ກົມໂຄສະນາເຜີຍແຜ່ກົດໝາຍ ກະຊວງຍຸຕິທຳ ມອບປຶ້ມກົດໝາຍໃຫ້ແກ່ວິທະຍາຄານເຕັກນິກການທະຫານ ກະຊວງປ້ອງກັນປະເທດ

     ໃນຕອນເຊົ້າ ຂອງວັນທີ 19 ກໍລະກົດ 2017 ກົມໂຄສະນາເຜີຍແຜ່ກົດໝາຍ ກະຊວງຍຸຕິທຳ ໄດ້ມອບປຶ້ມກົດໝາຍໃຫ້ແກ່ ວິທະຍາຄານເຕັກນິກການທະຫານ ກະຊວງປ້ອງກັນປະເທດ ເພື່ອນຳໃຊ້ເປັນບ່ອນອີງ ແລະ ປະ ກອບເຂົ້າໃນການຄົ້ນຄວ້າ ແລະ ສຶກສາຮ່ຳຮຽນ. ໂດຍການກ່າວມອບຂອງ ທ່ານ ພູທອນ ແກ້ວດວງມະນີ ຫົວໜ້າກົມໂຄສະນາເຜີຍແຜ່ກົດໝາຍ ກະຊວງຍຸຕິທຳ ແລະ ກ່າວຮັບໂດຍ ທ່ານ ພັທ. ສອນທອງ ມຽງເຮືອງທອງ ຫົວ ໜ້າພະແນກສັງລວມ-ບໍລິຫານ ວິທະຍາຄານເຕັກນິກການທະຫານ ກະຊວງປ້ອງກັນປະເທດ, ມີບັນດາຄະນະພະແນກ ແລະ ວິຊາການ ຂອງສອງພາກສ່ວນເຂົ້າຮ່ວມ.

     ສຳລັບປຶ້ມທີ່ມອບໃນຄັ້ງນີ້ປະກອບມີ ປື້ມກົດໝາຍ 4 ຂົງເຂດ ຈຳນວນ 20 ຊຸດ, ປຶ້ມກົດໝາຍສະບັບປັບປຸງ ແລະ ສ້າງໃໝ່ ຈຳນວນ 10 ຫົວ ລວມມູນຄ່າທັງໝົດ 8,600,000 ກີບ. ຈາກນັ້ນ ທ່ານ ພັທ. ສອນທອງ ມຽງເຮືອງທອງ ກໍໄດ້ກ່າວຂອບໃຈ ແລະ ຈະພ້ອມກັນນຳໃຊ້ປຶ້ມຈຳນວນດັ່ງກ່າວໃຫ້ເກີດຜົນປະໂຫຍດສູງສຸດ.

ຂຽນຂ່າວ: ສີປະໄພ, ຖ່າຍພາບໂດຍ: ຊາຍພິມພອນ

ນັກຂ່າວກົມໂຄສະນາເຜີຍແຜ່ກົດໝາຍ