ກົມໂຄສະນາເຜີຍແຜ່ກົດໝາຍ, ກະຊວງຍຸຕິທຳ ຕ້ອນຮັບ ທ່ານຜູ້ຕາງໜ້າ ສະຫະພາບ ເອີຣົບ ປະຈຳລາວ

     ໃນອາທິດຜ່ານມາ ທ່ານ ພູທອນ ແກ້ວດວງມະນີ ຫົວໜ້າກົມໂຄສະນາເຜີຍແຜ່ກົດໝາຍ, ກະຊວງຍຸຕິທຳ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບການເຂົ້າພົບປະຂອງທ່ານ ນາງ ໂອເດຣ ເມເຢິດ (Audred MILLOT) ຜູ້ຕາງ ໜ້າສະຫະພາບເອີຣົບ ປະຈໍາລາວ ພ້ອມດ້ວຍຄະນະ ຢູ່ທີ່ກົມໂຄສະນາເຜີຍແຜ່ກົດໝາຍ.

     ການພົບປະຄັ້ງນີ້ ທັງສອງຝ່າຍໄດ້ປຶກສາຫາລື ແລະ ແລກປ່ຽນບົດຮຽນ ເພື່ອການຮ່ວມມື ແລະ ເຄື່ອນໄຫວວຽກງານໃນຂະແໜງການຍຸຕິທຳ ໂດຍສະເພາະວຽກງານໂຄສະນາເຜີຍແຜ່ສ້າງສະຕິເຄົາລົບ ແລະ ປະຕິບັດກົດໝາຍໃຫ້ແກ່ປະຊາຊົນ ໂດຍຜ່ານພາຫະນະສື່ມວນຊົນ ເຊັ່ນ ວິທະຍຸ, ໂທລະພາບ ແລະ ສື່ເອເລັກໂຕຣນິກຕ່າງໆ ເພື່ອຍົກສູງຄວາມຮັບຮູ້ ແລະ ເຂົ້າໃຈເຖິງສິດ ແລະ ພັນທະພື້ນຖານຂອງພົນລະເມືອງລາວ ລວມເຖິງ ການອໍານວຍຄວາມສະດວກໃຫ້ແກ່ປະຊາຊົນບັນດາເຜົ່າໄດ້ເຂົ້າເຖິງຂໍ້ມູນຂ່າວສານທາງດ້ານກົດໝາຍໄດ້ງ່າຍຂຶ້ນ. ຊຶ່ງລະຍະຜ່ານມາ ສະຫະພາບເອີຣົບ ກໍໄດ້ໃຫ້ການຊ່ວຍເຫຼືອໃນວຽກງານດັ່ງກ່າວ ໂດຍຜ່ານອົງການສະຫະປະຊາ ຊາດເພື່ອການພັດທະນາ (UNDP).

     ທ່ານຫົວໜ້າກົມ ໄດ້ສະເໜີຕໍ່ຜູ້ຕາງໜ້າສະຫະພາບເອີຣົບ ຮັບຊາບກ່ຽວກັບການຈັດຕັ້ງປະຕິບັດວຽກງານໂຄສະນາເຜີຍແຜ່ກົດໝາຍໃນລະຍະຜ່ານມາ ລວມທັງຂໍ້ສະດວກ ແລະ ຂໍ້ຄົງຄ້າງໃນການປະຕິບັດວຽກງານຕົວຈິງ. ນອກຈາກນັ້ນ,​ ຍັງໄດ້ສະເໜີຕໍ່ສະຫະພາບເອີຣົບ ໃນການສືບຕໍ່ໃຫ້ການຊ່ວຍເຫຼືອຂະແໜງການຍຸຕິທໍາ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານດັ່ງກ່າວໃຫ້ມີປະສິດທິພາບສູງຍິ່ງຂຶ້ນ; ໂດຍສະເພາະ ການໂຄສະນາເຜີຍແຜ່ກົດ ໝາຍຢູ່ຂັ້ນທ້ອງຖິ່ນ, ການຈັດພິມເຜີຍແຜ່ປື້ມກົດໝາຍ 4 ຂົງເຂດ, ການພິມຈົດໝາຍເຫດທາງລັດຖະການເພື່ອແຈກຢາຍໃຫ້ແກ່ທ້ອງຖິ່ນໃນຂອບເຂດທົ່ວປະເທດ ແລະ ການຝຶກອົບຮົມຕາໜ່າງໂຄສະນາກົດໝາຍ ເພື່ອຊຸກ ຍູ້ໃຫ້ໃຫ້ແກ່ແຕ່ລະຂະແໜງການ ແລະ ທ້ອງຖິ່ນ ຂອບເຂດທົ່ວປະເທດ ໄດ້ລໍາລຽງຂໍ້ມູນຂ່າວສານຂອງຂະແໜງການຕົນສະໜອງໃຫ້ແກ່ສູນກາງ (ກະຊວງຍຸຕິທຳ) ໃຫ້ທັນການ ແລະ ມີປະສິດທິພາບ; ລວມທັງຄວາມຕ້ອງການອຸ ປະກອນຮັບໃຊ້ເຂົ້າໃນວຽກງານຈຳນວນໜຶ່ງ ເປັນຕົ້ນແມ່ນ ເຄື່ອງຄອມພິວເຕີ, ກ້ອງຖ່າຍຮູບ, ກ້ອງວີດີໂອ ແລະ ລະບົບສັນຍານອິນເຕີເນັດ. ພາຍຫຼັງທີ່ໄດ້ຮັບຟັງການລາຍງານ, ທ່ານຜູ້ຕາງໜ້າສະຫະພາບເອີຣົບ ເຫັນໄດ້ເຖິງ ຄວາມສຳຄັນໃນວຽກງານໂຄສະນາເຜີຍແຜ່ກົດໝາຍ ແລະ ໄດ້ຮັບເອົາຂໍ້ສະເໜີດັ່ງກ່າວນັ້ນໄປປຶກສາຫາລືກັບຄະນະ ເພື່ອວາງທິດທາງ ແລະ ກຳນົດກິດຈະກຳໃຫ້ການຊ່ວຍເຫຼືອໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວໃນຕໍ່ໜ້າ.

 

ຂຽນຂ່າວ ແລະ ຮູບພາບ ໂດຍ: ຊາຍພິມພອນ ສິຣິວົງໄຊ

ນັກຂ່າວ ກົມໂຄສະນາເຜີຍແຜ່ກົດໝາຍ