ເມືອງຫາດຊາຍຟອງຈັດຝຶກອົບຮົມຄະນະແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານ

     ການຝຶກອົບຮົມວຽກງານຄະນະແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານໄດ້ໄຂຂຶ້ນ ໃນວັນທີ 13 ຕຸລາ 2016  ຢູ່ທີ່ບ້ານສົມຫວັງເໜືອ ເມືອງຫາດຊາຍຟອງ ນະຄອນຫວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ຄໍາແກ່ງ ດວງພະຈັນ ຮອງເຈົ້າເມືອງໆຫາດຊາຍຟອງ ມີບັນດາຄະນະພະແນກຍຸຕິທໍານະຄອນຫຼວງ, ຄະນະຫ້ອງການຍຸຕິທໍາເມືອງ ພ້ອມດ້ວຍຄະນະແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານກຸ່ມ 4 ທີ່ມາຈາກ 14 ບ້ານເຂົ້າຮ່ວມ.

     ພາຍຫຼັງທີ່ ທ່ານຮອງເຈົ້າເມືອງໆຫາດຊາຍຟອງ ໄດ້ກ່າວເປີດພິທີ ແລະ ກ່າວຈຸດປະສົງໃນການຝຶກອົບຮົມໃຫ້ຄະນະແກ້ໄຂຂໍ້ໍັດແຍ່ງຂັ້ນບ້ານແລ້ວ ທ່ານກໍເນັ້ນໜັກໃຫ້ນັກຝຶກອົບຮົມທຸກຄົນໄດ້ເອົາໃຈໃສ່ສຶກສາຄົ້ນຄ້ວາຮໍ່າຮຽນ, ປະກອບຄໍາຄິດຄໍາເຫັນ ແລະ ແລກ ປ່ຽນບົດຮຽນຕົວ ແລະ ປະສົບການຮ່ວມກັນ ພ້ອມທັງໃຫ້ຜູ້ໄກ່ເກ່ຍ ເອົາໃຈໃສ່ເຮັດທົດລອງໄກ່ເກ່ຍຕົວຈິງ ເພື່ອຍົກລະດັບຄວາມຮູ້, ຄວາມເຂົ້າໃຈຂອງນັກຝຶກອົບຮົມຕໍ່ກັບວຽກງານແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານ.

     ຫຼັງຈາກນັ້ນ ທ່ານ ສັກດາ ອາດວາລີ ຫົວໜ້າຫ້ອງການຄຸ້ມຄອງຍຸຕິທໍາຮາກຖານ ພະແນກຍຸຕິທໍານະຄອນຫຼວງວຽງຈັນ ກໍໄດ້ແນະນໍາຂັ້ນຕອນ, ວິທີການໃນການໄກ່ເກ່ຍ ລວມທັງການຍື່ນຄໍາຮ້ອງ, ການຮັບຄໍາຮ້ອງ, ການຄົ້ນຄ້ວາ ແລະ ການແກ້ໄຂຄໍາຮ້ອງ, ການກະກຽມ, ການດໍາເນີນ, ການໂຈະ ຫຼື ເລື່ອນ, ການຂຽນບົດບັນທຶກ ແລະ ການຈັດຕັ້ງປະຕິບັດບົດບັນທຶກ. ພ້ອມກັນນັ້ນ ທ່ານກໍໄດ້ເນັ້ນໜັກໃຫ້ນັກຝຶກອົບຮົມທຸກຄົນ ຈົ່ງພ້ອມກັນນໍາເອົາຄວາມຮູ້ ທີ່ໄດ້ຮັບຈາກການຝຶກອົບຮົມໃນຄັ້ງນີ້ ໄປຈັດຕັ້ງປະຕິບັດເຂົ້າໃນ ໜ້າທີ່ວຽກງານໃນຂອບເຂດບ້ານທີ່ຕົນຮັບຜິດຊອບໃຫ້ປະກົດຜົນເປັນຈິງ.

ຂ່າວ: ໄຊຍະສິດ     ພາບ: ຈັນທະວີສຸກ+ຄໍາພອນ

ປະເພດຂ່າວ: