ຄະນະນໍາກະຊວງຍຸຕິທຳ ລົງພົບປະ ແລະ ເຮັດວຽກນໍາຄະນະນໍາ ແຂວງຫຼວງພະບາງ ກ່ຽວກັບວຽກງານຈົດໝາຍເຫດທາງລັດຖະການ

     ໃນຕອນ​ບ່າຍ​ຂອງ​ວັນ​ທີ 5 ມີນາ 2018 ທີ່ຫ້ອງປະຊຸມຂອງຫ້ອງວ່າການປົກຄອງ ແຂວງຫຼວງພະບາງ ​ໄດ້ຈັດກອງປະຊຸມປຶກສາຫາລືວຽກງານຈົດໝາຍເຫດທາງລັດຖະການ ​ໃຫ້ກຽດເປັນປະທານຮ່ວມໂດຍ ທ່ານ ປອ. ເສີມສຸກ ສິມພະວົງ ຮອງເລຂາຄະນະບໍລິຫານງານພັກ ກະຊວງ, ຮອງລັດຖະມົນຕີກະຊວງຍຸຕິທຳ ແລະ ທ່ານ ວົງສະຫວັນ ເທບພະຈັນ ຄະນະປະຈຳ ພັກແຂວງ, ຮອງ​ເຈົ້າ​ແຂວງ ​ແຂວງ​ຫຼວງພະບາງ ເຂົ້າ​ຮ່ວມມີ​ ຫົວໜ້າຫ້ອງວ່າການປົກຄອງແຂວງ, ຫົວໜ້າພະແນກຍຸຕິທຳແຂວງ, ຜູ້ຕາງໜ້າໂຄງ​ການ LUNA II, ຜູ້ປະສານງານວຽກງານ ຈົດໝາຍເຫດທາງລັດຖະການຂອງແຂວງ ແລະ ຄະນະຈາກກະຊວງຍຸຕິທໍາ ເຂົ້າຮ່ວມຢ່າງ ພ້ອມພຽງ.

     ທ່ານ ເສີມສຸກ ສິມພະວົງ ຮອງລັດຖະມົນຕີກະຊວງຍຸຕິທໍາ ໄດ້ກ່າວຈຸດປະສົງໃນການມາ ພົບປະ ແລະ ຢ້ຽມຢາມໃນຄັ້ງນີ້ ຊຶ່ງທ່ານໄດ້ຍົກໃຫ້ເຫັນເຖິງຄວາມສໍາຄັນຂອງວຽກງານຈົດໝາຍເຫດທາງລັດຖະການ, ການຈັດຕັ້ງປະຕິບັດວຽກງານ, ການປະສານງານລະຫວ່າງ ຂັ້ນສູນກາງກັບຂັ້ນແຂວງ ແລະ ການຈັດສົ່ງນິຕິກໍາຂອງແຂວງ ເພື່ອພິມລົງໃນຈົດໝາຍເຫດທາງລັດຖະການ, ຈາກນັ້ນ ທ່ານ ວົງສະຫວັນ ເທບພະຈັນ ຮອງ​ເຈົ້າ​ແຂວງ ​ແຂວງ​ຫຼວງພະບາງ ​ໄດ້​ມີ​ຄຳ​ເຫັນ​ຕໍ່​ກອງ​ປະຊຸມ ຊຶ່ງ​ກ່ອນ​ອື່ນ​ທ່ານ​ໄດ້ກ່າວຕ້ອນຮັບ ທ່ານຮອງລັດຖະມົນຕີກະຊວງຍຸຕິທໍາພ້ອມດ້ວຍຄະນະ ທີ່ໄດ້ມາເຄື່ອນໄຫວວຽກງານ ຢູ່ແຂວງຫຼວງພະບາງ ຊຶ່ງທ່ານໄດ້ຕີລາຄາສະພາບການຈັດຕັ້ງປະຕິບັດວຽກງານໃນລະຍະຜ່ານ ດ້ານດີ, ດ້ານອ່ອນ ແລະ ຂໍ້ຄົງຄ້າງ, ທ່ານກໍໄດ້ເນັ້ນ​ໃຫ້ຜູ້ປະສານງານທີ່ຖືກແຕ່ງຕັ້ງ ຄວນເອົາໃຈໃສ່ຕື່ມເຂົ້າໃນວຽກງານ, ການປະສານສົມທົບກັບຜູ້ຮັບຜິດຊອບຂອງກະຊວງຍຸຕິທໍາ ໃນການສັງລວມບັນດານຳນິຕິກຳ ຂອງແຂວງມາລົງຈົດໝາຍເຫດທາງລັດຖະການ ໃຫ້ຫຼາຍຂຶ້ນກວ່າເກົ່າ.

    ໃນກອງປະຊຸມ ທ່ານ ພູທອນ ແກ້ວດວງມະນີ ຄະນະບໍລິຫານງານພັກກະຊວງ, ຫົວໜ້າ ກົມໂຄສະນາເຜີຍແຜ່ກົດໝາຍໄດ້ຂຶ້ນຜ່ານບົດສະຫຼຸບຍໍ້ກ່ຽວກັບວຽກງານຈົດໝາຍເຫດທາງລັດຖະການທີ່ໄດ້ຈັດຕັ້ງປະຕິບັດ ແລະ ເຄື່ອນໄຫວວຽກງານໃນລະຍະ 5 ປີທີ່ຜ່ານມາ ຕີລາຄາ ດ້ານດີ, ດ້ານອ່ອນ ແລະ ຂໍ້ຄົງຄ້າງ ໃນການຈັດຕັ້ງປະຕິບັດວຽກງານ ພ້ອມທັງວາງທິດທາງແຜນການໃນຕໍ່ໜ້າ. ພ້ອມດຽວກັນນັ້ນກໍໄດ້ສະເໜີໂດຍລວມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງຍຸຕິທໍາ ວ່າດ້ວຍການຄຸ້ມຄອງຈົດໝາຍເຫດທາງລັດຖະການ, ຫຼັງຈາກ​ນັ້ນ ​ຜູ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ກໍ​ໄດ້​ພ້ອມ​ກັນ​ແລກປ່ຽນ ແລະ ປຶກສາຫາລຶ ເຊິ່ງກັນແລະກັນກ່ຽວກັບວຽກງານດັ່ງກ່າວ ເພື່ອພ້ອມກັນແກ້ໄຂຂອດການຈັດຕັ້ງປະຕິບັດວຽກງານ ຢ່າງກົງໄປກົງມາ ແລະ ເຄື່ອນ​ໄຫວ ວຽກງານ​ຕາມ​ທິດ​ທາງ​ແຜນການ​ທີ່​ກຳນົດ​ໄວ້​ ເຮັດໃຫ້ວຽການຈົດໝາຍເຫດທາງລັດຖະການ ໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ ແລະ ເຮັດໃຫ້ນິຕິກໍາຂອງແຂວງ ຖືກພິມລົງຈົດໝາຍເຫດທາງລັດຖະການ ເປັນຈໍານວນຫຼາຍຂຶ້ນກວ່າເກົ່າ.