ກອງປະຊຸມປຶກສາຫາລືກ່ຽວກັບວຽກງານໂຄສະນາເຜີຍແຜ່ກົດໝາຍ

ກອງປະຊຸມປຶກສາຫາລືກ່ຽວກັບວຽກງານໂຄສະນາເຜີຍແຜ່ກົດໝາຍ

        ກອງປະຊຸມດັ່ງກ່າວຈັດຂຶ້ນໃນວັນທີ 27 ມີນາ 2024 ທີ່ຫ້ອງປະຊຸມໃຫຍ່ກະຊວງຍຸຕິທຳ ໂດຍການເປັນປະທານຂອງ ທ່ານ ບຸນທາ ຊົງເຢີທ່າວ ຮອງລັດຖະມົນຕີກະຊວງຍຸຕິທຳ; ມີທ່ານຫົວໜ້າຫ້ອງການ, ຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ ຈາກບັນດາກະຊວງ, ອົງການ ຂັ້ນສູນກາງ ພ້ອມດ້ວຍຄະນະຮັບຜິດຊອບເຂົ້າຮ່ວມ ເພື່ອປຶກສາຫາລື ຕີລາຄາກ່ຽວກັບການຈັດຕັ້ງປະຕິບັດວຽກງານໂຄສະນາເຜີຍແຜ່ກົດໝາຍຂອງບັນດາກະຊວງ, ອົງການ ຂັ້ນສູນກາງ ໃນໄລຍະຜ່ານມາ.

      ໃນກອງປະຊຸມ ທ່ານ ນາງ ສີສຸດາ ໂສພາວັນດີ ຫົວໜ້າກົມໂຄສະນາເຜີຍແຜ່ກົດໝາຍ, ກະຊວງຍຸຕິທຳ ໄດ້ຂຶ້ນຜ່ານບົດລາຍງານການຕີລາຄາປະເມີນວຽກງານໂຄສະນາເຜີຍແຜ່ກົດໝາຍຂອງຂະແໜງຍຸຕິທຳ ຊຶ່ງທ່ານໄດ້ຍົກໃຫ້ເຫັນ ສະພາບການຈັດຕັ້ງປະຕິບັດ ໃນໄລຍະຜ່ານມາ ລວມທັງດ້ານດີ, ດ້ານອ່ອນ , ບົດຮຽນທີ່ຖອດຖອນໄດ້ ພ້ອມທັງວາງທິດທາງ, ຄາດໝາຍສູ້ຊົນ ແລະ ວຽກງານຈຸດສຸມ ເພື່ອສືບຕໍ່ຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າ. ນອກຈາກນັ້ນ, ຜູ້ເຂົ້າຮ່ວມ ຍັງໄດ້ຮັບຟັງການລາຍງານການຈັດຕັ້ງປະຕິບັດວຽກງານໂຄສະນາເຜີຍແຜ່ກົດໝາຍ ຂອງບັນດາກະຊວງ, ອົງການ ຂັ້ນສູນກາງ ຈຳນວນໜຶ່ງ ຊຶ່ງຍາມໃດ ກໍໄດ້ມີຄວາມພະຍາຍາມສູງ ໃນການໂຄສະນາເຜີຍແຜ່ກົດໝາຍຂອງຂະແໜງການຕົນ  ເຮັດໃຫ້ສະຕິເຄົາລົບ ແລະ ປະຕິບັດກົດໝາຍ ໃນທົ່ວສັງຄົມ ໃຫ້ໄດ້ຮັບການຍົກສູງຂຶ້ນ.
ຕອນທ້າຍກອງປະຊຸມ ທ່ານ ບຸນທາ ຊົງເຢີທ່າວ ຮອງລັດຖະມົນຕີກະຊວງຍຸຕິທຳ ປະທານກອງປະຊຸມ ກໍໄດ້ມີຄຳເຫັນເນັ້ນໜັກຕໍ່ກອງປະຊຸມ ວ່າ ໃຫ້ບັນດາກະຊວງ, ອົງການຂັ້ນສູນກາງ ຈົ່ງພ້ອມກັນສືບຕໍ່ເພີ່ມທະວີອອກແຮງໃນການຈັດຕັ້ງປະຕິບັດວຽກງານໂຄສະນາເຜີຍແຜ່ກົດໝາຍໃນຂະແໜງການຕົນໃຫ້ມີຄວາມເລິກເຊິງ, ກວ້າງຂວາງ; ເຮັດໃຫ້ໄດ້ຫຼາຍຮູບການ, ວິທີການ ເພື່ອເຮັດໃຫ້ສະຕິການເຄົາລົບ ແລະ ປະຕິບັດກົດໝາຍໃນທົ່ວສັງຄົມໃຫ້ນັບມື້ສູງຂຶ້ນ.

ຂ່ຽນຂ່າວ-ຖ່າຍພາບ: ກົມໂຄສະນາເຜີຍແຜ່ກົດໝາຍ