ໂຄສະນາແອັບກົດໝາຍລາວ (version 3) ແຫ່ງ ສປປ ລາວ

ຕອນບ່າຍຂອງວັນທີ 4 ເມສາ 2019 ກົມໂຄສະນາເຜີຍແຜ່ກົດໝາຍ, ກະຊວງຍຸຕິທຳ ລົງໂຄສະນາເຜີຍແຜ່ແອັບກົດໝາຍລາວ (version 3) ແຫ່ງ ສປປ ລາວ ໃຫ້ແກ່ບັນດາອາຈານ ແລະ ນັກຮຽນ ວິທະຍາຄານຕຳຫຼວດປະຊາຊົນ ໂດຍການໃຫ້ກຽດເຂົ້້າເປັນ ປະທານຮ່ວມຂອງ ທ່ານ ນາງ ຄອນສະຫວັນ ສາວະລີ ຮອງຫົວໜ້າກົມໂຄສະນາເຜີຍແຜ່ກົດໝາຍ, ທ່ານ ພັທ ປອ. ວິໄຊແກ້ວ ມະນີວົງ ພ້ອມດ້ວຍຄະນະ, ມີຜູ້ເຂົ້າຮ່ວມຟັງເຜີຍແຜ່ແອັບກົດໝາຍລາວ (version 3) ທັງໝົດຈຳນວນ 332 ຄົນ, ຍິງ 36 ຄົນ.

ຈຸດປະສົງການລົງໂຄສະນາເຜີຍແຜ່ໃນຄັ້ງນີ້ ເພື່ອໃຫ້ຮູ້ເຖິງຄວາມສຳຄັນຂອງວຽກງານຈົດໝາຍເຫດທາງລັດຖະການ ແລະ ແອັບກົດໝາຍລາວ (version 3) ເພື່ອໄດ້ສ້າງຜົນປະໂຫຍດຢ່າງຫຼວງຫຼາຍໃຫ້ແກ່ນັກຮຽນ, ນັກສຶກສາ, ນັກແປພາສາ ແລະ ພະນັກງານ-ລັດຖະກອນ ໃນອົງການລັດ ແລະ ເອກະຊົນ ໄດ້ຮູ້ເຖິງກົດໝາຍ ແລະ ຄຳສັບກົດໝາຍຢ່າງຖືກຕ້ອງ, ສາມາດອ່ານ, ສາມາດຮຽນຮູ້ກົດໝາຍ ແລະ ປະກອບຄຳເຫັນໃສ່ຮ່າງນິຕິກຳຕ່າງໆໄດ້ ໂດຍຜ່ານໂທລະສັບມືຖືຂອງທ່ານ ພ້ອມນັ້ນຍັງເປັນການສະດວກ ແລະ ວອງໄວອີກດ້ວຍ. ນອກນັ້ນ, ແອັບກົດໝາຍລາວ (version 3) ຍັງເປັນແຫຼ່ງເກັບໂຮມຂໍ້ມູນທາງດ້ານກົດໝາຍ, ສາມາດຕອບສະໜອງຂໍ້ມູນທາງດ້ານກົດໝາຍໃຫ້ແກ່ສັງຄົມ ໂດຍຜ່ານໂທລະສັບມືຖື, ເຮັດໃຫ້ຜູ້ຊົມໃຊ້ສາມາດຮູ້ເຖິງການເຄື່ອນໄຫວ ແລະ ການແຈ້ງເຕືອນ ເມື່ອມີກົດໝາຍສ້າງໃໝ່ ຫຼື ກົດໝາຍປັບປຸງໃໝ່ ໄດ້ທຸກບ່ອນ, ທຸກເວລາ ເຮັດໃຫ້ປະຊາຊົນບັນດາເຜົ່າມີຄວາມໜັ້ນໃຈຕໍ່ຂໍ້ມູນທີ່ໄດ້ຮັບຊາບຢ່າງເປັນທາງການ.

ພາຍຫຼັງຮູ້ເຖິງຈຸດປະສົງ, ຄວາມໝາຍ ແລະ ຄວາມສຳຄັນ ຂອງວຽກງານຈົດໝາຍເຫດທາງລັດຖະການ ແລະ ແອັບກົດໝາຍລາວ (version 3) ເປັນທີ່ຮຽບຮ້ອຍແລ້ວ ຄະນະຮັບຜິດຊອບກໍໄດ້ອະທິບາຍວິທີການເຂົ້າເຖິງແອັບກົດໝາຍ, ການດາວໂຫລດແອັບກົດໝາຍ ແລະ ມີການຈັດກິດຈະກຳຖາມ-ຕອບ ເພື່ອແລກເອົາຂອງຂັວນ ດ້ວຍບັນຍາກາດອັນຟົດຟື້ນ.

ຂຽນຂ່າວ-ຖ່າຍພາບ ໂດຍ: ບຸນຖອມ ພະສະແຫວງ

ປະເພດຂ່າວ: