ເປີດຝຶກອົບຮົມວຽກງານໂຄສະນາເຜີຍແຜ່ກົດໝາຍ ແລະ ນິຕິກຳກ່ຽວກັບການຕ້ານການຄ້າມະນຸດ ທີ່ແຂວງ ສະຫວັນນະເຂດ

ພາຍຫຼັງທີ່ໄດ້ຈັດຝຶກອົບຮົມວຽກງານໂຄສະນາເຜີຍແຜ່ກົດໝາຍ ແລະ ນິຕິກຳກ່ຽວກັບການຕ້ານການຄ້າມະນຸດຢູ່ທີ່ ພາກໃຕ້ ເມືອງສຸຂຸມາ, ແຂວງຈຳປາສັກ, ໃນຄັ້ງວັນທີ 7-9 ພະຈິກ 2018 ຜ່ານມາ. ຈາກນັ້ນ, ກະຊວງຍຸຕິທຳ ຈຶ່ງໄດ້ຈັດຊຸດຝຶກອົບຮົມວຽງກງານໂຄສະນາເຜີຍແຜ່ກົດໝາຍ ແລະ ນິຕິກຳກ່ຽວກັບການຕ້ານການຄ້າມະນຸດ ຂຶ້ນໃນຕອນເຊົ້າຂອງວັນທີ 12 ພະຈິກ 2018 ຢູ່ທີ່ຫ້ອງປະຊຸມຫ້ອງວ່າການປົກຄອງເມືອງ ສອງຄອນ, ແຂວງ ສະຫວັນນະເຂດ ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ປອ. ເສີມສຸກ ສິມພະວົງ ຮອງລັດຖະມົນຕີກະຊວງຍຸຕິທຳ, ມີທ່ານ ສົມພານ ສີທອງຄຳ ກຳມະການພັກເມືອງ, ຮອງເຈົ້າເມືອງ ສອງຄອນ, ທ່ານ ນາງ ຄອນສະຫວັນ ສາວາລີ ຮອງຫົວໜ້າກົມໂຄສະນາເຜີຍແຜ່ກົດໝາຍ, ຫົວໜ້າຫ້ອງການຍຸຕິທຳເມືອງ ສອງຄອນ, ບັນດາຄູຝຶກທີ່ມາຈາກສູນກາງ ພ້ອມນັກສຳມະນາກອນ ເຂົ້າຮ່ວມທັງໝົດຈຳນວນ 36 ທ່ານ, ຍິງ 14 ທ່ານ.

ບັນຫາການຄ້າມະນຸດ ເກີດຂຶ້ນບໍ່ສະເພາະແຕ່ຢູ່ປະເທດໃດປະເທດໜຶ່ງເທົ່ານັ້ນ, ໄດ້ແຜ່ລາມໄປທົ່ວໂລກເປັນຕົ້ນ ປະເພດຂອງການຄ້າມະນຸດ ອັນພົ້ນເດັ່ນແມ່ນ ການຂູດຮີດທາງເພດ ແລະ ການຂູດຮີດແຮງງານ ດ້ວຍຫຼາຍຮູບການ. ດັ່ງນັ້ນ, ວຽກງານຕ້ານການຄ້າມະນຸດ ເປັນວຽກງານໜຶ່ງທີ່ສຳຄັນທີ່ສຸດ ຊຶ່ງມີຄວາມຈຳເປັນທີ່ພັກ-ລັດເຮົາຕ້ອງເຮັດໜ້າທີ່ໃນການປົກປ້ອງ ແລະ ຊ່ວຍເຫຼືອຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ ແນໃສ່ປົກປ້ອງສິດ, ຜົນປະໂຫຍດ, ຊີວິດ, ສຸກຂະພາບ, ກຽດສັກສີ, ເສລີພາບຂອງພົນລະເມືອງ, ຮີດຄອງປະເພນີອັນດີງາມຂອງຊາດ, ເຮັດໃຫ້ສັງຄົມມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍ ດ້ວຍການໂຄສະນາ, ສຶກສາອົບຮົມທົ່ວປວງຊົນໃນຫຼາຍຮູບການ ແລະ ວິທີການ; ເປັນການປູກຈິດສຳນຶກໃຫ້ພົນລະເມືອງລາວເຫັນໄດ້ຜົນຮ້າຍຂອງການຄ້າມະນຸດ ແລະ ດຳເນີນມາດຕະການເດັດຂາດຕໍ່ຜູ້ຄ້າມະນຸດ.

ເພື່ອຜັນຂະຫຍາຍເນື້ອໃນກົດໝາຍ ແລະ ນິຕິກຳທີ່ກ່ຽວຂ້ອງກັບການຄ້າມະນຸດໃຫ້ພະນັກງານໄດ້ຮັບຮູ້ຢ່າງທົ່ວເຖິງກ່ຽວກັບວຽກງານຕ້ານ ແລະ ສະກັດກັ້ນການຄ້າມະນຸດທັງຮັບປະກັນໃຫ້ແກ່ການຈັດຕັ້ງປະຕິບັດໜ້າທີ່ວຽກງານໃຫ້ຖືກຕ້ອງ, ສອດຄ່ອງຕາມຂັ້ນຕອນຂອງກົດໝາຍເປັນຕົ້ນ ແມ່ນພະນັກງານຈັດຕັ້ງປະຕິບັດກົດໝາຍຜູ້ທີ່ເຮັດວຽກງານສະກັດກັ້ນ ແລະ ຕ້ານການຄ້າມະນຸດ.

ເພື່ອຍົກສູງຄວາມຮັບຮູ້ກ່ຽວກັບທັກສະ, ເຕັກນິກ, ວິທີການໂຄສະນາເຜີຍແຜ່ບັນດາກົດໝາຍໃຫ້ພະນັກງານ ເພື່ອເປັນພື້ນຖານໃນການນຳເອົາບັນດາກົດໝາຍລົງໄປເຜີຍແຜ່ໃຫ້ແກ່ປະຊາຊົນລາວບັນດາເຜົ່າໄດ້ຮັບຮູ້, ເຂົ້າໃຈ ແລະ ພ້ອມກັນປົກປ້ອງ ແລະ ຊ່ວຍເຫຼືອຜູ້ຖືກເຄາະຮ້າຍຢ່າງທັນການ ແລະ ນຳເອົາຜູ້ກະທຳຜິດມາດຳເນີນຄະດີຕາມກົດໝາຍ. ເນື້ອໃນທີ່ນຳມາຝຶກອົບຮົມໃນຄັ້ງນີ້ມີຄືື:

- ສະພາບການຂອງການຄ້າມະນຸດໂດຍສັງລວມ ໃນສປປ ລາວ;
- ການໂຄສະນາເຜີຍແຜ່ ສຶກສາອົບຮົມກົດໝາຍ ແລະ ການເຂົ້າເຖິງສື່ພາຫະນະທາງດ້ານກົດໝາຍ;
- ການຮ່ວມມືສາກົນເພື່ອແກ້ໄຂບັນຫາການຄ້າມະນຸດ (ບັນດາສົນທິສັນຍາສາກົນ);
- ເຜີຍແຜ່ບັນດາກົດໝາຍ ແລະ ນິຕິກໍາຂອງສປປ ລາວ ກ່ຽວກັບການຕ້ານການຄ້າມະນຸດ; ກົດໝາຍວ່າດ້ວຍ ການຕ້ານການຄ້າມະນຸດ;
- ບັນດາເລ່ຫຼ່ຽມ, ວິທີການຂອງການຄ້າມະນຸດ;
- ການລະບຸຕົວຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ;
- ການຊ່ວຍເຫຼືອຜູ້ຖືກເຄາະຮ້າຍທາງດ້ານກົດໝາຍ;
- ການເຂົ້າເຖິງຂະບວນການຍຸຕິທໍາກ່ຽວກັບການຄ້າມະນຸດ.
ການຝຶກອົບຮົມໄດ້ດຳເນີນເປັນເວລາ 3 ວັນ ແລະ ໄດ້ອັດລົງຢ່າງເປັນທາງການ ໃນວັນທີ 14 ພະຈິກ 2018.

ຂ່າວ: ບຸນຖອມ ພະສະແຫວງ; ພາບ: ສຸກສາຄອນ ຈັນທະວຸດ