາວກ່ຽວກັບການຕ້ານການຄ້າມະນຸດ ກົດໝາຍວ່າດ້ວຍ ການຕ້ານການຄ້າມະນຸດ;
6) ບັນດາເລ່ລ່ຽມ, ວິທີການຕ້ານການຄ້າມະນຸດ;
7) ການລະບຸຕົວຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ;
8) ການຮ່ວມມືສາກົນ ເພື່ອແກ້ໄຂບັນຫາການຄ້າມະນຸດ (ບັນດາສົນທິສັນຍາສາກົນ);
9) ການຊ່ວຍເຫຼືອຜູ້ຖືກເຄາະຮ້າຍທາງດ້ານກົດໝາຍ;
10) ຂະບວນການດຳເນີນຄະດີກ່ຽວກັບການຄ້າມະນຸດ.
ການຝຶກອົບຮົມໃນຄັ້ງນີ້ໄດ້ດຳເນີນເປັນເວລາ 3 ວັນ ຈຶ່ງຈະປິດລົງ.

ຂ່າວ: ບຸນຖອມ ພະສະແຫວງ, ພາບ: ວິກກີ້ ບຸບຜາລີວັນ

ປະເພດຂ່າວ: