ກົມໂຄສະນາເຜີຍແຜ່ກົດໝາຍ ກະຊວງຍຸຕິທຳ ຕ້ອນຮັບການພົບປະ ແລກປຽ່ນບົດຮຽນວຽກງານສື່ສິ່ງພິມ ກັບຄະນະບັນນາທິການໜັງສືພິມກົດໝາຍ ແຫ່ງ ສສ ຫວຽດນາມ

     ໃນຕອນບ່າຍຂອງວັນທີ 24 ກຸມພາ 2017 ທີ່ກະຊວງຍຸຕິທຳ ທ່ານ ນາງ ສີ​ສຸດາ ​ໂສພາ​ວັນ​ດີ ຮອງ​ຫົວໜ້າກົມ​ໂຄສະນາ​ເຜີຍ​ແຜ່​ກົດໝາຍ ກະຊວງ​ຍຸຕິ​ທຳ ພ້ອມ​ດ້ວຍ​ຄະນະ,  ໄດ້ຕ້ອນຮັບການພົບ​ປະ​ ແລກປຽ່ນບົດ​ຮຽນ ວຽກງານ​ສື່ສິ່ງພິມ ນຳພາໂດຍ ທ່ານ ດ້າວ ວັນ ​ໂຮ້ຍ ຫົວໜ້າບັນນາທິການ​ໜັງສື​ພິມ​ກົດໝາຍ ​ແຫ່ງ ສສ ຫວຽດນາມ ພ້ອມ​ດ້ວຍ​ຄະນະ ​ເນື່ອງ​​ໂອກາດທີ່​ເດີນທາງ​ມາ​ຢຽ້ມຢາມ ​ແລະ ​ເຮັດ​ວຽກ ຢູ່ ສປປ ລາວ.

     ພ້ອມດຽວກັນນັ້ນ ທ່ານ ນາງ ສີ​ສຸດາ ​ໂສພາ​ວັນ​ດີ ພ້ອມດ້ວຍຄະນະ ກໍໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ພ້ອມທັງຕີລາຄາສູງຕໍ່ການພົບ​ປະ​ແລກປຽ່ນ ​ແລະ ​ເຮັດ​ວຽກ​ຂອງ ທ່ານ ດ້າວ ວັນ ໂຮ້ຍ ​ໃນ​ຄັ້ງ​ນີ້ ຊຶ່ງເປັນການປະ ກອບສ່ວນທີ່ສຳຄັນເຂົ້າໃນການເສີມສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ກົມ​ໂຄສະນາ​ເຜີຍ​ແຜ່​ກົດໝາຍ ກະຊວງຍຸຕິທຳ ແຫ່ງ ສປປ ລາວ ​ແລະ ຄະນະ​ບັນນາທິການໜັງສື​ພິມ​ກົດໝາຍ ​ແຫ່ງ ສສ ຫວຽດນາມ ໃຫ້ນັບມື້ນັບແໜ້ນແຟ້ນຂຶ້ນເລື້ອຍໆ.

     ຈາກນັ້ນ ທັງສອງຝ່າຍ ກໍໄດ້ລາຍງານສະພາບຈຸດພິເສດ ແລະ ການເຄື່ອນໄຫວວຽກງານ​ໂຄສະນາ​ເຜີຍ​ແຜ່​ກົດໝາຍ ​ໃຫ້​ກັນ​ໄດ້​ຮັບ​ຊາບ​ເປັນ​ຕົ້ນ​ ສະພາບ​ລວມວຽກງານໂຄສະນາ​ເຜີຍ​ແຜ່​ກົດໝາຍ​ໂດຍ​ຜ່ານ​ສື່​ມວນ​ຊົນ​ເປັນ​ຕົ້ນ​ແມ່ນ ທາງ​ໂທລະພາບ, ວິທະຍຸ, ວາລະສານ, ໜັງສື​ພິມ ​ເວັ​ບ​ໄຊ ​ແລະ ​ແອັບ​ພິ​ເຄຊັນ​ກົດໝາຍ, ພ້ອມ​ດຽວກັນ​ນັ້ນ ທັງ​ສອງ​ຝ່າຍ​ຍັງ​ໄດ້​ປຶກສາ​ຫາລື​ກັນ​ກຽ່ວກັບ​ທິດ​ທາງແຜນການ​ຮ່ວມມື​ໃນ​ຕໍ່ໜ້າຕໍ່​ກັບ​ວຽກງານ​ດັ່ງ ກ່າວ.

        ທ່ານ ດ້າວ ວັນ ໂຮ້ຍ ກໍໄດ້ສະແດງຄວາມຂອບໃຈເປັນຢ່າງສູງຕໍ່ ທ່ານ ຮອງ​ຫົວໜ້າກົມ​ໂຄສະນາ​ເຜີຍ​ແຜ່​ກົດໝາຍ ກະຊວງ​ຍຸຕິ​ທຳ ລາວ  ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ອຳນວຍຄວາມສະດວກໃຫ້ທຸກດ້ານໃນ ການເຄື່ອນໄຫວພົບ​ປະ​ແລກປຽ່ນ ​ແລະ ເຮັດວຽກຢູ່ ສປປ ລາວ ​ໃນ​ຄັ້ງ​ນີ້​​​.

ຂ່າວ ແລະ ພາບໂດຍ ນັກຂ່າວ ກົມໂຄສະນາເຜີຍແຜ່ກົດໝາຍ